ເທື່ອທຳອິດ ສະມາຄົມຢາງພາລາ ສອນເຕັກນິກວິຊາການຂີດຢາງສູ່ຊາວສວນ

299

ເມື່ອມີການສົ່ງເສີມປູກແລ້ວ ຕ້ອງໄປໃຫ້ສຸດ, ໂດຍສະເພາະແມ່ນການເຜີຍແຜ່ໃຫ້ຂໍ້ມູນໃນການດູແລຮັກສາ ຫຼື ເກັບຜົນຜະລິດ ເວົ້າສະເພາະແມ່ນຢາງພາລາ ເຊິ່ງຜູ້ລົງມືເຮັດເອງຕ່າງກໍຍອມຮັບວ່າຍັງຂາດເຕັກນິກວິຊາການທີ່ແທ້ຈີງ ຖ້າຍຶດຖືເອົາການປູກຢາງເປັນອາຊີບຫຼັກ ຫາລາຍໄດ້ເຂົ້າຄອບຄົວ. ດັ່ງນັ້ນ, ການເຮັດໃຫ້ຕົ້ນຢາງຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດທີ່ໄດ້ຄຸນນະພາບນັ້ນ ຕ້ອງເຮັດຢ່າງຖືກວິທີ ມີວິຊາການຄັກແນ່.


ເພື່ອຮັບປະກັນໃຫ້ຊາວສວນໄດ້ຮັບຜົນຜະລິດຢ່າງເຕັມອັດຕາຕາມທີ່ຄວນຈະເປັນ ໃນວັນທີ 6 ມິຖຸນາ 2020 ສະມາຄົມຢາງພາລາລາວ ໄດ້ຈັດພິທີເປີດໜ້າຢາງທີ່ສວນຢາງພາລາ ບ້ານນາເຂົ້າລົ້ມ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍມີຈຸດປະສົງເພື່ອເຜີຍແຜ່ນເຕັກນິກວິຊາການໃນການເປີດໜ້າຢາງ ຫຼື ຂີດຢາງເທື່ອທໍາອິດ; ທັງເປັນການບໍາລຸງຮັກສາຕົ້ນຢາງໃຫ້ມີອາຍຸນໍາໃຊ້ຍາວນານ, ເຮັດໃຫ້ມີນໍ້າຢາງຫຼາຍ ແລະ ມີຄຸນະພາບ.


ແນວໃດກໍ່ຕາມ ກ່ອນໜ້ານີ້, ທາງສະມາຄົມຢາງພາລາໄດ້ລົງເກັບກໍາຂໍ້ມູນລະອຽດ ກ່ຽວກັບແນວທາງເພີ່ມຕື່ມໃຫ້ປະຊາຊົນມີຄວາມຄວາມເຂົ້າໃຈເຖິງວິທີການຕ່າງໆ ເປັນຕົ້ນແມ່ນ: ເມື່ອຕົ້ນຢາງພາລາມີອາຍຸໄດ້ 7 ປີຂຶ້ນໄປ ແລະ ມີລວງຮອບ 45 ຊັງຕີແມັດ ແມ່ນສາມາດຂີດເອົາຢາງໄດ້. ແຕ່ສໍາຄັນໃນການຂີດຢາງເທື່ອທໍາອິດ ຕ້ອງຂີດໃຫ້ຖືກຕາມເຕັກນິກວິຊາການ ເພື່ອໃຫ້ໄດ້ນໍ້າຢາງຫຼາຍທີ່ສຸດ ຕົວຢ່າງ: ການຂີດຢາງຕອນເຊົ້າປະມານ 3 – 6 ໂມງເຊົ້າ, ການຂີດສະເພາະຕົ້ນທີ່ໄດ້ຂະໜາດ, ການຂີດຢາງເລີ່ມຕົ້ນແຕ່ຊ້າຍເທິງລົງຫາຂວາລຸ່ມເປັນມຸມອ່ຽງ 30 ອົງສາ, ມີດຂີດຢາງຕ້ອງໃຫ້ຄົມຕະຫຼອດ ເພາະວ່າເວລາຂີດເສັ້ນໄຍເນື້ອໃມ້ຈະຂາດດີ ແລະ ເຮັດໃຫ້ນໍ້າຢາງອອກໄວລວມເຖິງເຄັດລັບອື່ນໆ.


ໂອກາດນີ້, ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ໃຫ້ຮູ້ວ່າ: ສໍາລັບແຮງງານທີ່ຈະຂີດຢາງພາລາຕ້ອງໄດ້ຜ່ານການທົດລອງກ່ອນຂີດ ເຊັ່ນ: ຕ້ອງໄດ້ຜ່ານການຝຶກອົບຮົມວິທີຂີດ 5 ຂັ້ນຕອນມາກ່ອນແລ້ວ, ເທັກນິກວິທີການກະຕຸກຂໍ້ມື ແລະ ລະດັບຂາໃນການຍ່າງ, ວິທີຂີດບໍ່ໃຫ້ຖຶກເນື້ອໃມ້, ຂີດໃຫ້ໄດ້ມຸມ 30 ອົງສາ, ການກົດປາຍມີດໃຫ້ເຂົ້າເຖິງເປືອກ ແລະ ເຄັດລັບອື່ນໆທີ່ຜູ້ຂີດຢາງຈໍາເປັນຕ້ອງຮູ້.


ຂະນະດຽວກັນ ທ່ານ ສົມຈັນ ຈິດຕະພົງ ຄະນະບໍລິຫານງານ ສະມາຄົມຢາງພາລາລາວ ກໍ່ໃຫ້ຮູ້ຕື່ມອີກວ່າ: ການເຜີຍແຜ່ສາທິດການເປີດໜ້າຢາງ ຫຼື ການຂີດຢາງເທື່ອທໍາອິດ ເປັນເຕັກນິກໜຶ່ງທີ່ຊາວສວນ ແລະ ຜູ້ຂີດຢາງຕ້ອງໄດ່້ເອົາໃຈໃສ່ທຸກຂັ້ນຕອນລະອຽດ ເພື່ອເປັນການປົກປັກຮັກສາບໍາລຸງຕົ້ນຢາງໃຫ້ມີອາຍຸການທີ່ຍາວນານ, ໃຫ້ນໍ້າຢາງຫຼາຍ ແລະ ມີຄຸນະພາບສູງ ເຊິ່ງການສາທິດໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ມີຄວາມເຂົ້າໃຈຫຼາຍສົມຄວນ ແລະ ພ້ອມທີ່ຈະໄປປະຕິບັດເພື່ອຖອດຖອນບົດຮຽນໃນອະນາຄົດຕື່ມອີກ.