ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກເມືອງມິ່ງຮົ່ວ

116

ໃນຄັ້ງວັນທີ 8 ພຶດສະພາ 2020 ທີ່ຜ່ານມາ ຢູ່ທີ່ຊາຍແດນ ລາວ – ຫວຽດນາມ ການນຳເມືອງມິ່ງຮົ່ວ ແຂວງ  ກວາງບິ່ງ ສສ ຫວຽດນາມ ນຳໂດຍ ທ່ານ ດວນງ໋ອກຫຼຳ ເລຂາພັກເມືອງ ພ້ອມດ້ວຍຄະນະນຳພາຍໃນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເມືອງມີງຮົ່ວ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ກັບເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງວັດແທກອຸນຫະພູມ, ຊຸດປ້ອງກັນພະຍາດ, ເຈລລ້າງມື ແລະ ຜ້າອັດປາກອະນາໄມ ລວມມູນຄ່າທັງໝົດ 50 ລ້ານດົງ.

ຕາງໜ້າການມອບ – ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍແມ່ນ ທ່ານ ດວນງ໋ອກຫຼຳ ເລຂາພັກເມືອງ ເມືອງມິ່ງຮົ່ວ ເປັນຜູ້ມອບ, ທ່ານ ບຸນກວ້າງ ແກ້ວບຸນຍົງ ເລຂາພັກເມືອງ ເຈົ້າເມືອງບົວລະພາ ເປັນຜູ້ຮັບ ໂດຍມີບັນດາການນຳຂອງທັງສອງເມືອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໃນການມາມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ກໍໄດ້ສະແດງ ຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງການນຳຂອງເມືອງມິ່ງຮົ່ວ ແຂວງ ກວາງບິ່ງ ສສ ຫວຽດນາມ. ໂອກາດດັ່ງກ່າວທ່ານກໍຍັງໄດ້ມອບໃບຍ້ອງຍໍໃຫ້ການນຳເມືອງມິ່ງຮົ່ວ ເພື່ອເປັນການຈາລຶກຕໍ່ຜົນງານ ແລະ ຄຸນງາມຄວາມດີ ເຊິ່ງເປັນໄມຕີຈິດຮັດແໜ້ນຄວາມສາມັກຄີ ລະຫວ່າງສອງເມືອງບົວລະພາ ແລະ ເມືອງມິ່ງຮົ່ວ ກໍຄືສອງຊາດ ລາວ – ຫວຽດນາມ.

ຂ່າວ: ບຸນປະພາດ