ເພື່ອຄວາມເປັນທໍາ! ເມືອງຍົມມະລາດລົງຕິດຕັ້ງຊິງກາງໄວ້ຕະຫຼາດ

166

ໃນໄລຍະຜ່ານມາບັນຫາເລື່ອງການໂກງຕາຊິງມັກເກີດຂຶ້ນຢູ່ຕະຫຼອດ ເຮັດໃຫ້ບາງຄົນທີ່ກ້າເວົ້າກ້າວ່າກໍມີປາກສຽງກັບແມ່ຄ້າ, ຜູ້ບໍມັກຍາກແດ່ກໍ່ຖືກແມ່ຄ້າເອົາລັດເອົາປຽບ ເພື່ອແກ້ໄຂບັນຫາດັ່ງກ່າວ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຍົມມະລາດແຂວງຄຳມ່ວນຈິ່ງນຳເອົາຊີງກາງໄປຕັ້ງໄວ້ຢູ່ຕະຫຼາດເປັນອີກໜຶ່ງແຮງຊ່ວຍປົກປ້ອງຜູ້ບໍລິໂພກ.

ໃນ ວັນທີ 18 ມິຖຸນາ 2020 ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ກັບ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວຕິດຕັ້ງຊິງກາງ ຢູ່ຕະຫຼາດພຸດທະວົງ ແລະ ໂຮງງານຂ້າສັດພຸດທະວົງ ເຊີ່ງເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະບູນ ວົງສຸດທິ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງຍົມມະລາດ ແລະ ບັນດາຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການລົງຕິດຕັ້ງໃນຄັ້ງນີ້ ກໍ່ຍ້ອນຄວາມເປັນຫ່ວງເປັນໃຍຂອງພັກ – ລັດຕໍ່ປະຊາຊົນຜູ້ມາໃຊ້ບໍລິການໃຫ້ມີຄວາມໄວ້ເນື້ອເຊື່ອໃຈພໍ່ຄ້າ-ແມ່ຄ້າ ແລະ ຄວາມຍຸດຕິທຳໃນສັງຄົມບໍ່ໃຫ້ຖືກເອົາລັດເອົາປຽບດ້ານຕາຊີງ ໂດຍເອົາຊີງກາງທີ່ນຳມາຕິດຕັ້ງໄວ້ນີ້ເປັນສູນກາງຂອງການຊັ່ງ-ການຜອງ, ການວັດແທກໃນການຊື້-ຂາຍ ຖ້າມີການກະທຳຜິດກໍ່ຈະຖືກລົງໂທດຕາມກົດໝາຍອາຍາ ຈະຖືກປັບໃໝແຕ່ 100.000 ກີບ ຫາ 3.000.000 ກີບ. ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບໃບຢັ້ງຢືນ ການກວດກາພາຫະນະວັດແທກ ( ຊິງຊັ່ງ ) ໃຫ້ແກ່ຕະຫຼາດພູດທະວົງ ແລະ ໂຮງຂ້າສັດພຸດທະວົງ ອີກດ້ວຍ.

ພ້ອມນີ້, ກໍ່ຮຽກຮ້ອງມາຍັງບັນດາທ່ານພໍ່ແມ່ປະຊາຊົນ ແລະ ຜູ້ມາໃຊ້ຈ່າຍພາຍໃນຕະຫຼາດ ຖ້າຫາກບໍ່ໝັ້ນໃຈໃນການຕິດນ້ຳໜັກໃນການຊື້ – ຂາຍ ແມ່ນໃຫ້ໄປຕິດຊິງກາງຂອງຕະຫຼາດທີ່ກຳນົດໃວ້ໃຫ້ ຫາກພົບເຫັນຄວາມຜິດປົກກະຕິຂອງຕາຊິງແມ່ນໃຫ້ແຈ້ງຫ້ອງການທີ່ກ່ຽວຂ້ອງລົງກວດກາຕົວຈິງ.

ຂໍ້ມູນຈາກ: Khammouane News