ສຕລ ແຈ້ງຈະມອບເງິນຊ່ວຍເຫຼືອ ທີມໃນລາວລີກ 2020 ທີມລະ 90 ລ້ານກີບ ພ້ອມກໍານົດມື້ແຂ່ງແລ້ວ

162

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ອອກແຈ້ງການໃນວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ໂດຍແຈ້ງການລະບຸວ່າ:

ສະຫະພັນບານເຕະແຫ່ງຊາດລາວຂໍແຈ້ງມາຍັງ ບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19 ຕາມລາຍລະອຽດ ຕາມແຈ້ງການໃນຮູບ

ນອກນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ອອກແຈ້ງການກໍານົດຮູບແບບການແຂ່ງຂັນ ແລະ ວັນເວລາການແຂ່ງຂັນ ເປບຊີ ລາວພຣີເມຍລີກ 2020 ໂດຍກໍານົດເປີດການແຂ່ງຂັນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2020 ລາຍລະອຽດຕາມແຈ້ງການໃນຮູບ: