ດ່ວນ! ແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ຂຶ້ນເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ

331

ກະຊວງການເງິນໄດ້ ອອກຂໍ້ຕົກລົງເລກທີ 1459/ ກງ ນະຄອນຫຼວງວຽງຈັນ, ວັນທີ 08 ມີນາ2020 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດ ໄຟຟ້າລາວ.

ຮູບປະກອບຂ່າວ

ອີງຕາມ ກົດຫມາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46ສພຊ, ລົງວັນທີ 26 ທັນວາ 2012; ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ ລົງວັນທີ 08 ພຶດສະພາ 2017; ອີງຕາມ ຫນັງສືສະເຫນີຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0610/ນຍ ລົງວັນທີ 25 ພຶດສະພາ 2020 ແລະ ຫນັງສືສະເຫນີຂອງກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສະບັບເລກທີ 0542/ຄລບ ລົງວັນທີ 5 ມິຖຸນາ 2020;  ອີງຕາມ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 76/ຄຈສພ ລົງວັນທີ 14 ພຶດສະພາ 2020.

ລັດຖະມົນຕີກະຊວງການເງິນຕົກລົງ: ມາດຕາ 1 ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດ ໄຟຟ້າລາວ.

ມາດຕາ 2. ທ່ານທີ່ຖືກແຕ່ງຕັ້ງຕ້ອງປະຕິບັດຕາມພາລະບົດບາດ, ຫນ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຢ່າງຖືກຕ້ອງກັບກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຕ່າງໆຂອງ ສປປ ລາວ ວາງອອກ; ພ້ອມນັ້ນໃຫ້ສະຫຼຸບຜົນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ແລ້ວລາບງານຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ຊາບເປັນປົກກະຕິຕາມລະບຽບການ.

ມາດຕາ3. ຫ້ອງການກະຊວງການເງິນ, ກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ, ທ່ານທີ່ຖືກແຕ່ງຕັ້ງ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ. ມາດຕາ 4 ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.