ລັດແຈ້ງປັບຂຶ້ນລາຄານໍ້າມັນໃນທົ່ວປະເທດ ມີຜົນມື້ອື່ນເປັນຕົ້ນໄປ

185

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ໂດຍລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00 ໂມງ ຂອງວັນທີ 28 ພຶດສະພາ 2020 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊືຶ້ອໄຟ ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ສະບັບເລກທີ 0502/ອຄ.ກຄພນ, ລົງວັນທີ 27 ພຶດສະພາ 2020 ໂດຍການປັບລາຄາຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ 300 ກີບ/ລິດ, ແອັດຊັງທໍາມະດາ 300 ກີບ/ລິດ ແລະ ກາຊວນ 100ກີບ/ລິດ.

ໄດ້ປັບລາຄານໍ້າມັນເຊື້ອໄຟແອັດຊັງພິເສດ ປັບຂຶ້ນ 980 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 750 ກີບ/ລິດ ແລະ ກາຊວນປັບຂຶ້ນ 380 ກີບ/ລິດ. ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0423/ກຄພນ.ຄສລ, ລົງວັນທີ 27 ພຶດສະພາ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ, ໂດຍແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0465/ອຄ.ກຄພນ, ລົງວັນທີ 13 ພຶດສະພາ 2020 ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດເວລາ 06:00 ໂມງ ຂອງວັນທີ 28 ພຶດສະພາ 2020 ໃນຂອບເຂດທົ່ວປະເທດ.