47 ມື້ແລ້ວລາວເຮົາບໍ່ພົບຜູ້ຕິດເຊື້ອ ຈາກຜົນກວດຕົວຢ່າງຫຼ້າສຸດ 75 ກໍລະນີ

159

ນັບວ່າເປັນຂ່າວດີຢ່າງຕໍ່ເນື່ອງ ມາຮອດມື້ນີ້ແມ່ນ 47 ແລ້ວ ທີ່ຢູ່ໃນ ສປປ ລາວເຮົາກວດບໍ່ພົບຜູ້ຕິດເຊື້ອໃໝ່, ຈາກການກວດຕົວຢ່າງທັງໝົດໃນວັນທີ 28 ພຶດສະພາ 2020 ຈຳນວນ 75 ຄົນ. ສ່ວນຜູ້ປ່ວຍຕິດເຊື້ອທີ່ຍັງນອນຕິດຕາມອາການຢູ່ໂຮງໝໍ ຈຳນວນ 3 ຄົນ ຈາກຕົວເລກສະສົມ 19 ຄົນໃນທົ່ວປະເທດ.

ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນ ຜູ້ປະຈຳການຄະນະສະເພາະກິດ ຄວບຄຸມໂຄວິດ-19 ໄດ້ຖະແຫຼງໃນວັນທີ 29 ພຶດສະພາ 2020 ວ່າ: ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.156 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.500ຄົນ,

ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 153 ຄົນ, ຜ່ານດ່ານສາກົນວັງເຕົົ່າ-ຊ່ອງເມັກ ແຂວງຈຳປາສັກ ຈໍານວນ 25 ຄົນ ແລະ ຜ່ານດ່ານສາກົນຂົວມິດຕະພາບນໍ້າເຫືອງ, ແຂວງໄຊຍະບູລີ ຈໍານວນ 128 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດຂົນສົົ່ງສິນຄ້າ. ຈຸດຜ່ານດ່ານລາວ-ຈີນ ທັງໝົດ 9 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.

ຈຸດຜ່ານດ່ານລາວ-ຫວຽດນາມ ທັງໝົດ 647 ຄົນ ໃນນັ້ນມີຄົນລາວ 4 ຄົນ ຜ່ານດ່ານສາກົນນໍ້າພ້າວ ແຂວງບໍລິຄໍາໄຊ, ເຫຼືອນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າ ເຊິ່ງຜູ້ເຂົ້າ-ອອກໃນທຸກດ່ານ ແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ທ່ານກ່າວຕື່ມວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
ໃນວັນທີ 28 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 75 ຄົນ, ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 72 ຄົນ, ກໍລະນີສົງໄສ 3 ຄົນ.

ຜົນກວດ ແຮງງານລາວ ແລະ ກໍລະນີສົງໃສທັງໝົດ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 28 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 28 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 6.141 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (47 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານໃຫ້ຮູ້ຕື່ມວ່າ: ການຕິດຕາມຜູ້ຈຳກັດບໍລິເວນຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆທົ່ວປະເທດ ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2,603 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ ແລະ ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 3 ຄົນ, ຍີງ 2 ຄົນ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກ່ວາບໍ່ພົບເຊື້ອຈິ່ງພິຈາລະນາໃຫ້ອອກໂຮງໝໍ.