ບໍລິສັດພໍອຸ່ນໃຈແນ່ ຍອດການສັ່ງຊື້ຍົນໂບອິ້ງ ມີສັນຍານເລີ່ມດີຂຶ້ນ

84

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂບອິ້ງ ຜູ້ຜະລິດຍົນລາຍໃຫຍ່ຂອງອາເມຣິກາ ເປີດເຜີຍວ່າ: ໃນເດືອນພຶດສະພາທີ່ຜ່ານມາ ມີການຂໍຍົກເລີກການສັ່ງຊື້ຍົນຂອງໂບອິ້ງພຽງ 14 ລາຍການເທົ່ານັ້ນ ເຊິ່ງຖືວ່າດີຂຶ້ນເມື່ອທຽບກັບ 3 ເດືອນກ່ອນໜ້ານີ້, ຖືເປັນສັນຍານບວກຂອງອຸດສາຫະກຳການບິນທີ່ຄ່ອຍໆຟື້ນຕົວອີກຄັ້ງ, ຫຼັງຈາກສະຖານະການ ແຜ່ລະບາດຂອງພະຍາດໂຄວິດ – 19 ເລີ່ມຫຼຸດລົງຢູ່ຫຼາຍພື້ນທີ່ໃນຂະນະນີ້.


ການຂໍຍົກເລີກຄຳສັ່ງຊື້ຍົນໂບອິ້ງ 737 ແມັກ ມີທ່າອ່ຽງຫຼຸດລົງຢ່າງຫຼວງຫຼາຍ ໂດຍກ່ອນໜ້ານີ້ໃນເດືອນກຸມພາຜ່ານມາ ໂບອິ້ງ ໄດ້ຮັບການຍົກເລີກຄຳສັ່ງຊື້ ລວມ 46 ລາຍການ ກ່ອນທີ່ຈະເພີ່ມສູງຂຶ້ນ ເປັນ150 ລາຍການ ໃນເດືອນມີນາ ແລະ 108 ລາຍການ ໃນເດືອນເມສາ.


ທັ້ງນີ້ກໍ່ເນື່ອງມາຈາກສະຖານະການ ໂຄວິດ – 19 ທີ່ເພີ່ມທະວີຄວາມຮຸນແຮງໃນໄລຍະນັ້ນ ໂດຍສະເພາະເອີຣົບ ແລະ ອາເມຣິກາ, ສົ່ງຜົນໃຫ້ການເດີນທາງໂດຍຍົນຕ້ອງຢຸດຕິ ແລະ ສາຍການບິນທົ່ວໂລກຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນ.