ລາຄານ້ຳມັນຕະຫຼາດໂລກ ຫຼຸດລົງ 8% ກັງວົນເສດຖະກິດອາເມຣິກາ

143

ສັນຍານ້ຳມັນດິບ ເວສເທັກຊັສ ສົ່ງມອບເດືອນກໍລະກົດ ເຊິ່ງມີການຊື້ – ຂາຍທີ່ຕະຫຼາດ ໄນແມັກ ຫຼຸດລົງ 3,6 ໂດລາ ຫຼື ຫຼຸດລົງ 8,2% ປິດທີ່ 36,34 ໂດລາ/ບາເຣລ, ສ່ວນສັນຍານ້ຳມັນດິບເບຣນ ຫຼຸດລົງ 3,22 ໂດລາ ຫຼື 7,7% ປິດທີ່ 38,51 ໂດລາ/ບາເຣວ.

ທັງນີ້, ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ຄາດການວ່າ: ເສດຖະກິດອາເມຣິກາ ຈະຕິດລົບ 6,6% ໃນປີນີ້, ໃນຂະນະທີ່ອັດຕາການວ່າງງານຈະຈຸລະດັບ 9,3%. ສຳນັກງານຂໍ້ມູນ – ຂ່າວສານດ້ານພະລັງງານຂອງອາເມຣິກາ ( EIA ) ລະບຸວ່າ: ຄັງສຳຮອງ ( ສະຕັອກ ) ນ້ຳມັນດິບຂອງອາເມຣິກາ ເພີ່ມຂຶ້ນ 5,7 ລ້ານບາເຣວ ໃນອາທິດຜ່ານມາ ເຊິ່ງກົງກັນຂ້າມກັບນັກວິເຄາະທີ່ຄາດຄະເນໄວ້ວ່າຈະຫຼຸດລົງ 3,2 ລ້ານບາເຣວ.


ສະຖາບັນປີໂຕຣລ້ຽມ ອາເມຣິກາ ( ເອພີໄອ ) ເຊິ່ງເປັນກຸ່ມອຸດສາຫະກຳນ້ຳມັນຂອງອາເມຣິກາ ເປີດເຜີຍກ່ອນໜ້ານີ້ວ່າ ຄັງສຳຮອງນ້ຳມັນດິບຂອງອາເມຣິກາ ເພີ່ມຂຶ້ນ 8,4 ລ້ານບາເຣວໃນອາທິດຜ່ານມາ.

EIA ຍັງເປີດເຜີຍວ່າ: ຄັງສຳຮອງນ້ຳມັນແອັດຊັງ ເພີ່ມຂຶ້ນ 9 ແສນບາເຣວ, ຂະນະທີ່ນັກວິເຄາະຄາດວ່າເພີ່ມຂຶ້ນ 3 ແສນບາເຣວ, ສ່ວນສະຕັອກນ້ຳມັນກັ່ນ ລວມເຖິງ ຮິດຕິ້ງອອຍ ແລະ ນ້ຳມັນກາຊວນເພີ່ມຂຶ້ນ 1,6 ລ້ານບາເຣວ.