ປະຕິບັດຕາມນີ້! ກະຊວງການຕ່າງປະເທດອອກຄໍາແນະນໍາສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ

211

ປັດຈຸບັນ ລັດຖະບານໄດ້ເລີ່ມຜ່ອນຜັນບາງມາດຕະການໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ລົງແລ້ວ ແຕ່ກໍ່ບໍ່ໃຫ້ຖືເບົາ, ທຸກຄົນຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດຢ່າງເຄັ່ງຄັດ, ຫຼ້າສຸດ ກະຊວງການຕ່າງປະເທດ ກໍ່ໄດ້ອອກຄໍາແນະນໍາສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມຄໍາແນະນໍາ ສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງການຕ່າງປະເທດ ສະບັບເລກທີ 00001342/ຕປທ.ສພກ, ລົງວັນທີ 7 ພຶດສະພາ 2020 ໃຫ້ຮູ້ວ່າ: ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການ ດັ່ງລຸ່ມນີ້

ພາບປະກອບຂ່າວເທົ່ານັ້ນ

1 ຂາເຂົ້າ

ກ່ອນເດີນທາງເຂົ້າ ສປປ ລາວ

ບຸກຄົນ ຫຼື ນິຕິບຸກຄົນ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, ພາຫະນະໃນການເດີນທາງ, ປະເທດທີ່ຈະເດີນທາງຜ່ານ ແລະ ເຫດຜົນຄວາມຈໍາເປັນຮີບດ່ວນ ຂອງການເດີນທາງເຂົ້າ ສປປ ລາວ ເຖິງຄະນະສະເພາະກິດກະຊວງການຕ່າງປະເທດ ໂດຍຜ່ານຂະແຫນງການທີ່ກ່ຽວຂ້ອງຂອງ ສປປ ລາວ

ພາຍຫລັງໄດ້ຮັບອະນຸຍາດແລ້ວ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ທັນມີວີຊາເຂົ້າ ສປປ ລາວ ຈະຕ້ອງ ປະກອບຄໍາຮ້ອງຂໍວີຊ່າທີ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ ປະເທດຕົ້ນທາງ, ສ່ວນຜູ້ທີ່ໄດ້ຮັບວີຊາທີ່ຍັງມີອາຍຸນໍາໃຊ້ ສາມາດນໍາໃຊ້ວີຊາດັ່ງກ່າວ ເດີນທາງເຂົ້າມາ ສປປ ລາວ

ພາບປະກອບຂ່າວເທົ່ານັ້ນ

ບຸກຄົນ ຫຼື ນິຕິບຸກຄົນ ຈະຕ້ອງມີໃບຢັ້ງຢືນການກວດ ໂຄວິດ-19 ຈາກສະຖານທີ່ບໍລິການສາທາລະນະ ສຸກ ທີ່ສາມາດກວດສອບໄດ້ ແລະ ອອກໃຫ້ບໍ່ເກີນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າ ສປປ ລາວ

ສໍາລັບພົນລະເມືອງລາວ ທີ່ມີຈຸດປະສົງຢາກເດີນທາງກັບ ສປປ ລາວ ໃຫ້ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນອາໃສຢູ່ ເພື່ອອໍານວຍຄວາມສະດວກໃຫ້ພວກກ່ຽວເດີນທາງກັບ ສປປ ລາວ.

ພາບປະກອບຂ່າວເທົ່ານັ້ນ

ເວລາມາເຖິງດ່ານຊາຍແດນ ແລະ ສະຫນາມບິນສາກົນ

ທຸກຄົນຈະຕ້ອງຜ່ານການກວດແທກອຸນຫະພູມ

ປະກອບແບບຟອມຂໍ້ມູນສຸຂະພາບໃຫ້ຖືກຕ້ອງ ແລະ ຄົບຖ້ວນ

ກໍລະນີກວດພົບວ່າມີໄຂ່ ຫຼື ອາການສົງໄສກ່ຽວກັບພະຍາດ ໂຄວິດ-19 ຈະໄດ້ສົ່ງເຂົ້າໄປແຍກປ່ຽວຢູ່ໂຮງຫມໍເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19

ກໍລະນີກວດພົບວ່າບໍ່ມີໄຂ້ ຫຼື ບໍ່ມີອາການສົງໄສກ່ຽວກັບພະຍາດ ໂຄວິດ-19 ຈະໄດ້ແນະນໍາໃຫ້ໄປຈໍາກັດບໍລິເວນຢູ່ຕາມສະຖານທີ່ຖືກກໍານົດໄວ້ ເພື່ອເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19

ແຈ້ງເຂົ້າ ສປປ ລາວ ຕາມກົດຫມາຍ ແລະ ລະບຽບການ ທີ່ໄດ້ກໍານົດໄວ້ ໂດຍໃຫ້ຮັກສາໄລຍະຫ່າງ 1-2 ແມັດ.

ພາບປະກອບຂ່າວເທົ່ານັ້ນ

ເວລາຜ່ານດ່ານເຂົ້າມາ ສປປ ລາວ

ທຸກຄົນຈະຖືກເກັບຕົວຢ່າງມາວິເຄາະຫາເຊື້ອພະຍາດ ໂຄວິດ-19

ທຸກຄົນຈະຕ້ອງຖືກຈໍາກັດບໍລິເວນ 14 ວັນ ຢູ່ໂຮງແຮມ ຫຼື ສູນ ທີ່ທາງຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ກໍານົດໄວ້ຢ່າງເຂັ້ມງວດ

ທຸກຄົນທີ່ໄດ້ເຂົ້າຈໍາກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈະຕ້ອງຮັບຜິດຊອບເອງ ສໍາລັບຄ່າກິນຢູ່, ພັກເຊົາ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ

ພາຍຫຼັງ ຄົບກໍານົດຈໍາກັດບໍລິເວນ 14 ວັນແລ້ວ ຖ້າບໍ່ມີອາການຜິດປົກກະຕິ, ແພດຈະອອກໃບຢັ້ງຢືນໃຫ້ ເພື່ອເປັນບ່ອນອີງສາມາດອອກໄປເຮືອນພັກຂອງຕົນ ແລະ ເຄື່ອນໄຫວເຮັດວຽກງານຕາມປົກກະຕິ ແຕ່ ຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ

ຖ້າບໍ່ປະຕິບັດຕາມຄໍາແນະນໍາທີ່ຄະນະສະເພາະກິດວາງອອກ ຈະຖືກປະຕິບັດວິໄນ ຕາມກົດຫມາຍ ແລະ
ລະບຽບການ ຂອງ ສປປ ລາວ.

2 ຂາອອກ

ສໍາລັບພົນລະເມືອງຕ່າງປະເທດທີ່ມີສະຖານເອກອັກຄະລັດຖະທູດປະຈໍາ ສປປ ລາວ ຕ້ອງໄປລົງທະບຽນຢູ່ສະຖານເອກອັກຄະລັດຖະທູດດັ່ງກ່າວ ເພື່ອແຈ້ງຈຸດປະສົງການຂໍເດີນທາງອອກ ສປປ ລາວ ແລະ ຕ້ອງໄດ້ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຂອງປະເທດທີ່ຈະເດີນທາງເຂົ້າ

ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ ຕ້ອງເຮັດຫນັງສືສະເຫນີມາຍັງກະຊວງການຕ່າງປະເທດ ພ້ອມ ບັນຊີລາຍຊື່, ເລກທີ່ຫນັງສືຜ່ານແດນ, ວັນເວລາ, ດ່ານທີ່ຈະເດີນທາງອອກ, ພາຫະນະໃນການເດີນທາງ ແລະ ລາຍລະອຽດອື່ນໆ ເພື່ອພິຈາລະນາອໍານວຍຄວາມສະດວກ

ສໍາລັບ ພົນລະເມືອງລາວ ທີ່ມີຄວາມຈໍາເປັນເດີນທາງໄປຕ່າງປະເທດ ສາມາດເດີນທາງໄປໄດ້ ຖ້າໄດ້ຮັບອະນຸຍາດຈາກປະເທດເຈົ້າພາບ ແຕ່ຕ້ອງປະຕິບັດຕາມກົດຫມາຍ ແລະ ລະບຽບການຂອງປະເທດດັ່ງກ່າວ

3 ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ເຖິງວັນທີ 17 ພຶດສະພາ 2020. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຢ່າງເຂັ້ມງວດດ້ວຍ.