ການຊ່ວຍຮັກສາຄວາມປອດໄພ ເເລະ ສະໜອງຄວາມຮູ້ ໃຫ້ເເກ່ປະຊາຊົນ ພ້ອມທັງສະໜັບສະໜູນໃຫ້ເຂົາໄດ້ຮັບການຊ່ວຍເຫຼືອ ໃນໄລຍະ ໂຄວິດ-19

106

ທີ່ Facebook, ພວກເຮົາຢາກສ້າງຄວາມສຳພັນທີ່ດີໃນຮູບແບບທີ່ເເທ້ຈິງ ເເລະ ສະພາບເເວດລ້ອມທີ່ປອດໄພ ໃນການບໍລິໂພກສື່ອອນໄລ. ໃນໄລຍະທີ່ໂລກປອດອັກເສບ ໂຄວິດ-19 ກໍາລັງລະບາດໃນທົ່ວໂລກ, ການທີ່ປະຊາຊົນໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງນັ້ນ ເປັນປັດໄຈທີ່ສຳຄັນທີ່ສຸດ ເຊິ່ງຈະຊ່ວຍໃນການກັ່ນຕອງການເເບ່ງປັນຂໍ້ມູນຂ່າວສານອອນໄລ. ຂ່າວສານທີ່ບໍ່ມີການຢັ້ງຢືນເຖິງຄວາມເປັນຈິງ ຈະສ້າງຄວາມສັບສົນ ເເລະ ອາດຈະເຮັດໃຫ້ປະຊາຊົນເດືອດຮ້ອນໄດ້.

Facebook ກໍໄດ້ຊ່ວຍຫາວິທີການກໍາຈັດ ເເລະ ຈໍາກັດຂ່າວປອມ ເພື່ອຊ່ວຍໃຫ້ທຸກຄົນໄດ້ຮັບພຽງຂໍ້ມູນທີ່ເເທ້ຈິງ, ໂດຍການເຊື່ອມຕໍ່ປະຊາຊົນ ເເລະ ຂ່າວສານຈາກອົງການອະນາໄມໂລກ ເເລະ ອົງກອນອື່ນໆທີ່ໜ້າເຊື່ອຖືໃນ Newsfeed, ເຊິ່ງທຸກມື້ນີ້ກໍສາມາດເຂົ້າໄປທີ່ ໜ້າສູນລວມຂໍ້ມູນຂ່າວສານ ໂຄວິດ-19 ຫຼື COVID-19 Information Center ເມື່ອຕ້ອງການຄົ້ນຫາຂໍ້ມູນກ່ຽວກັບພະຍາດດັ່ງກ່າວໂດຍ ການກົດເຂົ້າໄປທີ່ ປູ່ມຫົວຂໍ້ COVID-19 Information Center ໃນ newsfeed ຂອງທ່ານ. ສູນດັ່ງກ່າວຈະສົ່ງທ່ານເຂົ້າໄປໜ້າຂອງອົງກອນສາທາລະນະສຸກຂອງປະເທດນັ້ນໆ ລວມມີສູນຂ່າວສານການແພດສຸຂະສຶກສາ ເເລະ ອົງກອນທີ່ກ່ຽວຂ້ອງອື່ນໆ. ສູນດັ່ງກ່າວກໍມີການລາຍງານຂ່າວສານ, ບົດຄວາມ, ວິດີໂອ ເເລະ ໂພສກ່ຽວກັບໂລກດັ່ງກ່າວພ້ອມກັບຄຳເເນະນຳທີ່ຫລ້າສຸດຕາມເວລາຈິງ. ອີກບໍ່ດົນນີ້ ຄົນລາວເຮົາກໍຈະມີຈະມີປຸ່ມ ຊ່ວຍເຫຼືອຊູມຊົນ ຫຼື Community Help ເພື່ອຮ້ອງຂໍ ຫຼື ສະເໜີຄວາມຊ່ວຍເຫຼືອໃຫ້ເເກ່ຊູມຊົນຂອງທ່ານ.

“ໃນຂະນະທີ່ພວກເຮົາກຳລັງປະເຊີນກັບບັນຫາພະຍາດລະບາດທົ່ວໂລກ, ການທີ່ຄົນລາວໄດ້ມີການຮັບຮູ້ເຖິງຂໍ້ມູນທີ່ເເທ້ຈິງນັ້ນ ສຳຄັນທີ່ສຸດ. ພື້ນທີ່ສື່ສັງຄົມຕ່າງໆ ມີໜ້າທີ່ອັນສຳຄັນໃນໄລຍະເເບບປັດຈຸບັນ ເເລະ ການດຳລົງຊີວິດປະຈຳວັນ. ພວກເຮົາໄດ້ສັງເກດເຫັນວ່າ ໜ້າສູນລວມຂໍ້ມູນກ່ຽວກັບໂຄວິດ-19 ໃນ Facebook ນັ້ນ ມີປະໂຫຍດຫຼາຍ ເເລະ ເປັນສູນກາງໃຫ້ພວກເຮົາສາມາດເເບ່ງປັນຂໍ້ມູນທີ່ສະດວກ”, ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ກ່າວ.

ຂັ້ນຕອນການຢັ້ງຢືນຂໍ້ມູນກ່ຽວກັບ ໂລກໂຄວິດ-19 ໃນ feed ຂອງທ່ານ. ນອກຈາກເຄື່ອງມືຕ່າງໆໃນ feed ຂອງ Facebook, ນີ້ຄື 5 ຂັ້ນຕອນງ່າຍໆທີ່ທ່ານສາມາດນໍາໃຊ້ເພື່ອກວດເບິ່ງຄວາມໜ້າເຊື່ອຖືຂອງຂໍ້ມູນຂອງທ່ານກ່ອນເເບ່ງປັນ:
ຂັ້ນຕອນທີ 1 ກວດກາເບິ່ງ ໂພສ: ສັງເກດເບິ່ງຫົວເລື່ອງ, ຂ່າວປອມສ່ວນໃຫຍ່ຈະໃຊ້ພາສາທີ່ຕື່ນເຕັ້ນເພື່ອດຶງດູດຄວາມສົນໃຈຂອງຜູ້ອ່ານ ຕົວຢ່າງ: ການໃຊ້ໂຕໜັງສືໃຫຍ່ທັງໝົດ ຫຼື ການໃຊ້ເຄື່ອງໝາຍທ້ວງຫຼາຍເກີນໄປ!!! ຫົວຂໍ້ຂ່າວທີ່ມີການຂຽນໃນຮູບເເບບດັ່ງກ່າວເເມ່ນດີເກີນທີ່ຈະເປັນຈິງ, ເຊິ່ງມັນກໍດີເກີນທີ່ຈະເປັນຄວາມຈິງເເທ້ໆ.


ສັງເກດເບິ່ງຊື່ຂອງເວັບໄຊ ເເລະ URL. URLທີ່ມີພຶດຕິກຳແປກ ຫຼື ພະຍາຍາມຮຽນເເບບໂດຍການປ່ຽນ ໂຕ “I” ໃຫ້ເປັນ “l”ນ້ອຍ, ຫຼື ສະຫຼັບ ເລກສູນ “0” ເປັນໂຕອັກສອນ “o”. ຖ້າຫາກທ່ານບໍ່ໝັ້ນໃຈ, ໃຫ້ເປີດ ອີກ browser ເເລ້ວໄປເວັບໄຊທີ່ເເນ່ນອນ, ຫຼັງຈາກນັ້ນກໍໃຫ້ປຽບທຽບກັບ URL ເເທ້ກັບອີກອັນ ເເລ້ວຕັດສິນວ່າ URL ນັ້ນໆ ເເມ່ນເເທ້ ຫຼື ບໍ່.

ຂັ້ນຕອນທີ 2ສືບສວນເວັບໄຊ: ຖ້າຫາກວ່າທ່ານຕັດສິນທີ່ຈະເຂົ້າໄປ link ນັ້ນເເລ້ວ, ຈົ່ງສືບສວນຂໍ້ມູນທີ່ຂຶ້ນມາ. ກວດເບິ່ງຊື່ຂອງຜູ້ຂຽນວ່າລາວ ມີຕົວຕົນທີ່ໜ້າເຊື່ອຖືເເທ້ບໍ່? ມີບົດຄວາມອື່ນບໍ່ທີ່ລາວໄດ້ຂຽນ? ເເລະ ຈະເປັນການດີຖ້າຫາກເຂົ້າໄປກວດເບິ່ງໜ້າ “about” ເພື່ອຮຽນຮູ້ກ່ຽວກັບເວັບໄຊ ຫຼື ອົງກອນດັ່ງກ່າວເພີ່ມ.                                                                                              ເຄັດລັບ: ຂ່າວປອມສັງເກດຈະມີວັນທີໂພສທີ່ບໍ່ສະໝໍ່າສະເໝີ, ການຂຽນຜິດ, ການຈັດລຽງທີ່ແປກ, ຮູບພາບ ຫຼື ວິດີໂອທີ່ມີການດັດເເກ້. ບາງເທື່ອຮູບພາບອາດຈະເເທ້ ເເຕ່ຖືກເອົາມານຳໃຊ້ເເບບບໍ່ຖືກຕ້ອງ. ທ່ານສາມາດເອົາຮູບໄປ search ເພື່ອຢັ້ງຢືນທີ່ມາ.

ຂັ້ນຕອນທີ 3 ສັງເກດຊື່ຂອງຄົນໃນເລື່ອງ: ເມື່ອໃດທີ່ມີການນຳເອົາຄຳເວົ້າຂອງຄົນມາອ້າງອີງ ເເຕ່ບໍ່ໃສ່ຊື່, “ຜູ້ຊ່ຽວຊານໄດ້ກ່າວວ່າ…” ອາດຈະໝາຍເຖິງວ່າເລື່ອງນີ້ບໍ່ເເທ້ຈິງ. ກວດສອບເເຫຼ່ງຂໍ້ມູນ – ບົດຄວາມ ຫຼື ບົດຄົ້ນຄວ້າ – ທີ່ຜູ້ຂຽນໄດ້ກ່າວເຖິງ ເພື່ອຄວາມເເນ່ນອນ.                                                                                                                                                               ຂັ້ນຕອນທີ 4 ປຽບທຽບກັບຫົວຂໍ້ ຫຼື ເລື່ອງອື່ນ: ໃຫ້ກວດເບິ່ງແຫຼ່ງຂ່າວອື່ນໆ ວ່າເຂົາໄດ້ລາຍງານເລື່ອງນີ້ບໍ່ ເເລະ ກວດເບິ່ງຄວາມຖືກຕ້ອງຂອງຕົວເລກກັບ ເເຫຼ່ງຂໍ້ມູນໜ້າເຊື່ອຖືເຊັ່ນ ອົງການ ອະນາໄມໂລກ (WHO) ຫຼື ກະຊວງ ສາທາລະນະສຸກ (MOH) ໃນປະເທດລາວ. ເລື່ອງທີ່ຂຽນໄວ້ອາດເປັນເລື່ອງທີ່ເເທ້ຈິງຖ້າຫາກມີຫຼາຍເເຫຼ່ງຂ່າວໄດ້ລາຍງານເຖິງປະເດັນນັ້ນ.

ຂັ້ນຕອນທີ 5 ຮັບຂໍ້ມຸນ ຫຼື ຂ່າວສານກ່ຽວກັບ ໂຄວິດ-19 ພຽງຜ່ານສື່ສາກົນ ຫຼື ທ້ອງຖິ່ນ: ເພື່ອຄວາມໝັ້ນໃຈວ່າຂ່າວສານທີ່ທ່ານຮັບ ເເລະ ເເບ່ງປັນ ເເມ່ນຂ່າວທີ່ຖືກຕ້ອງ, ສາມາດເຂົ້າເບິ່ງໄດ້ໃນເວັບໄຊ.                                                                              ສະຫຼຸບ: ທູກທ່ານຕ້ອງຄິດທົບທວນເອງວ່າ ຂໍ້ມູນທີ່ອ່ານນັ້ນເປັນຂໍ້ມູນທີ່ເເທ້ຈິງ ເເລະ ເເບ່ງປັນສະເພາະຂ່າວສານທີ່ທ່ານຮູ້ ເເລະ ເຊື່ອຖືເເທ້. ຈົ່ງໃຊ້ຄຳເເນະນຳຂ້າງເທິງນີ້ເປັນຈູດເລີ່ມຕົ້ນ.ຫາກວ່າທ່ານພົບເຫັນຂ່າວແປກປອມ, ຈົ່ງຊ່ວຍກັນເເຈ້ງ ໂດຍການ ກົດເຂົ້າໄປ *** ຢູ່ທາງເທິງດ້ານຂວາຂອງໂພສນີ້, ກົດເຂົ້າໄປ “Find Support or Report Post”, ເເລະ ກົດເຂົ້າໄປ false news