ຂ່າວດີມື້ນີ້ ບໍ່ພົບຜູ້ຕິດເຊື້ອໃໝ່, ຄົນເຈັບເກົ່າປົວດີອອກໂຮງໝໍເພີ່ມອີກ 2ຄົນ

83

ວັນທີ 27 ພຶດສະພາ 2020 ນັບເປັນຂ່າວດີ 45 ມື້ລຽນຕິດ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ພ້ອມດຽວກັນນັ້ນຄົນເຈັບຜູ້ຕິດເຊື້ອ ກໍລະນີທີ 16 ແລະ 18 ປິ່ນປົວຫາຍດີໄດ້ອອກໂຮງໝໍກັບບ້ານໃນມື້ນີ້ ເຮັດໃຫ້ຍັງມີຄົນເຈັບຕ້ອງຕິດຕາມອາການຕໍ່ຢູ່ໂຮງໝໍພຽງ 3 ຄົນ.

ໃນວັນທີ 27 ພຶດສະພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ພ້ອມສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 26 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 83 ຄົນ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 72 ຄົນ, ແຮງງານຫວຽດນາມ 6 ຄົນ, ກໍລະນີສົງໄສ 1 ຄົນ ແລະ ຄົນເຈັບຕິດເຊື້ອນອນປີ່ນປົວຢູ່ໂຮງໝໍມິດຕະພາບທີ່ເກັບຕົວຢ່າງມາກວດຄືນ 4 ຄົນ, ເຊິ່ງຜົນກວດ ແຮງງານລາວ ແລະ ກໍລະນີສົງໄສທັງໝົດ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ສຳລັບຜົນກວດຄົນເຈັບຕິດເຊື້ອ 4 ຄົນ ໃຫ້ຜົນລົບ 2 ຄົນ ເປັນຈຳນວນ 2 ຄັ້ງ ຈຶ່ງອະນຸຍາດໃຫ້ກັບບ້ານໄປຕິດຕາມອາການຢູ່ເຮືອນຕໍ່ອີກ 14ວັນ.

ໝາຍຄວາມວ່າໃນວັນທີ 26 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 26 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.938 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (45 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).