ໄຊຍະບູລີ ນໍາໃຊ້ TaxRis ແລະ EasyTax ເຂົ້າໃນການແຈ້ງ – ການມອບພັນທະອາກອນປະເພດຕ່າງໆ

142

ພະແນກການເງິນແຂວງໄຊຍະບູລີ ໄດ້ຈັດກອງປະຊຸມກ່ຽວກັບການແຈ້ງ – ການມອບພັນທະອາກອນປະເພດຕ່າງໆ ຜ່ານລະບົບທະນາຄານ TaxRis ແລະ EasyTax ຂຶ້ນໃນທ້າຍເດືອນຜ່ານມາເຂົ້າຮ່ວມມີ ທ່ານ ຄໍາບູ່ ທອງວັນນາ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງ, ມີນັກທຸລະກິດ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເສັງ ວົງສະນິດ ໄດ້ກ່າວວ່າ: ປີ 2019 ມີຫົວໜ່ວຍທຸລະກິດເຂົ້າລະບົບທະນາຄານ TaxRis ແລະ EasyTax ທັງໝົດ 479 ຫົວໜ່ວຍ, ສໍາລັບ 6 ເດືອນ ຕົ້ນປີ 2020 ນີ້ແມ່ນໄດ້ຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດຢູ່ໃນຄວາມຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງຄຸ້ມຄອງມານໍາໃຊ້ເຂົ້າໃນລະບົບ TaxRis ແລະ EasyTax ໄດ້ທັງໝົດ 459 ຫົວໜ່ວຍ.

ໃນນັ້ນ, ຂັ້ນແຂວງຄຸ້ມຄອງ 440 ຫົວໜ່ວຍ, ເມືອງຄຸ້ມຄອງ 19 ຫົວໜ່ວຍ, ໃນຈໍານວນ 459 ຫົວໜ່ວຍນັ້ນ ມີ 417 ຫົວໜ່ວຍ ແມ່ນຫົວໜ່ວຍວິສາຫະກິດທີ່ໄດ້ອອກເລກປະຈໍາຕົວ ແລະ 42 ຫົວໜ່ວຍ ແມ່ນຫົວໜ່ວຍທີ່ຂຶ້ນກັບພະແນກການເງິນ.