ລັດຖະບານ ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່, ສ່ວນດ່ານຍັງສືບຕໍ່ປິດ

191

ລັດຖະບານ ໄດ້ອອກມາດຕະການຜ່ອນຜັນ 9 ຂໍ້ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ ໂດຍອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນດ່ານຍັງສືບຕໍ່ປິດ ແລະ  ສືບຕໍ່ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ – 19 ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 18 ພຶດສະພາ ເຖິງ 31 ມິຖຸນາ 2020.

ວັນທີ 15 ພຶດສະພາ 2020, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຂ່າວກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ ວັນທີ 1 ມິຖຸນາ 2020 ວ່າ: ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19, ທັງເຮັດແນວໃດໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ລັດຖະບານຈຶ່ງໄດ້ຕົກລົງ ແລະ ຊີ້ນໍາກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020 ລະອຽດດັ່ງນີ້:

1 ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດສືບຕໍ່ປະຕິບັດບາງມາດຕະການ ຕາມຄຳສັ່ງ 06/ນຍ ແລະ ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ດ້ວຍ ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.

2 ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສືບຕໍ່ປະຕິບັດຢ່າງເຂັ້ມງວດບັນດາມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

3 ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ໂຄສະນາເຜີຍແຜ່ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

4 ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ – ສັງຄົມໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດເປັນປົກກະຕິເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:

4.1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ – ລັດ, ສຳນັກງານຂອງບໍລິສັດເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກຜ່ານລະບົບສື່ສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ກໍສາມາດສືບຕໍ່ຕາມຄວາມເໝາະສົມ.

4.2 ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.

4.3 ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.

4.4 ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະຊຸມເປັນທາງການພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ຈັດງານລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລ ລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສຳລັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມຕື່ມຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 08/ຄລສພ ລົງວັນທີ 11 ພຶດສະພາ 2020.

4.5 ໃຫ້ກະຊວງສຶກສາທິການ ແລະ ກີລາ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປີດໂຮງຮຽນຄືນໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ໃສ່ຜ້າອັດປາກ – ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນຮຽນ ປ 1 – ປ 4, ມ 1 – ມ 3,   ມ 5 – ມ 6, ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆໃຫ້ກະກຽມເປີດ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.

4.6 ອະນຸຍາດໃຫ້ອອກກໍາລັງກາຍ ຫຼື ຫຼິ້ນກີລາກາງແຈ້ງ ແລະ ໃນຮົ່ມທຸກປະເພດ, ແຕ່ຕ້ອງປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອຕາມຄຳແນະນໍາຂອງຄະນະສະເພາະກິດ.

4.7 ອະນຸຍາດໃຫ້ເປີດດໍາເນີນທຸລະກິດການຄ້າ ແລະ ການບໍລິການຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມຄວາມງາມ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ – ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ – ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ.

4.8 ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ສາມາດເປີດດໍາເນີນກິດຈະການ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ໄດ້ກຳນົດໃນຄຳແນະນຳຂອງຄະນະສະເພາະກິດ ສະບັບເລກທີ 071/ສພກ ລົງວັນທີ 11 ພຶດສະພາ 2020.

4.9 ອະນຸຍາດໃຫ້ຊາວຕ່າງປະເທດທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາຢູ່ ສປປ ລາວ ກັບຄືນປະເທດຂອງຕົນຕາມຈຸດປະສົງ. ສຳລັບນັກສຶກສາລາວ ແລະ ແຮງງານລາວທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ແຕ່ຕ້ອງໄດ້ປະຕິບັດຕາມລະບຽບການຂອງປະເທດທີ່ຈະເດີນທາງໄປນັ້ນ.

5 ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້:

5.1 ສືບຕໍ່ປິດບັນດາກິດຈະການ ເປັນຕົ້ນ: ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ – ດື່ມ ( ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກີລາທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ເຊິ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີ ຄວາມສ່ຽງຕໍ່ການຕິດເຊື້ອ.

5.2 ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມ ( ບໍ່ເປັນທາງການ ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພ  ນີ ແລະ ງານດອງທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີ ຄວາມສ່ຽງຕໍ່ການຕິດເຊື້ອ.

5.3 ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ – ອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດໃນຂໍ້ທີ 4.9 ຂອງແຈ້ງການສະບັບເລກທີ 580/ຫສນຍ ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ.

5.4 ສືບຕໍ່ໂຈະການອອກວີຊາທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ – 19, ຍົກເວັ້ນແຕ່ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈຳເປັນ ແລະ ຮີບດ່ວນເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆຕາມຄຳແນະນຳຂອງຄະນະສະເພາະກິດ. ສຳລັບຂັ້ນຕອນໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດຈະອອກຄຳແນະນຳຕ່າງຫາກ.

ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ – ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດ ສະເພາະແຂວງນັ້ນ ເຊິ່ງຄະນະສະເພາະກິດ  ແຂວງນັ້ນຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກໍານົດໃນຄໍາສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ມາດຕະການຂ້າງເທິງນີ້ເລີ່ມມີຜົນສັກສິດ ນັບແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020. ໃນພາກປະຕິບັດຕົວຈິງຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.