ໂຄວິດ ກະທົບໜັກບໍລິສັດສົ່ງອອກຊາຊິນຈີງເສຍຫາຍບໍ່ຕ່ຳກວ່າ 50 ລ້ານ

338

ຜົນກະທົບຈາກໂຄວິດກະທົບກັນທົ່ວໜ້າ ໃຜກໍ່ວ່າຜູ້ນັ້ນໜັກ ແຕ່ທີ່ໜັກສຸດແມ່ນບັນດາບໍລິສັດທີ່ໄດ້ກູ້ໜີ້ຢືມສິນມາເຮັດແລ້ວຢູ່ບໍຢູ່ແຕ່ລະປະເທດປິດດ່ານເຮັດຫຍັງບໍໄດ້ ສິນຄ້າເສຍຫາຍອີກທາງໜຶ່ງ ໜີສິນກໍ່ຕ້ອງໃຊ້ ເຊິ່ງບໍລິສັດຊາຊີນຈີງກໍ່ແມ່ນໜຶ່ງໃນຫຼາຍບໍລິສັດທີ່ໄດ້ຮັບຜົນກະທົບຈາກໂຄວິດ ເຮັດໃຫ້ສົ່ງອອກສິນຄ້າບໍໄດ້ ສ້າງຄວາມເສຍຫາຍບໍ່ຕ່ຳກວ່າ 50 ລ້ານກີບ.

ຮູບປະກອບຂ່າວເທົ່ານັ້ນ

ທ່ານ ແຊວເຈິນ ອໍານວຍການບໍລິສັດຊາຊິນຈິງ ຈໍາກັດ ໄດ້ໃຫ້ຮູ້ໃນວັນທີ 24 ມິຖຸນາ 2020ວ່າ: ການລະບາດເຊື້ອພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງການສົ່ງອອກຊາ ຂອງບໍລິສັດຊາຊິນຈິງ ເປັນຈໍານວນຫຼາຍພໍສົມຄວນ, ຊາບາງຈໍານວນຄ້າງສາງ ຍ້ອນບໍ່ໄດ້ສົງອອກ ແລະ ຊາບາງຈໍານວນເສຍຄຸນນະພາບ ແຕ່ເຖິງຢ່າງໃດກໍ່ຕາມທາງບໍລິສັດໄດ້ແຕ່ລໍຖ້າການເປີດດ່ານລະຫວ່າງລາວ ແລະ ຈີນ ເພື່ອໃຫ້ສາມາດຂົນສົ່ງຊາອອກໄດ້ເປັນປົກກະຕິ.

ທ່ານ ແຊວເຈິນໃຫ້ຮູ້ອີກວ່າ: ທາງບໍລິສັດໄດ້ເຂົ້າລົງທຶນຊຸກຍູ້ສົ່ງເສີມປະຊາຊົນຢູ່ເມືອງລອງໃນການປູກຊາ ພ້ອມທັງເກັບຊື້ຊາທໍາມະຊາດຢູ່ເມືອງສິງ ແລະ ເມືອງລອງມາແຕ່ປີ 2010 ເປັນຕົ້ນມາ, ໄດ້ສົ່ງເສີມປະຊາຊົນທີ່ຢູ່ເຂດພູດອຍປູກຊາ ລວມທັງໝົດ 17 ບ້ານ ໃນເນື້ອທີ່ 880 ກວ່າເຮັກຕາ ໃນນີ້ມີເນື້ອທີ່ຊາທໍາມະຊາດ 70-80 ເຮັກຕາ, ປະເພດຊາມີຢູ່ 3 ຊະນິດຄື: ຊາຂຽວ, ຊາຂົມ ແລະ ຊາແດງ, ການເກັບຊື້ຊາທໍາມະຊາດ ລາຄາ 25.000 ກີບຕໍ່ກິໂລ, ຊາປູກ 10.000 ກີບຕໍ່ກິໂລ ທາງບໍລິສັດໄດ້ມີໂຮງງານຜະລິດຊາ 1 ແຫ່ງ ແລະ ຈຸດເກັບຊື້ 3 ຈຸດ ສະເລ່ຍການເກັບຊື້ ແລະ ການຜະລິດຂອງໂຮງງານໄດ້ 20 ໂຕນຕໍ່ເດືອນ ມາເຖິງປັດຈຸບັນໄດ້ມີຊາຄ້າງຢູ່ສາງບໍ່ໄດ້ສົ່ງອອກມີຈໍານວນ 80 ໂຕນ ແລະ ຊາເສຍຄຸນ 1 ໂຕນກວ່າ ມູນຄ່າເສຍຫາຍ 40-50 ລ້ານກ່ວາກີບ .

ຮູບປະກອບຂ່າວເທົ່ານັ້ນ

ຂ່າວ: ຈາກຂ່າວສານຫຼວງນ້ຳທາ ມົນຕີ