ຍີ່ປຸ່ນ ອະນຸມັດນຳໃຊ້ ຢາເຣມເດຊິເວຍ ປິ່ນປົວຜູ້ປ່ວຍໂຄວິດ-19

73

ລັດຖະບານຍີ່ປຸ່ນ ອະນຸຍາດໃຫ້ນຳໃຊ້ຢາເຣມເດຊິເວຍ ເພື່ອປິ່ນປົວຜູ້ຕິດເຊື້ອໄວຣັສໂຄວິດ-19 ທີ່ມີອາການຮ້າຍແຮງ ຖືເປັນປະເທດທີ 2 ຂອງໂລກ ຕໍ່ຈາກສະຫະລັດ ທີ່ຮອງຮັບການໃຊ້ຢາດັ່ງກ່າວປິ່ນປົວພະຍາດນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 8 ພຶດສະພາ ວ່າ ກະຊວງສາທາລະນະສຸກຍີ່ປຸ່ນ ອອກຖະແຫຼງການວ່າດ້ວຍການອະນຸມັດການນຳໃຊ້ຢາຕ້ານເຊື້ອໄວຣັສ “Remdesivir” ກັບຜູ້ປ່ວຍໂຄວິດ-19 “ໃນກໍລະນີຜຸ້ມີອາການຮ້າຍແຮງ” ແລະ ຕ້ອງໄດ້ຮັບການປິ່ນປົວແບບເລັ່ງດ່ວນເທົ່ານັ້ນ.

ການອະນຸມັດໃຫ້ນຳໃຊ້ຢາດັ່ງກ່າວ ເຮັດໃຫ້ຍີ່ປຸ່ນເປັນປະເທດທີ 2 ໃນໂລກ ຕໍ່ຈາກສະຫະລັດ ທີ່ໄດ້ອະນຸມັດໃຫ້ໃຊ້ຢາຕ້ານໄວຣັສເຣມເດຊິເວຍ ເພື່ອປິ່ນປົວຜູ້ປ່ວຍໂຄວິດ-19 ທີ່ມີອາການຮ້າຍແຮງ ເຊິ່ງບໍລິສັດຈີເລດ ໄຊເອັນເຊສ (Gilead Sciences) ຂອງສະຫະລັດ ອາເມລິກາ ທີ່ເປັນຜູ້ພັດທະນາ ແລະ ຜະລິດຢາດັ່ງກ່າວ ໄດ້ຖະແຫຼງການ ວ່າ ລັດຖະບານຍີ່ປຸ່ນຍອມຮັບປະສິດທິພາບຂອງຢາເຣມເດຊີເວຍ ຊີ້ໃຫ້ເຫັນເຖິງຄວາມຈຳເປັນຢ່າງຍິ່ງໃນການປິ່ນປົວຜູ້ປ່ວຍທີ່ອາການຮ້າຍແຮງໃນຍີ່ປຸ່ນ.

ຢ່າງໃດກໍ່ຕາມ, ບໍລິສັດຈີເລດ ໄຊເອັນເຊສ ຢືນຢັນວ່າ ການຄົ້ນຄວ້າວິໄຈທາງຄລີນິກກ່ຽວກັບຢາເຣມເດຊິເວຍ ຍັງເດີນໜ້າສືບຕໍ່ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສ້າງປະສິດທິພາບສູງສຸດໃຫ້ແກ່ທຸກຝ່າຍ ໃນການນຳໃຊ້ຢາຊະນິດນີ້ກັບຜູ້ປ່ວຍໂຄວິດ-19 ເຊິ່ງສີດຢາເຂົ້າເສັ້ນເລືອດດຳ.

ຂະນະດຽວກັນ, ທ່ານໂຢຊິຮິເດະ ຊືກະ ເລຂາທິການຄະນະລັດຖະບານຍີ່ປຸ່ນ ກ່າວກ່ຽວກັບຢາອາວີແກນ (Avigan) ຜະລິດໂດຍບໍລິສັດຟູຈິຟີມ ໂທຢາມາ ເຄມິຄອລ (Fujifilm Toyama Chemical) ວ່າ ຖ້າການທົດລອງກັບຜູ້ປ່ວຍ 100 ຄົນ ສາມາດຢືນຢັນປະສິດທິຜົນຂອງຢາໄດ້ ລັດຖະບານກໍ່ກຽມຮອງຮັບການນຳໃຊ້ຢາອາວີແກນ ສຳລັບການປິ່ນປົວຜູ້ປ່ວຍໂຄວິດ-19 ຢ່າງເປັນທາງການ “ພາຍໃນເດືອນນີ້”.

ທັງນີ້, ລັດຖະບານຍີ່ປຸ່ນໄດ້ອະນຸມັດໃຫ້ໃຊ້ຢາອາວີແກນ ເຊິ່ງເປັນຊື່ທາງການຄ້າຂອງຢາຟາວິພິຣາເວຍ (Faviphiravir) ເມື່ອປີ 2014 ແຕ່ການອະນຸມັດໃນໄລຍະນັ້ນ ມີຈຸດປະສົງເພື່ອປິ່ນປົວໄຂ້ຫວັດໃຫຍ່ ເທົ່ານັ້ນ.