ເມືອງຍົມມະລາດ ຕັ້ງເປົ້າຜະລິດເຂົ້ານາປີ ເນື້ອທີ່ 7 ພັນກວ່າເຮັກຕາ

102

ເມືອງຍົມມະລາດ ແຂວງຄຳມ່ວນ ຜະລິດເຂົ້ານາແຊງໄດ້ 7 ພັນກວ່າໂຕນ, ຜະລິດສະບຽງອາຫານໄດ້ 800 ກວ່າໂຕນ, ຂາຍສິນຄ້າໄດ້ 6 ພັນກວ່າໂຕນ; ສ່ວນການຜະລິດເຂົ້ານາປີຕັ້ງເປົ້າຜະລິດໃນເນື້ອທີ່ 7 ພັນກວ່າເຮັກຕາ ຄາດຄະເນຜົນຜະລິດ 24 ພັນກວ່າໂຕນ.

ທ່ານ ພົມມາ ຈັນທະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ໃຫ້ສຳພາດວ່າ: ການປັກດຳນາແມ່ນໄດ້ເລີ່ມແຕ່ວັນທີ 15 ພະຈິກ 2019 ມາເຖິງວັນທີ 10 ມີນາ 2020 ແມ່ນໄດ້ເລີ່ມເກັບກ່ຽວໃນບາງໂຄງການ ຄື: ໂຄງການຝາຍນ້ຳລົ້ນທ່າໂທດ ແລະ ຊົນລະປະທານປວງຊົນບ້ານໂຄກສະ ຫວ່າງ. ມາຮອດປັດຈຸບັນນີ້ການເກັບກ່ຽວແມ່ນສຳເລັດ 100%. ທົ່ວເມືອງຍົມມະລາດ ມີເນື້ອທີ່ແຜນການຜະລິດທັງໝົດ 1.300 ເຮັກຕາ. ໃນນັ້ນ, ມີສະບຽງອາຫານ 162 ເຮັກຕາ ແລະ ເປັນສິນຄ້າ 1.240 ເຮັກຕາ, ປະຕິບັດໄດ້ເນື້ອທີ່ລວມທັງໝົດ 1.402 ເຮັກຕາ ເທົ່າກັບ 107,8% ຂອງແຜນການຜະລິດ.

ຜົນຜະລິດເຂົ້ານາແຊງລວມທັງໝົດ 7.122 ໂຕນ, ສະບຽງອາຫານ 823 ໂຕນ ແລະ ຂາຍສິນຄ້າ 6.299 ໂຕນ, ການຜະລິດເປັນສິນຄ້າກວມເອົາ 88% ຂອງການຜະລິດ, ການຜະລິດເມັດພັນລຸ້ນ 3 ມີສອງກຸ່ມບ້ານ ຄື: ກຸ່ມຍົມມະລາດໃຕ້ + ໜອງປີງ ແລະ ກຸ່ມບ້ານໂພນເສດ ຜົນຜະລິດໄດ້ 218 ໂຕນ. ໃນນັ້ນ, ຄາດຄະເນຂາຍເປັນແນວພັນ 55 ໂຕນ, ສ່ວນພືດລະດູແລ້ງສົກປີ 2019 – 2020 ມີເນື້ອທີ່ແຜນການຜະລິດທົ່ວເມືອງທັງໝົດ 580 ເຮັກຕາ, ຜະລິດສຳລັບເປັນສະບຽງອາຫານ 232 ເຮັກຕາ ແລະ ເປັນສິນຄ້າ 261 ເຮັກຕາ, ສາມາດປະຕິບັດໄດ້ 493 ເຮັກຕາ ເທົ່າກັບ 85% ຫຼຸດແຜນການຜົນຜະລິດພືດພັກ ລວມ 2.465 ໂຕນ, ສະບຽງອາຫານ 1.234 ໂຕນ ແລະ ເປັນສິນຄ້າ 1.307 ໂຕນ.

ສ່ວນໂຄງການປະຕູນ້ຳປ່ອງ 3 ກວມເອົາ 9 ບ້ານ ເຊິ່ງມີເນື້ອທີ່ອອກແບບ 2.700 ເຮັກຕາ. ໃນນັ້ນ, ແຜນການຜະລິດນາແຊງ 975 ເຮັກຕາ ສາມາດປະຕິບັດໄດ້ 100% ຂອງແຜນການຜະລິດ, ຜົນຜະລິດ 5.216 ໂຕນ, ສະມັດທະພາບ 5,35 ໂຕນຕໍ່ເຮັກຕາ; ໂຄງການປະຕູນ້ຳປ່ອງ 3 ມີກຸ່ມຜະລິດເຂົ້າເປັນສິນຄ້າ 8 ກຸ່ມ ແລະ ມີກຸ່ມຜະລິດເມັດພັນເຂົ້າລຸ້ນ 3 ຄື: 1 ກຸ່ມບ້ານຍົມມະລາດໃຕ້ + ໜອງປີງ ເຊິ່ງມີເນື້ອທີ່ຜະລິດຂອງປີ 2020 ເທົ່າກັບ 16 ເຮັກຕາ, ຜົນຜະລິດ 85,6 ໂຕນ, ເປັນແນວພັນ 35 ໂຕນ ທີ່ຈະຂາຍໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າ.

ແຜນການຜະລິດເຂົ້ານາປີ 2020 ມີເນື້ອທີ່ຕາມແຜນການເທົ່າກັບ 7.200 ເຮັກຕາ ຄາດຄະເນຜົນຜະລິດ 24.120 ໂຕນ, ຜະລິດເປັນສະບຽງອາຫານ 4.000 ເຮັກຕາ ຜົນຜະລິດ 6.593 ໂຕນ, ຜະລິດເປັນສິນຄ້າ 3.200 ເຮັກຕາ ຜົນຜະລິດ 10.720 ໂຕນ, ພືດລະດູຜົນຕາມແຜນການເທົ່າກັບ 1.310 ເຮັກຕາ ຄາດຄະເນຜົນຜະລິດ 16.680 ໂຕນ ຜະລິດເປັນສະບຽງອາຫານ 547 ເຮັກຕາ ຜົນຜະລິດ 6.593 ໂຕນ ຜະລິດເປັນສິນຄ້າ 763 ເຮັກຕາ ຜົນຜະລິດ 10.087 ໂຕນ.

ຂ່າວ – ຮູບ: ຄຳພູວາ