ພູມຄຸ້ມກັນດີດ້ວຍວິຕາມິນຊີຈາກ 5 ໝາກໄມ້

179

ອາກາດມີປ່ຽນແປງຢູ່ຕະຫຼອດ ອາດເຮັດໃຫ້ຮ່າງກາຍເຮົາປັບສະພາບບໍ່ທັນ ກໍຈະສົ່ງຜົນເຮັດໃຫ້ເຮົາເປັນຫວັດໄດ້ງ່າຍ ເພາະວ່າຮ່າງກາຍຂອງເຮົາແມ່ນມີພູມຕ້ານທານໜ້ອຍ ສະນັ້ນ ມື້ນີ້ແອັດມິນຈະມາແນະນຳໝາກໄມ້ 5 ຊະນິດ ທີ່ມີວິຕາມິນຊີສູງໃຫ້ແຟນຂ່າວເລືອກກິນກັນເລີຍ ເພື່ອປ້ອງກັນການເປັນຫວັດໃນເວລາອາກາດປ່ຽນແປງດຸ.

1 ໝາກຂາມປ້ອມ
ເປັນໝາກໄມ້ທີ່ຫາໄດ້ງ່າຍແຖມກິນດີເພາະໃນໝາກຂາມປ້ອມມີວິຕາມິນຊີສູງທີ່ສຸດ ໂດຍມີຂໍ້ມູນຢັ້ງຢືນວ່າ ໃນໝາກຂາມປ້ອມສົດ 100 ກຣາມ ຈະມີວິຕາມິນຊີແຝງຢູ່ເຖິງ 276 ມິລິກຣາມ ຫຼື ຖ້າເອົາໝາກຂາມປ້ອມໄປຄັ້ນນ້ຳດື່ມກໍຈະໄດ້ວິຕາມິນຊີສູງກວ່ານ້ຳໝາກກ້ຽງ 20 ເທົ່າ ຍ້ອນສັບພະຄຸນແບບນີ້ໝາກຂາມປ້ອມເລີຍມີຄວາມສາມາດແກ້ອາການໄຂ້ຫວັດ ຊ່ວຍລະລາຍຂີ້ກະເທີ ແກ້ອາການໄອໄດ້ດີ.

2 ໝາກຂາມແປ
ໝາກຂາມແປກໍມີວິຕາມິນຊີສູງບໍ່ຕ່າງຈາກໝາກຂາມປ້ອມເລີຍ ນອກຈາກມີວິຕາມິນຊີສູງແລ້ວ ຍັງມີວິຕາມິນອີອີກດ້ວຍ ໂດຍປົກກະຕິວິຕາມິນອີຈະບໍ່ຄ່ອຍພົບເຫັນໃນໝາກໄມ້ຫຼາຍປານໃດ ແຕ່ໝາກຂາມແປແມ່ນມີທັງວິຕາມິນຊີ ແລະ ອີ ຍິ່ງຈະຊ່ວຍປ້ອງກັນໄດ້ດີ ແລະມີປະສິດທິພາບສູງ ພ້ອມທັງຊ່ວຍປ້ອງກັນການອຸດຕັນຂອງຫຼອດເລືອດ ຫຼຸດຄວາມສ່ຽງຈາກການເປັນໂຣກຫົວໃຈ ຍັງຊ່ວຍຜູ້ທີ່ມີບັນຫາການຂັບຖ່າຍ ເພາະໝາກຂາມແປມີເສັ້ນໃຍຫຼາຍ ຊ່ວຍໃຫ້ຂັບຖ່າຍງ່າຍຂຶ້ນແນ່ນອນ.

3 ໝາກສີດາ
ເປັນໝາກໄມ້ທີ່ຫຼາຍຄົນກໍຮູ້ວ່າມີວິຕາມິນຊີສູງ ແລະຫຼາຍໆຄົນກໍມັກກິນເພາະໃຫ້ວິຕາມິນຊີສູງ ແຖມກິນບໍ່ອ້ວນ ຄົນເປັນເບົາຫວານກໍເລືອກກິນເພາະມັນບໍ່ຫວານຫຼາຍ ໂດຍໝາກສີດາສົດ 100 ກຣາມ ຈະໃຫ້ວິຕາມິນຊີຫຼາຍເຖິງ 160 ມິລິກຣາມ ເຊິ່ງກໍຈະພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນ 1 ມື້ ເວລາກິນກໍບໍ່ຄວນບອກເປືອກ ເພາະວິຕາມິນຊີຈະຢູ່ໃນເປືອກເປັນສ່ວນຫຼາຍ ແລະຄວນກິນໝາກສີດາທີ່ໃຫຍ່ເຕັມທີ່ ແລະຍັງມີສີຂຽວຢູ່ ເພາະວິຕາມິນຊີຢູ່ເປືອກ ແລະເນື້ອຂອງໝາກສີດາຈະຄ່ອຍໆຫຼຸດລົງເມື່ອໝາກສຸກ.

4 ກີວີ
ກີວີສີຂຽວທີ່ເປັນໜ່ວຍກົມມົນ ລົດຊາດສົ້ມໆ ຫວານໆ ທີ່ອຸດົມໄປດ້ວຍວິຕາມິນຊີສູງເຖິງ 105 ມິລິກຣາມ ພ້ອມມີກາກໃຍຫຼາຍ ແຄລໍຣີ່ຕ່ຳ ເປັນໂຕເລືອກທີ່ດີສຳລັບຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ.

5 ລິນຈີ່
ເປັນໝາກໄມ້ທີ່ຫຼາຍໆທ່ານມັກເປັນຊີວິດຈິດໃຈ ເພາະລິນຈີ່ມີລົດຊາດທີ່ສົ້ມຫວານແຊບ ເຊິ່ງໃນລິນຈີ່ຈະມີວິຕາມິນຊີປະລິມານ 71 ມິລິກຣາມ ຕໍ່ ລິນຈີ່ 100 ກຣາມ ພ້ອມມີສັບພະຄຸນຊ່ວຍໃນເລື່ອງຂອງການບຳລຸງຫຼອດເລືອດ ປ້ອງກັນໂຣກກະດູກ ແລະ ແຂ້ວ ແກ້ອາການໄອຊ້ຳເຮື້ອ ແກ້ອາການຄັນດັງ ເພາະລິ້ນຈີ່ເປັນໝາກໄມ້ທີ່ແຊບ ຈຶ່ງເຮັດໃຫ້ຄົນມັກ ແຕ່ຂໍ້ເສຍຂອງມັນກໍ່ຄື ຖ້າຫາກກິນໃນປະລິມານທີ່ຫຼາຍເກີນໄປກໍຈະເກີດອາການຮ້ອນໃນໄດ້ ຄວນກິນໃຫ້ພໍເໝາະຕໍ່ຮ່າງກາຍ.