ທ່ານ ວຽງສະໃໝ ສິລິພອນພັນ ຂຶ້ນເປັນເຈົ້າເມືອງປະທຸມພອນ ຜູ້ໃໝ່

176

ວັນທີ 19 ມິຖຸນາ 2020 ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຈັດພິທີມອບ-ຮັບໜ້າທີ່ເຈົ້າເມືອງ, ຮອງເຈົ້າເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງພິທີດັ່ງກ່າວຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດ ແຂວງຈໍາປາສັກ ພ້ອມພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຈໍາປາສັກ ສະບັບເລກທີ 423/ຄຈພຂ.ຈສ, ລົງວັນທີ 27 ພຶດສະພາ 2020 ວ່າດ້ວຍການຮັບຮອງເອົາຜົນການເລືອກຕັ້ງ ແລະ ແບ່ງງານ ແບ່ງຄວາມຮັບຜິດຊອບ ໃນຄະນະບໍລິຫານງານພັກເມືອງປະທຸມພອນ ສະໄໝທີ VIII ລະຫວ່າງ ທ່ານ ຄໍາເຜືອກ ທອງຄໍາ ເຈົ້າເມືອງໆປະທຸມພອນ ຜູ້ເກົ່າ ແລະ ທ່ານ ວຽງສະໃໝ ສິລິພອນພັນ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ຜູ້ໃໝ່.

ພ້ອມດຽວກັນນັ້ນ ກໍ່ໄດ້ຮັບຮອງເອົາ ທ່ານ ກິ່ງແກ້ວ ນະວະພົມ ຄະນະປະຈໍາພັກເມືອງ ແລະ ທ່ານບຸນຖອງ ສຸພາວົງ ກໍາມະການພັກເມືອງ ເປັນຮອງເຈົ້າເມືອງຜູ້ໃໝ່

ຂໍ້ມູນຈາກ: ຖະແຫຼງຂ່າວເມືອງປະທຸມພອນ