ລາວອາໂກຣເທັກ ເດີນໜ້າສົ່ງເສີມປະຊາຊົນປູກຕົ້ນປາມ

147

ແຜນການດໍາເນີນທຸລະກິດໃນປີ 2020 ຂອງບໍລິສັດ ລາວອາໂກຣເທັກ ມະຫາຊົນ ຈະເນັ້ນໃສ່ຫຼາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງສືບຕໍ່ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນປູກຕົ້ນປາມໃນຮູບແບບ 2+3 ແລະ ກຸ່ມກະສິກໍາໃຫ້ຫຼາຍຂຶ້ນ ພາຍຫຼັງປີຜ່ານມາໄດ້ຮັບອະນຸຍາດຈາກລັດຖະບານເປັນຜູ້ສໍາປະທານເນື້ອທີ່ດິນຢູ່ແຂວງສາລະວັນ 5 ພັນກວ່າເຮັກຕາເພື່ອປູກຕົ້ນໄມ້ອຸດສາຫະກຳ.

ຕະຫຼາດຫຼັກຊັບລາວ ໄດ້ເຜີຍແຜ່ບົດລາຍງານການເງິນປະຈໍາປີ 2019 ຂອງບໍລິສັດ ລາວອາໂກຣເທັກ ມະຫາຊົນ ກ່ຽວກັບຜົນການດໍາເນີນທຸລະກິດໃນປີຜ່ານມາ ແລະ ທິດທາງແຜນການປີ 2020 ເຊິ່ງບໍລິສັດດັ່ງກ່າວດໍາເນີນທຸລະກິດກ່ຽວກັບກະສິກໍາຄົບວົງຈອນ ໂດຍສະເພາະແມ່ນສ້າງຕັ້ງໂຮງງານແປຮູບຜົນຜະລິດຈາກຕົ້ນປາມນໍ້າມັນ, ໂຮງງານຝຸ່ນຊີວະພາບ, ໂຮງງານຜະລິດນໍ້າມັນກາຊວນຊີວະພາບ, ໂຮງງານອັດຮ່າຍນໍ້າມັນພືດ ແລະ ສົ່ງເສີມປະຊາຊົນປູກຕົ້ນປາມພ້ອມເກັບຊື້ຄືນຜົນຜະລິດ.

ສໍາລັບໃນປີ 2019 ຜ່ານມາ, ບໍລິສັດມີລາຍຮັບທັງໝົດ 125 ຕື້ກວ່າກີບ ທຽບໃສ່ແຜນການແມ່ນເພີ່ມຂຶ້ນ 112 ສ່ວນຮ້ອຍ. ໃນນັ້ນ, ລາຍຮັບສ່ວນໃຫຍ່ແມ່ນມາຈາກການຈໍາໜ່າຍນໍ້າມັນກາຊວນຊີວະພາບ ກວມເອົາ 90,03% ຂອງລາຍຮັບທັງໝົດ. ຂະນະທີ່ກໍາໄລຫຼຸດລົງ 196,69 ລ້ານກີບ ແລະ ມີອັດຕາກໍາໄລສຸດທິເທົ່າກັບ 0,16 ສ່ວນຮ້ອຍ. ດ້ານຊັບສິນລວມ 67 ຕື້ກວ່າກີບ ແລະ ມີໜີ້ສິນ 7,5 ຕື້ ກວ່າກີບ.

ສ່ວນແຜນການດໍາເນີນທຸລະກິດທາງບໍລິສັດໄດ້ວາງແຜນກໍານົດຍອດຂາຍນໍ້າມັນດັ່ງນີ້: ປະເພດນໍ້າມັນກາຊວນ B5 ຈໍານວນ 78%; ນໍ້າມັນ CPO ຈໍານວນ 6,83%; ນໍ້າມັນສຳລັບບໍລິໂພກຈໍານວນ 5,64%; ຕົ້ນປາມ 2,44%; ປຸ໋ຍ 1,95%; ແປ້ງນົວ 3,01%; ແນວພັນສາລີ 0,59% ແລະ ກາກຂອງຕົ້ນປາມ ຈໍານວນ 1,52%.

ຄຽງຄູ່ກັນນັ້ນ, ທາງບໍລິສັດຍັງສືບຕໍ່ສົ່ງເສີມການນໍາໃຊ້ນໍ້າມັນກາຊວນຊີວະພາບ ໂດຍເນັ້ນຈໍາໜ່າຍໃຫ້ຜູ້ບໍລິໂພກໂດຍກົງ, ເຈາະກຸ່ມລູກຄ້າທີ່ນໍາໃຊ້ນໍ້າມັນກາຊວນ ເຊັ່ນ: ໂຄງການຕ່າງໆ, ບໍລິສັດຂົນສົ່ງຄົມມະນາຄົມ, ບໍລິສັດຂົນສົ່ງສິນຄ້າ ແລະ ອື່ນໆ ໂດຍຕິດຕັ້ງຖັງນໍ້າມັນພ້ອມຫົວຈ່າຍໃຫ້ລູກຄ້າ; ຂະຫຍາຍຖານຕະຫຼາດປະເພດປຸ໋ຍໃຫ້ຫຼາຍຂຶ້ນ ແລະ ໃຫ້ທົ່ວເຖິງສະມາຊິກຜູ້ປູກຕົ້ນປາມ; ສືບຕໍ່ຊຸກຍູ້ໃຫ້ພາກລັດອອກມາດຕະການ ແລະ ປັບໂຄງສ້າງລາຄານໍ້າມັນກາຊວນຊີວະພາບໃນການຈໍາໜ່າຍໃນປໍ້ານໍ້າມັນທົ່ວໄປ; ສົ່ງເສີມປະຊາຊົນມີສ່ວນຮ່ວມໃນການປູກລັກສະນະຮູບແບບ 2+3 ແລະ ກຸ່ມກະສິກໍາໃຫ້ຫຼາຍຂຶ້ນ ເນື່ອງຈາກປີຜ່ານມາ ໄດ້ຮັບອະນຸຍາດຈາກລັດຖະບານໃນການສໍາປະທານເນື້ອທີ່ດິນຈໍານວນ 5.287 ເຮັກຕາຢູ່ແຂວງສາະວັນ ເຊິ່ງປັດຈຸບັນກໍາລັງສຶກສາສໍາຫຼວດ ແລະ ປັກເຂດແດນເພື່ອປູກໄມ້ອຸດສາຫະກໍາ.