ວິທີປ້ອງກັນພະຍາດໄຂ້ຫວັດແດດໃນເດັກ

116

ໃນລະດູຮ້ອນນອກຈາກແສງແດດທີ່ຮ້ອນແຮງແລ້ວ ຍັງມີເຊື້ອພະຍາດແຜ່ລະບາດ ແລະ ເຮັດໃຫ້ລູກເຈັບປ່ວຍໄດ້ງ່າຍກວ່າລະດູອື່ນ ແນະນຳໃຫ້ພໍ່ແມ່ເບິ່ງແຍງລູກຫຼານຂອງທ່ານຢ່າງໃກ້ຊິດ ເພາະເດັກນ້ອຍມັກຈະຫຼິ້ນມ່ວນເປັນເວລາດົນ ເມື່ອບໍ່ໄດ້ຮັບນ້ຳ ຫຼື ອາຫານພຽງພໍ ຈະເຮັດໃຫ້ຮ່າງກາຍໄດ້ຮັບເຊື້ອພະຍາດຈາກອາກາດ ແລະ ສິ່ງແວດລ້ອມຮ່ວມກັບຮ່າງກາຍອ່ອນເພຍ ເຮັດໃຫ້ຕິດເຊື້ອໄຂ້ຫວັດໄດ້ງ່າຍ.

ມື້ນີ້ພວກເຮົາໄດ້ນຳເອົາ 8 ວິທີປ້ອງກັນໄຂ້ຫວັດແດດໃນເດັກມາຝາກ ດັ່ງນີ້:

1 ພັກຜ່ອນໃຫ້ພຽງພໍເດັກນ້ອຍຕ້ອງນອນຢ່າງໜ້ອຍມື້ໜຶ່ງ 8 – 10 ຊົ່ວໂມງ ເຊິ່ງຈະເຮັດໃຫ້ຈິດໃຈແຈ່ມໃສ ຮ່າງກາຍມີພູມຕ້ານທານແຂງແຮງຈຶ່ງບໍ່ເຮັດໃຫ້ເຈັບປ່ວຍໄດ້ງ່າຍ.

2 ໃສ່ໃຈການກິນອາຫານໃຫ້ຄົບ 5 ໝູ່ ເນັ້ນຜັກໝາກໄມ້ອຸດົມວິຕາມິນຊີ ເຊັ່ນ: ໝາກກ້ຽງ, ໝາກເຫຼ່ນ ປ້ອງກັນໄຂ້ຫວັດ ແລະ ດື່ມນ້ຳວັນລະ 6 – 8 ຈອກ ເພື່ອຫຼຸດການສູນເສຍນ້ຳຈາກເຫື່ອທີ່ເສຍໄປໃນລະດູຮ້ອນ.

3 ໝັ່ນລ້າງມື, ພົກພາເຈລລ້າງມືຕິດຕົວເດັກຕະຫຼອດ ເພາະເຂົາເຈົ້າໃຊ້ມືມາຖູຕາ ຫຼື ຈັບເຂົ້າໜົມໃສ່ປາກໂດຍບໍ່ໄດ້ລ້າງມືກ່ອນ. ດັ່ງນັ້ນ, ພໍ່ແມ່ຄວນສົ່ງເສີມລູກໃນການຮັກສາຄວາມສະອາດໃຫ້ເປັນນິດໄສ.

4 ອອກກຳລັງກາຍໃຫ້ລູກເລືອກກີລາທີ່ມັກດ້ວຍຕົນເອງ ແລ້ວພາກັນໄປອອກກຳລັງກາຍເປັນປະຈຳ, ພຽງແຕ່ມື້ລະເຄິ່ງຊົ່ວໂມງກໍຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ.

5 ພະຍາຍາມຫຼີກລຽງບໍ່ໃກ້ຊິດກັບຄົນທີ່ເປັນຫວັດ, ໄອ, ນ້ຳມູກຍ້ອຍ ເພື່ອຫຼຸດໂອກາດການຮັບເຊື້ອ.

6 ພໍ່ແມ່ຕ້ອງໝັ່ນທຳຄວາມສະອາດເຮືອນຊານ, ເຄື່ອງຫຼິ້ນທີ່ລູກໃຊ້ຢູ່ເປັນປະຈຳ ເພື່ອຫຼຸດການສະສົມເຊື້ອໂລກ.

7 ບໍ່ເຂົ້າໄປໃນສະຖານທີ່ທີ່ມີຄົນແອອັດ ລະບົບການຖ່າຍເທອາກາດບໍ່ດີ ເຊັ່ນ: ຕະຫຼາດນັດ, ໂຮງຮູບເງົາ ແລະ ອື່ນໆ.

8 ສີດວັກຊີນປ້ອງກັນພະຍາດໄຂ້ຫວັດໃຫ້ແກ່ເດັກ ໂດຍເລີ່ມສີດໄດ້ຕັ້ງແຕ່ເດັກນ້ອຍອາຍຸ 8 ເດືອນຂຶ້ນໄປ ແລະ ຕ້ອງສີດກະຕຸ້ນຊ້ຳທຸກປີ ເນື່ອງຈາກວັກຊີນທີ່ີສີດໃນແຕ່ລະປີຈະຊ່ວຍປ້ອງກັນເຊື້ອຫວັດທີ່ລະບາດໃນແຕ່ລະປີໄດ້.

ສິ່ງທີ່ສຳຄັນທີ່ສຸດໃຫ້ຫຼີກ   ລຽງແດດຮ້ອນຈັດໃນໄລຍະ 10:00 – 15:00 ໂມງ ທີ່ເຮັດໃຫ້ອຸນຫະພູມໃນຮ່າງກາຍເດັກນ້ອຍສູງກວ່າປົກກະຕິ ຈົນເຮັດໃຫ້ພູມຕ້ານທານລູກຕ່ຳອອນເພຍໄດ້, ຫາກຈຳເປັນຕ້ອງອອກແດດຄວນຫາຄັນຮົ່ມ, ໝວກ, ເສື້ອແຂນຍາວ ແລະ ທາຄຣີມກັນແດດໃຫ້ເດັກນ້ອຍທຸກຄັ້ງ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: rakluke