ສະຫາຍ ພັນໂທ ບົວໄຂ ພົມພັນ ຖືກຄັດເລືອກເປັນເລຂາໜ່ວຍພັກອີກໜຶ່ງສະໄໝ

252

ໜ່ວຍພັກຫ້ອງການຄະນະກຳມະການ ປກຊ – ປກສ ແຂວງ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງຈຳປາສັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນພາຍໃຕ້ການເຂົ້າຮ່ວມຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຫົວໜ້າຫ້ອງວ່າການແຂວງຈຳປາສັກ, ສະຫາຍ ພັນໂທ ບົວໄຂ ພົມພັນ ຫົວໜ້າຫ້ອງການຄະນະກຳມະການ ປກຊ – ປກສ ແຂວງຈຳປາສັກ, ສະຫາຍ ສອນນາລິນ ຄຳພູມີ ຫົວໜ້າຂະແໜງກວດກາຕາງໜ້າຄະນະກຳມະການບຸກຄະລາກອນຂັ້ນແຂວງ, ມີ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາຂອງໜ່ວຍພັກ, ຜ່ານບົດລາຍງານການເມືອງທັງສອງພາກ ຕະຫຼອດໄລຍະການຊີ້ນຳ – ນຳພາ 5 ປີຜ່ານມາ ໃນດ້ານການຈັດຕັ້ງແບບແຜນການນຳພາ ໄດ້ເອົາໃຈໃສ່ຍົກສູງບົດບາດການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພະນັກງານສະມາຊິກພັກ ບົນພື້ນຖານເສີມຂະຫຍາຍທາດແທ້ມູນເຊື້ອຄວາມສາມັກຄີເປັນອັນໜຶ່ງອັນດຽວກັນພາຍໃນພັກ ແລະ ພາກທິດທາງແຜນການ 5 ປີໃນຕໍ່ໜ້າ.

ໜ່ວຍພັກຫ້ອງການຄະນະກຳມະການ ປກຊ – ປກສ ແຂວງ ມີໜ້າທີ່ການເມືອງເປັນເສນາທິການຊ່ວຍວຽກປິ່ນອ້ອມໃຫ້ຄະນະພັກຮາກຖານຫ້ອງວ່າການແຂວງ ພາຍໃຕ້ການຊີ້ນຳຂອງສະຫາຍເລຂາພັກແຂວງ, ປະທານຄະນະກຳມະການ ປກຊ – ປກສ ແຂວງຈຳປາສັກ, ມີສະມາຊິກພັກທັງໝົດ 12 ສະຫາຍ ຍິງ 2 ສະຫາຍ. ໃນນັ້ນ, ສຳຮອງ 2 ສະຫາຍ.

ໃນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່. ຜ່ານການປ່ອນບັດເລືອກໄດ້ ສະຫາຍ ພັນໂທ ບົວໄຂ ພົມພັນ ເປັນເລຂາໜ່ວຍພັກ; ສະຫາຍ ພັນໂທ ສົມພອນ ສີກຸມພອນ ເປັນຮອງເລຂາໜ່ວຍພັກ; ສະຫາຍ ພັນຕີ ບຸນຖັນ ພົມອາສາ ເປັນປະທານກວດກາ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 14 ພຶດສະພາ 2020 ຢູ່ທີ່ຫ້ອງວ່າການແຂວງຈໍາປາສັກ.

ເນື້ອໃນ: ຫ້ອງວ່າການແຂວງ, ຂ່າວ: ສົມສະຫວິນ