ຖັງເຊົ່າ ໜອນສະໝຸນໄພ ກິນແບບໃດໃຫ້ໄດ້ປະໂຫຍດທີ່ສຸດ

165

ຫຼາຍໆຄົນກໍຄົງຈະເຄີຍໄດ້ຍິນຊື່ ຖັງເຊົ່າ ກັນແນ່ແລ້ວ ແຕ່ກໍສົງໄສວ່າ ຖັງເຊົ່າມັນແມ່ນຫຍັງ ແລ້ວມີໃຜແນ່ທີ່ຮູ້ຈັກສະໝຸນໄພຊະນິດນີ້ ແບບລາຍລະອຽດ ພ້ອມວິທີກິນທີ່ຖືກຕ້ອງຂອງຖັງເຊົ່າ ມື້ນີ້ ແອັດມິນຈະນຳເອົາສະໝຸນໄພທີ່ຊື່ວ່າ ຖັງເຊົ່າ ມາໃຫ້ແຟນຂ່າວຮູ້ເຖິງປະໂຫຍດດີໆຂອງມັນ ເຮົາມາຮູ້ຈັກຖັງເຊົ່າກັນເລີຍ.

ຖັງເຊົ່າ (Cordyceps) ຫຼື ຫຍ້າໜອນ ແມ່ນຈັດຢູ່ໃນສະໝຸນໄພຈີນທີ່ມີຄຸນນະສົມບັດຫຼາຍຢ່າງໃນການເບິ່ງແຍງສຸຂະພາບ ແລະມີສັບພະຄຸນທາງຢາ ໂດຍແພດແຜນບູຮານຂອງຈີນໄດ້ນຳເອົາມາໃຊ້ຫຼາຍພັນປີເຊິ່ງເປັນສະໝຸນໄພຫາຍາກ ແລະມີລາຄາສູງ ພົບເຫັນໄດ້ຢູ່ໃນພື້ນທີ່ສູງຕາມພູເຂົາ ແລະຕ້ອງຢູ່ໃນສະພາບອາກາດທີ່ເຢັນ ແລະ ມີຄວາມຊຸ່ມຊື່ນຫຼາຍ ເອີ້ນໄດ້ວ່າເປັນສະພາບທີ່ມີສະເພາະຖິ່ນເທົ່ານັ້ນ ອີກທັງຍັງຕ້ອງສູງປະມານ 10,000 ຟຸດ – 12,000 ຟຸດ ເໜືອລະດັບນ້ຳທະເລ ຈຶ່ງເຮັດໃຫ້ເປັນຂອງຫາຍາກ ລາຄາສູງ ແລະພື້ນທີ່ຂຸດຄົ້ນພົບຖັງເຊົ່າຄື ບໍລິເວນພູເຂົາຫິມະໄລຂອງປະເທດຈີນ ເຊັ່ນ ທິເບດ ພູຖານ ໂດຍສະເພາະພູຖານ ຖັງເຊົ່າຈະມີຄຸນນະພາບດີທີ່ສຸດ.

ເນື່ອງຈາກສະໝຸນໄພຊະນິດນີ້ປະກອບໄປດ້ວຍ 2 ສ່ວນຄື ໂຕໜອນກະເບື້ອທີ່ພາຍໃນໂຕອັດແໜ້ນໄປດ້ວຍເສັ້ນໃຍຂອງເຫັດ ແລະ ສ່ວນຂອງດອກເຫັດ ໂດຍໂຕໜອນຊະນິດນີ້ຈະຈຳສິນຢູ່ກ້ອງພູເຂົາຫິມະ ເມື່ອຫິມະລະລາຍເປັນນ້ຳກໍຈະເຮັດໃຫ້ສະປໍເຫັດມາຕິດເທິງໜ້າດິນ ເຊິ່ງເມື່ອໂຕໜອນເຫຼົ່ານີ້ຄານຜ່ານສະປໍ ສະປໍກໍຈະເກາະຕິດຢູ່ທີ່ລຳໂຕຂອງໜອນ ແລະແທງເສັ້ນໃຍເຂົ້າສູ່ໂຕໜອນ ຫຼື ສະປໍອາດເຂົ້າສູ່ໂຕໜອນໂດຍປົນເຂົ້າໄປກັບອາຫານທີ່ໜອນກິນ ຈາກນັ້ນເສັ້ນໃຍຂອງເຫັດກໍ່ຈະເຕີບໃຫຍ່ ໂດຍອາໄສການດູດສານອາຫານ ແລະ ແຮ່ທາດຈາກໂຕ ໜອນຈົນເຮັດໃຫ້ໂຕໜອນຂາດອາກາດຫາຍໃຈ ມັນຈຶ່ງຕາຍໃນຮູບລັກສະນະຫົວພົ້ນຂຶ້ນເທິງໜ້າດິນ ໂດຍທີ່ລຳໂຕແຂງຊື່ ເມື່ອຮອດລະດູໃບໄມ້ປົ່ງ ອຸນຫະພູມເລີ່ມສູງຂຶ້ນເສັ້ນໃຍຂອງເຫັດຈະລວມໂຕກັນສ້າງເປັນກ້ານທີ່ພົ້ນຂຶ້ນ ແລະ ດອກເຫັດງອກອອກມາທາງສ່ວນຫົວຂອງໂຕໜອນຂຶ້ນສູ່ອາກາດ ເພື່ອຮັບແສງອາທິດ.

ຖັງເຊົ່າຈະມີລົດຊາດຫວານ ເປັນທາດອຸ່ນ ເສີມສານທີ່ຈຳເປັນຂອງຮ່າງກາຍບຳລຸງໝາກໄຂ່ຫຼັງ ແກ້ໄອ ປ້ອງກັນບໍ່ໃຫ້ຈຳນວນເມັດເລືອດຂາວຫຼຸດລົງຈາກການຮັກສາທາງເຄມີ ແລະລັງສີ ປັບການເຮັດວຽກຂອງໝາກໄຂ່ຫຼັງ ເໝາະສຳລັບບຳບັດອາການອາການປອດ ໄອ ຫອບຊ້ຳເຮື້ອ ໄອເພາະເປັນໂລກປອດ ຂີ້ເທີມີເລືອດປົນ ເຈັບຫົວເຂົ່າ ແລະຊ່ວງແອວ ຮ່າງກາຍອ່ອນແອຫຼັງຈາກເຊົາເປັນໄຂ້.

ຖັງເຊົ່າອຸດົມໄປດ້ວຍສານຕ່າງໆທີ່ມີປະໂຫຍດ ໄດ້ແກ່ ສານຄໍໄດຊີປິນ (Cordycepin) ສານອິດີໂນຊີນ (Adenosine) ສານພໍລິແຊັກຄາໄຣ (Polysaccharide) ກົດອາມິໂນ ນອກຈາກນີ້ຍັງມີວິຕາມິນອີ ວິຕາມິນເຄ ວິຕາມິນບີ1 ບີ2 ແຮ່ທາດໂພແທດຊ້ຽມ ໂຊດ້ຽມ ແຄວຊ້ຽມ ແລະ ອື່ນໆ.

ໂດຍສານທີ່ສຳຄັນກໍຄື ຄໍໄດຊິປິນ (Cordycepin) ທີ່ມີຄຸນສົມບັດໂດດເດັ່ນ ສາມາດເພີ່ມປະສິດທິພາບການດຶງອົກຊີແຊນມາໃຊ້ ເຮັດໃຫ້ບໍ່ເມື່ອຍ ລວມເຖິງຊ່ວຍຟື້ນຟູສຸຂະພາບຂອງຄົນເຈັບ ນອກຈາກນີ້ ເບຕ້າກລູແຄນ (BetaGlucan) ຈະຊ່ວຍໃຫ້ຮ່າງກາຍສ້າງພູມຄຸ້ມກັນ ໂດຍກະຕຸ້ນການເຮັດວຽກຂອງເມັດເລືອດຂາວ ດັ່ງນັ້ນ ຮ່າງກາຍຂອງເຮົາກໍຈະແຂງແຮງ ແລະມີພູມຄຸ້ມກັນໄວ້ສູ້ກັບໂລກໄພຕ່າງໆ.

ວິທີກິນຖັງເຊົ່າໃຫ້ຖືກຕ້ອງ ແລະ ປອດໄພ ເນື່ອງຈາກວ່າຂໍ້ມູນທາງການແພດທີ່ກ່ຽວກັບຖັງເຊົ່ານັ້ນ ຍັງເປັນສິ່ງທີ່ຂ້ອນຂ້າງໃໝ່ ດັ່ງນັ້ນຄຳແນະນຳໃນການກິນຈຶ່ງອາດມີປະລິມານທີ່ແຕກຕ່າງກັນ ຂຶ້ນຢູ່ກັບແຫຼ່ງທີ່ມາ ແຕ່ໂດຍທົ່ວໄປແລ້ວການທົດລອງທາງການແພດແມ່ນແນະນຳມື້ລະ 3-4,5 ກຣາມ ຍົກເວັ້ນໃນກໍລະນີຄົນເຈັບທີ່ເປັນໂລກ ໝາກໄຂ່ຫຼັງຮ້າຍແຮງແມ່ນຕ້ອງໃຊ້ໃນປະລິມານ 6-9 ກຣາມຕໍ່ມື້ ສ່ວນຄົນເຈັບທີ່ເປັນມະເລັງກໍຕ້ອງກິນໃນປະລິມານທີ່ຫຼາຍເຖິງ 30-50 ກຣາມຕໍ່ມື້ ເຊິ່ງເຫັນວ່າໃຫ້ຜົນດີຕໍ່ຜູ້ປ່ວຍ.

ການກິນຖັງເຊົ່າແບບດັງເດີມຈະໃຊ້ວິທີບົດໃຫ້ຮຸ່ນດີແລ້ວຊົງເປັນຊາ ຫຼືຈະໃຊ້ວິທີຕົ້ມໃສ່ແກງຈືດ ນອກເໜືອຈາກວິທີແບບດັ້ງເດີມແລ້ວ ປັດຈຸບັນການກິນຖັງເຊົ່າມີຄວາມສະດວກສະບາຍກວ່າເກົ່າຫຼາຍ ເພາະມີການຜະລິດອອກມາໃນຫຼາຍຮູບແບບ ເຊັ່ນ ຜົງເສັ້ນໃຍ ສານສະກັດຈາກໃຍ ທີ່ເປັນທາງເລືອກທີ່ງ່າຍກວ່າ ໃນການກິນຖັງເຊົ່າໃຫ້ໄດ້ປະໂຫຍດ.