ສະຕາ ຟິນເທັກ ຈັບມື ເຈດີບີ ລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືເຊື່ອມຕໍ່ການຊຳລະ

193

ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ຮ່ວມກັບທະນາຄານຮ່ວມພັດທະນາ ( JDB ) ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເຊື່ອມຕໍ່ການຊຳລະຮ່ວມກັນ. ຈຸດປະສົງກໍເພື່ອຄົ້ນຄວ້າການຮ່ວມມືໃນການເປີດກວ້າງການເຂົ້າເຖິງບໍລິການດ້ານການທະນາຄານໃຫ້ສະດວກ – ວ່ອງໄວຍິ່ງຂຶ້ນ ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ ຢູມັນນີ ( u – money ) ກໍສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານຮ່ວມພັດທະນາ.

ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ u – money, ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເອເລັກໂຕຣນິກຢ່າງເປັນທາງການ ໂດຍການໃຫ້ບໍລິການດັ່ງກ່າວນີ້ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າຂອງ unitel ກວ່າ 3 ລ້ານລູກຄ້າເຂົ້າເຖິງທະນາຄານແບບດິຈິຕອລໄດ້ຢ່າງງ່າຍດາຍທີ່ສຸດ. ຄຽງຄູ່ກັນນັ້ນ, ຍັງເປັນອີກໜຶ່ງຍຸດທະສາດການພັດທະນາຂອງ ບໍລິສັດ ສະຕາ ຟິນເທັກ ຈຳກັດ ແລະ ທະນາຄານຮ່ວມພັດທະນາ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆທີ່ເປັນປະໂຫຍດໃນອະນາຄົດ.

ສໍາລັບເປົ້າໝາຍຫຼັກຂອງການຮ່ວມມືກັນໃນຄັ້ງນີ້ ກໍເພື່ອຄົ້ນຄວ້າການຮ່ວມມືໃນການເປີດກວ້າງການເຂົ້າເຖິງບໍລິການ ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ ຢູມັນນີ ( u – money ) ກໍສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານຮ່ວມພັດທະນາ. ຂະນະດຽວກັນ, ບັນຊີທະນາຄານຮ່ວມພັດທະນາກໍສາມາດໂອນເງິນເຂົ້າບັນຊີກະເປົ໋າເງິນເອເລັກໂຕຣນິກ u – money ໄດ້ເຊັ່ນດຽວກັນ ເຊິ່ງຈະເຮັດໃຫ້ມີຄວາມງ່າຍຕໍ່ການເຮັດທຸລະກໍາການຊຳລະ ແລະ ການໃຊ້ບໍລິການຕ່າງໆຂອງທັງສອງຝ່າຍ ບໍ່ວ່າຈະເປັນການໂອນເງິນ, ການຊໍາລະຄ່າບໍລິການຕ່າງໆໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ.

ພິທີດັ່ງກ່າວ, ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ເຊິ່ງເປັນການລົງນາມຂອງ ທ່ານ ຄຳຊູ ຢ່າງ ຮອງຜູ້ອຳນວຍການໃຫຍ່, ຜູ້ຊີ້ນຳວຽກງານການຕະຫຼາດທະນາຄານຮ່ວມພັດທະນາ ແລະ ທ່ານ ເຈິນ ມິງ ດຶກ ຮອງອຳນວຍການ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງ ລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ບໍລິຫານທັງສອງຝ່າຍ ຕະຫຼອດຮອດພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.