ປີນີ້ ເມືອງເຊບັ້ງໄຟ ຕັ້ງເປົ້າຜະລິດເຂົ້ານາປີໃຫ້ໄດ້ 8.600 ເຮັກຕາ

209

ກ້າວເຂົ້າສູ່ລະດູການຜະລິດເຂົ້ານາປີ ປະຈໍາປີ 2020 ທົ່ວປະເທດລ້ວນພວມກະກຽມໃສ່ລະດູການດັ່ງກ່າວ ເວົ້າລວມ ເວົ້າສະເພາະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຕັ້ງເປົ້າຈະສູ້ຊົນຜະລິດເຂົ້ານາປີປີນີ້ໃຫ້ໄດ້ເນື້ອທີ່ 8.600 ເຮັກຕາ ພ້ອມຄາດຈະຕົກກ້າໃຫ້ສໍາເລັດໃນເດືອນມິຖຸນານີ້.

ຕາມການລາຍງານຈາກ ທ່ານ ຈັນໄທ ສີຈັນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃນວັນທີ 28 ພຶດສະພາ 2020 ຜ່ານມານີ້ວ່າ: ໃນລະດູການຜະລິດເຂົ້ານາປີ ປີນີ້, ເມືອງເຊບັ້ງໄຟ ມີແຜນການປູກເຂົ້ານາປີຕາມເນື້ອທີ່ໃນທົ່ວເມືອງ 8.600 ເຮັກຕາ, ເຊິ່ງມາຮອດປັດຈຸບັນ ລົງມືຕົກກ້າໄດ້ແລ້ວ 12 ໂຕນ ແລະ ຜະລິດແບບນາຝາຍ (ນາຫວ່ານ) ໄດ້ແລ້ວ 515 ເຮັກຕາ, ຄາດຄະເນການຕົກກ້າໃຫ້ສຳເລັດໃນເດືອນມິຖຸນາ 2020.

ທ່ານ ຈັນໄທ ສີຈັນທິລາດ ຍັງໃຫ້ຮູ້ຕື່ມວ່າ: ສຳລັບ ການຜະລິດເຂົ້ານາແຊງຂອງກະສິກອນໃນທົ່ວເມືອງເຊບັ້ງໄຟ ຕາມເນື້ອທີ່ແຜນການ 2.400 ເຮັກຕາ, ສາມາດຈັດຕັ້ງປະຕິບັດຕົວຈິງໄດ້ 2.579 ເຮັກຕາ, ລື່ນແຜນການ 179 ເຮັກຕາ, ສະເລ່ຍສະມັດຕະພາບ 5,6 ໂຕນຕໍ່ເຮັກຕາ, ລວມຍອດຜົນຜະລິດ 14 ພັນໂຕນ. ສາເຫດທີ່ເຮັດໃຫ້ລື່ນແຜນການ ຍ້ອນສະພາບການຜະລິດເຂົ້ານາປີຂອງປະຊາຊົນຖືກນ້ຳຖ້ວມ 2 ປີຕິດຕໍ່ກັນໃນໄລຍະຜ່ານມາ ພໍ່ແມ່ປະຊາຊົນຈຶ່ງມີຄວາມກະຕືລືລົ້ນໃນການຜະລິດເຂົ້ານາແຊງຫລາຍຂຶ້ນ ບວກກັບລາຄາເຂົ້າທີ່ສູງຂຶ້ນ ເຊິ່ງເປັນປັດໄຈເຮັດໃຫ້ປະຊາຊົນສຸມໃສ່ປູກເຂົ້ານາແຊງຫລາຍຂຶ້ນ.

ສຳລັບແຜນການຕ້ານແລ້ງ-ຕ້ານຖ້ວມໃນປີນີ້ ແມ່ນໄດ້ອອກແຈ້ງການລົງເຖິງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທີ່ມີໂຄງການຊົນລະປະທານ ແລະ ຝາຍນ້ຳລົ້ນເພື່ອຫ້າງຫາກະກຽມເປັນຕົ້ນ ການກວດກາຫົວງານ, ຄອງເໝືອງ, ການຊັບໄຟໄດ ແລະ ອື່ນໆ ເພື່ອກຽມຄວາມພ້ອມຮອງຮັບໃນເວລາສຸກເສີນ.

ຂໍ້ມູນຈາກ: ປະເທດລາວ