ແຂວງຄໍາມ່ວນ ກຽມພ້ອມເປີດຮຽນຄືນຈັດຫ້ອງຮຽນສູງສຸດບໍ່ເກີນ 30 ຄົນ

116

ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຄຳມ່ວນ ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ເປີດການຮຽນ – ການສອນ ພາຍຫຼັງທີ່ໄດ້ປິດການຮຽນ – ການສອນແຕ່ວັນທີ 19 ມີນາ 2020 ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍຄືຄຳແນະນຳຂອງກະຊວງສຶກສາທິການ ແລະ ກີລາ ທີ່ໄດ້ກຳນົດເປີດການຮຽນ – ການສອນໃນຊັ້ນສຸດທ້າຍຂອງສາຍສາມັນ ຄື: ຊັ້ນ ປ 5, ມ 4 ແລະ ມ 7 ໃນວັນທີ 18 ພຶດສະພາ ທີ່ຈະມາເຖິງນີ້.

ເພື່ອຮອງຮັບໃຫ້ແກ່ສະພາບການດັ່ງກ່າວ ທາງພະແນກສຶກສາທິການ ແລະ ກີລາແຂວງ ກໍໄດ້ນຳເອົາແຈ້ງການ, ຄຳແນະນຳຕ່າງໆ ລົງເຜີຍແຜ່ຜັນຂະຫຍາຍໃຫ້ບັນດາເມືອງ ແລະ ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນ ເພື່ອເອົາໃຈໃສ່ປະສານສົມທົບກັບອຳນາດການປົກຄອງຂັ້ນຕ່າງໆ ເພື່ອກະກຽມ, ສ້ອມແປງໂຮງຮຽນ, ໂຕະ, ຕັ່ງ, ກະດານດຳທີ່ມີການເປ່ເພ ພ້ອມທັງສີດຢາຂ້າເຊື້ອບັນດາໂຮງຮຽນທີ່ໄດ້ກຳນົດເປັນສູນກັກກັນຊົ່ວຄາວຮອງຮັບແຮງງານທີ່ກັບຈາກຕ່າງປະເທດ ເພື່ອຮັບປະກັນຕາມມາດຕະການປ້ອງກັນ, ຕ້ານການແຜ່ລະບາດ ແລະ ຮັບປະກັນກຽມຄວາມພ້ອມໃຫ້ທັນກັບສະພາບການ, ຊຸກຍູ້ໃຫ້ບັນດາໂຮງຮຽນສ້າງອ່າງລ້າງມືຕາມເງື່ອນໄຂຂອງແຕ່ລະໂຮງຮຽນ ພ້ອມທັງຈັດສັນຄືນໃໝ່ນັກຮຽນທີ່ບັນຈຸເຂົ້າແຕ່ລະຫ້ອງຮຽນບໍ່ໃຫ້ເກີນ 30 ຄົນຕໍ່ 1 ຫ້ອງ ເພື່ອຮັກສາໄລຍະຫ່າງ, ຊຸກຍູ້ໃຫ້ບັນດາຄູ – ອາຈານເພື່ອແນະນຳໃຫ້ນັກຮຽນໃນການປະຕິບັດຕາມລະບຽບມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19.