ອຸຕຸເຕືອນ! ລະວັງພາຍຸລະດູຮ້ອນ ໃຫ້ຢູ່ຫ່າງຈາກຕົ້ນໄມ້ໃຫຍ່

92

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນປະຊາຊົນໃຫ້ລະວັງພາຍຸລະດູຮ້ອນສອງຂະບວນລົມຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ, ຈະເຮັດໃຫ້ເກີດມີຝົນຕົກ ແລະ ລົມພັດແຮງ, ໃຫ້ຢູ່ຫ່າງຈາກຕົ້ນໄມ້ໃຫຍ່, ເສົາໄຟ ແລະ ປ້າຍໂຄສະນາຕ່າງໆ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນໃນວັນທີ 11 ພຶດສະພາ 2020 ວ່າ: ເນື່ອງຈາກສອງຂະບວນລົມຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນຫາຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າຫຼາຍຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມ ຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງທີ່ອາດຈະເກີດຂຶ້ນ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ໃຫຍ່, ເສົາໄຟຟ້າ, ປ້າຍໂຄສະນາ ແລະ ສິ່ງທີ່ປຸກສ້າງບໍ່ໄດ້ມາດຕະຖານຫັກລົ້ມ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

ຂ່າວ: ພຸດຕີ້