5 ເດືອນ ກອງຄຸ້ມຄອງພາສີເຂດ V ຈັດເກັບລາຍຮັບເຂົ້າງົບປະມານໄດ້ພຽງ 26,95%

184

5 ເດືອນຕົ້ນປີ 2020 ກອງຄຸ້ມຄອງພາສີ V ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 1.195 ຕື້ກວ່າກີບ ເທົ່າກັບ 26,95% ຂອງແຜນການປີ; ຖ້າທຽບໃສ່ 5 ເດືອນປີຜ່ານມາຫຼຸດລົງ 405,97 ຕື້ ກວ່າກີບ ຫຼື ປະມານ 9,15%.

ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ V ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນ ປີ 2020 ກໍານົດມາດຕະການຈັດເກັບລາຍຮັບ 6 ເດືອນທ້າຍປີ 2020 ວ່າ: ກອງຄຸ້ມຄອງພາສີ V ມີ 4 ແຂວງຂຶ້ນກັບ ( ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ ), ປະກອບມີ 2 ຂະແໜງ, 2 ກອງກວດກາພາສີປະຈຳແຂວງ, 15 ດ່ານພາສີຊາຍແດນຂຶ້ນກັບ. ໃນນັ້ນ, ມີ 4 ດ່ານພາສີສາກົນ, 3 ດ່ານພາສີທ້ອງຖິ່ນ ແລະ 8 ດ່ານພາສີປະເພນີ.

ໃນໄລຍະ 5 ເດືອນ ປີ 2020 ກອງຄຸ້ມຄອງພາສີ V ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ລົງຕິດຕາມກວດກາຂອງຄະນະກອງ, ຄະນະດ່ານພາສີຊາຍແດນ, ປັບປຸງແບບແຜນວິທີເຮັດວຽກ, ໄປຄຽງຄູ່ກັບການຈັດຕັ້ງປະຕິ ບັດບັນດາລະບຽບກົດໝາຍ, ນິຕິກຳຕ່າງໆ.

ດ້ານວຽກງານວິຊາສະເພາະໃນປີ 2019 ກອງຄຸ້ມຄອງພາສີ V ໄດ້ຮັບຕົວເລກແຜນການຈໍານວນ 4.435 ຕື້ກີບ ກວມເອົາ 54,10% ຂອງລາຍຮັບພາສີທົ່ວປະເທດ; ແຕ່ຜ່ານການຈັດຕັ້ງປະຕິບັດ 5 ເດືອນ ປີ 2020 ສາມາດປະຕິບັດໄດ້ 1.195 ຕື້ ກວ່າກີບ ເທົ່າກັບ 26,95% ຂອງແຜນການປີ, ຖ້າທຽບໃສ່ 5 ເດືອນປີຜ່ານມາຫຼຸດລົງ 405,97 ຕື້ກວ່າກີບ ຫຼື ປະມານ 9,15%. ໃນນັ້ນ, ສະເພາະນະຄອນຫຼວງວຽງຈັນປະຕິບັດໄດ້ 1.039 ຕື້ກວ່າກີບ ເທົ່າກັບ 27,96% ຂອງແຜນການປີ, ແຂວງບໍລິຄໍາໄຊ ປະຕິບັດໄດ້ 153,63 ຕື້ກວ່າກີບ ເທົ່າກັບ 21,62% ຂອງແຜນການປີ, ແຂວງວຽງຈັນ ປະຕິບັດໄດ້ 1,6 ຕື້ກວ່າກີບ ເທົ່າກັບ 30,95% ຂອງແຜນການປີ.

ທ່ານຫົວໜ້າກອງຄຸ້ມຄອງພາສີ V ໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ, ສາມາດສະຫຼຸບຕີລາລາດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ພາໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ການຍ້ອນແຜນການຕົວເລກລາຍຮັບສູງກວມເອົາ 54,10% ຂອງລາຍຮັບພາສີທົ່ວປະເທດ. ຄຽງຄູ່ກັນນັ້ນ, ການນໍາເຂົ້າສິນຄ້າເຄື່ອງຂອງເຫັນວ່າຫຼຸດລົງຖ້າທຽບໃສ່ປີຜ່ານມາ ແລະ ທີ່ສໍາຄັນຍ້ອນການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ການນໍາເຂົ້າສິນຄ້າ, ເຄື່ອງຂອງຫຼຸດລົງ, ດ່ານພາສີທ້ອງຖິ່ນ, ດ່ານພາສີປະເພນີຖືກປິດຊົ່ວຄາວ ແລະ ບັນຫາອື່ນໆ.

ສະນັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນປີ 2020 ຂອງກອງຄຸ້ມຄອງພາສີ V ທີ່ໄດ້ຮັບມອບໝາຍຈໍານວນ 4.435,4 ຕື້ກີບ ຄະນະກອງຄຸ້ມຄອງພາສີ V, ຄະນະດ່ານພາສີຊາຍແດນໄດ້ວາງຫຼາຍມາດຕະການເປັນຕົ້ນ: ປັບປຸງແບບແຜນວິທີເຮັດວຽກຂອງຄະນະກອງຄຸ້ມຄອງ, ກອງກວດກາພາສີປະຈໍາແຂວງ ແລະ ຂະແໜງສ້າງເປັນແຜນວຽກແຜນງານ, ແຕ່ງຄະນະຕິດຕາມກວດກາ, ກວດກາຮອບດ້ານ, ແກ້ໄຂວຽກງານໃຫ້ມີຄວາມຄ່ອງໂຕໄວຂຶ້ນ, ມີການປຶກສາຫາລືເປັນເອກະພາບກັນຮ່ວມກັນແກ້ໄຂໃຫ້ທ່ວງທັນເວລາ, ເລັ່ງທວງໜີ້ຄ້າງ IM8 ທີ່ສາມາດເກັບລາຍຮັບຄືນໄດ້ເພື່ອຊໍາລະສະສາງ, ສິນຄ້າຄ້າງສາງກາຍກໍານົດ, ຄະດີຄ້າງຊໍາລະສະສາງ, ພາຫະນະຮິບຄ້າງການປະມູນ ແລະ ອື່ນໆ.

ພ້ອມດຽວກັນນີ້, ການອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການກໍ່ມີຄວາມຈຳເປັນ ໂດຍຈັດສັນສະຖານທີ່ບໍລິການວ່ອງໄວ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານເປັນຕົ້ນລະບົບອາຊີກູດາ, ສະມາດແທັກ, ສະມາດແວັດ, ຄີອ໋ອດ, ລະບົບສາຍແສງສະແກນເນີ, ລະບົບແຈ້ງຜ່ານປະຕູດຽວ ແລະ ລະບົບ ບ53 ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ.