ເມນູອາຫານແນະນຳ ສຳລັບຄົນທີ່ເປັນໂລກຄວາມດັນຕ່ຳ

163

ໂລກຄວາມດັນຕ່ຳເປັນໂລກທີ່ເກີດຈາກພາວະເລືອດໄປອຸດຕັນບໍລິເວນປອດ ເຮັດໃຫ້ການນຳສົ່ງເລືອດໄປລ້ຽງສ່ວນຕ່າງໆ ຂອງຮ່າງກາຍຫຼຸດລົງຈົນເກີດເປັນພາວະຫົວໃຈເຕັ້ນຜິດຈັງຫວະ ຮ່າງກາຍຂາດນ້ຳ ໂລກປະຈຳໂຕຢ່າງໂລກພູມແພ້ ຫຼື ເຮັດໃຫ້ຫຼອດເລືອດມີການຂະຫຍາຍຕົວຫຼາຍເກີນໄປ ແຕ່ກໍມີບາງລາຍທີ່ອາດເກີດໂລກນີ້ຈາກກຳມະພັນໄດ້.

ອາການຂອງຜູ້ເປັນໂລກຄວາມດັນຕ່ຳ

ຜູ້ທີ່ເປັນໂລກຄວາມດັນຕ່ຳຈະມີອາການອ່ອນເພຍງ່າຍ ເຖິງແມ່ນຈະພັກຜ່ອນພຽງພໍ ຫຼື ບໍ່ໄດ້ເຮັດວຽກໜັກຫຼາຍກໍ່ຕາມ ບາງຄັ້ງມັກຈະວິນຫົວໂດຍບໍ່ຮູ້ສາເຫດ ບໍ່ຄ່ອຍມີສະມາທິ ບາງຄົນອາດມີອາການປວດຫົວ ປວດຫຼັງ ແລະປວດຕາມບໍລິເວນຕ່າງໆ ຂອງຮ່າງກາຍ.

ການຮັກສາອາການຂອງຜູ້ທີ່ເປັນໂລກຄວາມດັນຕ່ຳ

ສ່ວນໃຫຍ່ຜູ້ທີ່ເປັນໂລກນີ້ຈະສາມາດໃຊ້ຊີວິດໄດ້ຕາມປົກກະຕິ ເພາະບໍ່ໄດ້ສົ່ງຜົນຕໍ່ສຸຂະພາບຫຼາຍ ຫາກມີອາການຫຼາຍເພີ່ມຂື້ນ ຫຼື ອາການຂາດເລືອດ ແພດຈະຕື່ມເລືອດເຂົ້າໄປໃຫ້ ແລະ ຮັກສາຕາມອາການ ກໍລະນີທີ່ອາການຂອງໂລກຢູ່ໃນລະດັບທີ່ສູງຂຶ້ນ ແພດຈະແນະນຳໃຫ້ດື່ມນ້ຳຫຼາຍໆ ຫຼື ຕາມທີ່ຮ່າງກາຍຕ້ອງການ ພັກຜ່ອນໃຫ້ພຽງພໍ ບໍ່ນອນເດິກ ລວມເຖິງການອອກກຳລັງກາຍເປັນປະຈຳຈະຊ່ວຍໃຫ້ຫົວໃຈເຮັດວຽກໄດ້ດີຍິ່ງຂຶ້ນ ການໄຫຼວຽນຂອງເລືອດຈະຄ່ອຍໆ ມີປະສິດທິພາບດີຂຶ້ນກວ່າເກົ່າຈົນອາດບໍ່ສະແດງອາການຂອງໂລກໃຫ້ເຫັນອີກເລີຍກໍ່ໄດ້.

ອາຫານທີ່ຄົນເປັນໂລກຄວາມດັນຕ່ຳຄວນຮັບປະທານ

ເຄື່ອງດື່ມປະເພດຊາຕ່າງໆ ຊາໂສມ ແລະ ຊາຂິງ ຊ່ວຍແກ້ອາການວິນຫົວ ໜ້າມືດ ຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດດີຂຶ້ນ ເຮັດໃຫ້ເລືອດສາມາດໄປລ້ຽງທຸກສ່ວນຂອງຮ່າງກາຍໄດ້ດີ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ບໍ່ເມື່ອຍງ່າຍ.

ໝາກໄມ້ທີ່ມີວິຕາມິນຊີ ເຊັ່ນ ໝາກຂາມປ້ອມ, ໝາກກ້ຽງ, ໝາກມ່ວງ, ສະຕໍເບີຣີ້ ຊ່ວຍຫຼຸດຄວາມດັນຕ່ຳ ຄວນປະຕິບັດເປັນປະຈຳຈະຊ່ວຍຫຼຸດອາການວິນຫົວຈາກອາການຂອງໂລກໄດ້.

ອາຫານປະເພດເນື້ອສັດ, ສາຫລ່າຍທະເລ, ຫອຍນາງລົມ, ຕັບ ແລະ ໄຕຂອງສັດ ອາຫານເຫຼົ່ານີ້ຊ່ວຍຫຼຸດພາວະການຂາດເລືອດຢ່າງສັບພັນ ຊ່ວຍໃຫ້ເລືອດໄປບຳລຸງຮ່າງກາຍໄດ້ດີຍິ່ງຂຶ້ນ.

ວິຕາມິນອີໃນໝາກໄມ້ບາງຊະນິດ ໝາກໄມ້ສຸກທີ່ມີລົດຊາດຫວານ ເຊັ່ນ ໝາກມ່ວງນ້ຳດອກໄມ້, ໝາກຫຸ່ງສຸກ, ກ້ວຍໄຂ່, ໝາກນັດ ສາມາດຊ່ວຍບັນເທົາອາການຂອງໂລກຄວາມດັນຕ່ຳໄດ້.

ເມັດພືດຕ່າງໆ ເຊັ່ນ ເຂົ້າກ້ອງ, ເຂົ້າສາລີ, ສາລີ, ເຂົ້າບາເລ, ໝາກເດືອຍ, ຂະໜົມປັງ, ມັນຝຣັ່ງ, ຖົ່ວ ຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດດີຂຶ້ນ ເລືອດເປັນລິ້ມນ້ອຍ ບັນເທົາອາການຂອງໂລກໄດ້ດີ.

ໝາກໄມ້ອົບແຫ້ງ ເຊັ່ນ ແກ່ນຕາເວັນ, ກ້ວຍຕາກ, ໝາກໄມ້ແບບແຫ້ງຈະມີໂພແທສຊ້ຽມຫລາຍ ເໝາະສຳລັບຄົນທີ່ເປັນໂລກຄວາມດັນຕ່ຳ ຮັບປະທານໃນເວລາຫວ່າງຈະຊ່ວຍໃຫ້ອາການຂອງໂລກດີຂຶ້ນ ບໍ່ເມື່ອຍງ່າຍເປັນຕົ້ນ.

ສິ່ງທີ່ຕ້ອງຮັບປະທານເພີ່ມຕື່ມນອກຈາກອາຫານປະຈຳວັນ

1 ເນັ້ນອາຫານປະເພດໂປຣຕີນຮ່າງກາຍຂອງຜູ້ທີ່ມີບັນຫາເລື່ອງຄວາມດັນຕ່ຳ ສ່ວນໜຶ່ງມາຈາກການຂາດໂປຣຕີນໃນຮ່າງກາຍ ແລະ ອາຫານທີ່ຈຳເປັນຕໍ່ຮ່າງກາຍ ການຕື່ມໂປຣຕີນຈາກສັດ ແລະ ໂປຣຕີນຈາກທຳມະຊາດ ເຊັ່ນ ຖົ່ວແດງ, ຖົ່ວເຫຼືອງ, ພືດຕະກຸນຖົ່ວຕ່າງໆ ຈະຊ່ວຍຫຼຸດອາການຄວາມດັນຕ່ຳທີ່ມີຢູ່ໄດ້ເຊັ່ນກັນ.

2 ຮັບປະທານອາຫານເສີມປະເພດ ວິຕາມິນບີຕ່າງໆ ເຊັ່ນ ວິຕາມິນບີ1 ວິຕາມິນບີ12.

3 ຮັບປະທານອາຫານເສີມປະເພດແຄວຊ້ຽມ, ວິຕາມິນອີ ເປັນຕົ້ນ.

ປັບພຶດຕິກຳເພື່ອປ່ຽນໂລກ ນອກຈາກການເລືອກຮັບປະທານອາຫານຢ່າງຖືກຕ້ອງເພື່ອຊ່ວຍໃຫ້ອາການຄວາມດັນຕ່ຳທີ່ເປັນຢູ່ມີອາການດີຂຶ້ນແລ້ວ ພຶດຕິກຳ ແລະກິດຈະກຳຕ່າງໆ ໃນຊີວິດປະຈຳວັນຂອງເຮົາກໍຄວນປັບໃຫ້ຫ່າງໄກຈາກໂລກນີ້ອີກດ້ວຍ ເຊັ່ນ

1 ການຝຶກການຫາຍໃຈ ເພື່ອຊ່ວຍໃຫ້ເລືອດສາມາດກະຈາຍໄປລ້ຽງສ່ວນຕ່າງໆ ຂອງລະບົບ ຫຼື ສ່ວນຕ່າງໆ ຂອງຮ່າງກາຍໄດ້ ເຊັ່ນ ການນັ່ງສະມາທິ ການຟັງດົນຕີບຳບັດ ເປັນຕົ້ນ.

2 ການອອກກຳລັງກາຍຢ່າງສະໝ່ຳສະເໝີ ເພື່ອໃຫ້ເລືອດໄຫຼວຽນດີຂຶ້ນ ລວມເຖິງຊ່ວຍໃຫ້ຮ່າງກາຍແຂງແຮງ ໄດ້ຮັບອົກຊີເຈນຢ່າງພຽງພໍ ຊ່ວຍກະຕຸ້ນຫຼອດເລືອດໃຫ້ສາມາດໄປລ້ຽງຮ່າງກາຍໄດ້ຢ່າງພຽງພໍ.

3 ດື່ມນ້ຳໃນປະລິມານທີ່ພໍເໝາະຢ່າງໜ້ອຍວັນລະ 6 – 8 ແກ້ວ ຊ່ວຍໃຫ້ຮ່າງກາຍຕື່ນຕົວ ບໍ່ເມື່ອຍງ່າຍອີກດ້ວຍ

4 ຫຼຸດຄວາມຄຽດ ຍິ່ງຄຽດເລືອດຍິ່ງໄປລ້ຽງສະໝອງ ແລະ ສ່ວນຕ່າງໆ ຂອງຮ່າງກາຍໄດ້ໜ້ອຍລົງ ຄວນຫຼີກລ້ຽງພາວະຄວາມຕຶງຄຽດ ເຝິກເປັນຄົນມີອາລົມຂັນ ບໍ່ຍຶດຕິດ ປ່ອຍວາງ ຈະຊ່ວຍໃຫ້ສະໝອງແຈ່ມໃສ ເມື່ອທຸກສ່ວນຂອງຮ່າງກາຍເຮັດວຽກປະສານກັນກໍຈະຊ່ວຍໃຫ້ຫ່າງໄກຈາກໂລກຕ່າງໆ ໂດຍສະເພາະໂລກຄວາມດັນຕ່ຳໄດ້ເປັນຢາງດີ.

ຂໍ້ສັງເກດ

ນອກຈາກນີ້ ຢ່າງທີ່ຮູ້ກັນດີວ່າອາການຂອງໂລກຄວາມດັນຕ່ຳເກີດຈາກການຫຼຸດລົງຂອງເລືອດ ແລະ ການທີ່ເລືອດບໍ່ສາມາດໄປລ້ຽງສ່ວນຕ່າງໆ ຂອງຮ່າງກາຍໄດ້ ບາງທ່ານອາດເກີດຈາກພາວະໂລຫິດຈາງຈາກກຳມະພັນ ເຊິ່ງນຳໄປສູ່ພາວະຄວາມດັນຕ່ຳໄດ້ເຊັ່ນກັນ ເພາະຜູ້ທີ່ມີພາວະໂລຫິດຈາງຈະມີອາການເມື່ອຍງ່າຍ ວິງວຽນເປັນປະຈຳ ເຮັດວຽກໜັກບໍ່ຄ່ອຍໄດ້ ລວມເຖິງການເສີຍເລືອດຫຼາຍເກີນໄປກໍ່ມີແນວໂນ້ມເຮັດໃຫ້ເປັນໂລກຄວາມດັນຕ່ຳໄດ້ເຊັ່ນກັນ ລອງສັງເກດຕົວເອງວ່າ ມີອາການດັ່ງກ່າວຂ້າງຕົ້ນ ຫຼື ບໍ່ ຫາກພົບອາການຄວນປຶກສາແພດເພືອຮັບການຮັກສາຢ່າງຖືກວິທີ.

ແຕ່ທັ້ງນີ້ໂລກຄວາມດັນຕ່ຳກໍບໍ່ແມ່ນໂລກຮ້າຍຢ່າງທີ່ຄິດ ເຮົາສາມາດດຳເນີນຊີວິດໄດ້ຕາມປົກກະຕິ ຫາກຮູ້ຈັກວິທີການເບິ່ງແຍງໂຕເອງຢູ່ສະເໝີ ໂດຍສະເພາະເລື່ອງຂອງອາຫານການກິນ ສານອາຫານທີ່ຄວນໄດ້ຮັບ ຫຼື ເມນູອາຫານທີ່ຄວນຮັບປະທານ ກໍຄວນຈັດສັນໃຫ້ພຽງພໍໃນປະລິມານທີ່ຄວນໄດ້ຮັບຕໍ່ວັນ ລວມທັ້ງການພັກຜ່ອນ ແລະ ອອກກຳລັງກາຍຢ່າງສະໝ່ຳສະເໝີ ພຽງເທົ່ານີ້ກໍຊ່ວຍໃຫ້ທ່ານມີສຸຂະພາບທີ່ດີຂຶ້ນໄດ້ຢ່າງທີ່ຕັ້ງໃຈແລ້ວ.