ບໍລິສັດໂຄລາວ ມອບເຄື່ອງໃຫ້ກະຊວງສາທາ ຮ່ວມຕ້ານໂຄວິດ – 19

167

ກຸ່ມບໍລິສັດ ໂຄລາວ ມອບເຄື່ອງເກືອບ 10 ລາຍການໃຫ້ແກ່ກະຊວງສາທາລະນະສຸກເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນໂຄວິດ – 19.

ພິທີມອບ – ຮັບໄດ້ຈັດຂຶ້ນເມື່ອວັນທີ 15 ມິຖຸນາ 2020 ນີ້ ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຕາງໜ້າກຸ່ມບໍລິສັດໂຄລາວ ມອບໂດຍ ທ່ານ ປອ. ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ພ້ອມພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວມີເກືອບ 10 ລາຍການ ຄື: ນໍ້າດື່ມບໍລິສຸດ 500 ແພັກ, ຜ້າອັດປາກ – ດັງ 1.000 ກ່ອງ, ເຈວລ້າງມືຂະໜາດ 500 ມີລີລິດ 1.000 ກວດ, ຊຸດປ້ອງກັນເຊື້ອ 10 ຊຸດ, ປະຕູກວດອຸນຫະພູມ 2 ເຄື່ອງ ແລະ ຖົງມືປ້ອງກັນ ລວມມູນຄ່າ 200 ກວ່າລ້ານກີບ.

ທັງໝົດນັ້ນກໍເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນ ແລະ ມີສ່ວນຮ່ວມໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ປ້ອງກັນແພດໝໍໃນການປະຕິ ບັດໜ້າທີ່.