ຮ່ວມຂຽນບົດຄວາມ ຈົດໝາຍຈາກຕົວຂ້ອຍໃນປີ 2030 ເຂົ້າແຂ່ງຂັນປະຈຳປີ 2020

212

ເຊີນຊວນຊາວໜຸ່ມລາວໃນຂອບເຂດທົ່ວປະເທດ ຂຽນບົດຄວາມ ພາຍໃຕ້ຫົວຂໍ້ “ຈົດຫມາຍຈາກຕົວຂ້ອຍໃນປີ 2030 ເຂົ້າຮ່ວມແຂ່ງຂັນ ເພື່ອຊີງລາງວັນ ປະຈໍາປີ 2020

ຫ້ອງການ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ອອກແຈ້ງການ ເຊີນຊວນຊາວໜຸ່ມຈາກທົ່ວປະເທດຂຽນບົດຄວາມເຂົ້າຮ່ວມແຂ່ງຂັນ ປະຈໍາປີ 2020 ”the 2020 International EssayContest for young People” ຊຶ່ງຈັດໂດຍ the Goi Peace Foundation ໃນຫົວຂໍ້ “ຈົດຫມາຍຈາກຕົວຂ້ອຍໃນປີ 2030 ຫຼື A letter from myself in 2030” ໂດຍບັນຍາຍເຖິງ ສະພາບ ຫຼື ເຫດການທີ່ຈະເກີດຂື້ນກັບໂລກຂອງເຮົາ, ບັນຍາຍເຖິງວິຖີຊີວິດຂອງຜູ້ຄົນ ແລະ ສິ່ງທີ່ຈະເກີດຂື້ນກັບ ຕົວຂອງທ່ານ, ສັງຄົມຈະດໍາເນີນໄປແນວໃດ, ລວມເຖິງຂໍ້ຄວາມທີ່ສໍາຄັນຕ່າງໆທີ່ທ່ານຕ້ອງການບອກກັບຕົວເອງໃນ ປັດຈຸບັນ ໂດຍກໍານົດສົ່ງບົດຄວາມບໍ່ເກີນວັນທີ 15 ມິຖຸນາ 2020.

ເຊິ່ງມີລາຍລະອຽດຂອງລາງວັນ ແລະ ລາຍລະອຽດການສົ່ງບົດຄວາມດັ່ງລຸ່ມ ນີ້:

ລາງວັນທີ 1 ໄດ້ຮັບໃບຢັ້ງຢືນ ແລະ ເງິນມູນຄ່າ 100.000 ເຢັນ ( ສະກຸນເງິນຍີ່ປຸ່ນ) ຫຼື ປະມານ 900ໂດລາສະຫະລັດ ມີ 1 ລາງວັນ; ລາງວັນທີ 2 ໄດ້ໃບຢັ້ງຢືນ ແລະ ເງິນມູນຄ່າ 50.000 ເຢັນ ( ສະກຸນເງິນຍີ່ປຸ່ນ) ຫຼື ປະມານ 450 ໂດລາສະຫະລັດ ມີ 2 ລາງວັນ, ລາງວັນທີ 3 ໃບຢັ້ງຢືນມີ 5 ລາງວັນ.

ສ່ວນຜູ້ທີ່ໄດ້ຮັບລາງວັນທີ 1 ຈະຖືກເຊີນເຂົ້າຮ່ວມຮັບລາງວັນທີ່ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນໃນເດືອນ ພະຈິກ2020 ແລະ ໄດ້ຮັບລາງວັນຈາກກະຊວງສຶກສາ (ສ່ວນຄ່າເດີນທາງແມ່ນທາງຜູ້ໃຫ້ທຶນເປັນຜູ້ຮັບຜິດຊອບ).

ນອກຈາກນີ້ຜູ້ທີ່ໄດ້ລາງວັນໃດຫນຶ່ງຈາກການສົ່ງບົດຄວາມເຂົ້າຮ່ວມແຂ່ງຂັນຍັງຈະໄດ້ຮັບໃບຍ້ອງຍໍ/ໃບ ຊົມເຊີຍ ຕາມລໍາດັບຈາກ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ.

ສຳລັບຂໍ້ກໍານົດໃນການສົ່ງບົດຄວາມເຂົ້າປະກວດ ເລີ່ມແຕ່ມື້ນີ້ ຈົນ ເຖິງ 15 ມິຖຸນາ 2020 ລາຍລະອຽດດັ່ງ ຄື:

1 ສໍາລັບບົດຄວາມຄວນເປັນບຸກຄົນທີ່ມີອາຍຸບໍ່ເກີນ 25 ປີ, ສໍາລັບເຍົາວະຊົນແມ່ນອາຍຸບໍ່ເກີນ 14 ປີ ແລະ ສໍາລັບຊາວຫນຸ່ມອາຍຸລະຫວ່າງ 15-25 ປີ

2 ບົດຄວາມຕ້ອງຂຽນໄດ້ປະມານ 700 ຄໍາສັບ ຫຼື ຫນ້ອຍກວ່າ ເປັນພາສາອັງກິດ, ຝຣັ່ງ, ສະເປນ, ພາສາເຢຍລະມັນ ຫຼື 1500 ຕົວອັກສອນເປັນພາສາຍີ່ປຸ່ນ, ບໍ່ລວມຫົວຂໍ້ ແລະ ຫນ້າປົກ, ບົດຄວາມສາມາດຂຽນ ຫຼື ພິມກໍໄດ້

3 ການສົ່ງບົດຄວາມສາມາດສົ່ງຜ່ານທາງລະບົບອອນລາຍ ຫຼື ສົ່ງທາງໄປສະນີ – ການສົ່ງບົດຄວາມຜ່ານທາງອອນລາຍຕ້ອງເຂົ້າໄປທີ່ຫນ້າລົງທະບຽນອອນລາຍຂອງເວັບໄຊhttps://goipeaceessaycontest.org/ ແລະ ປະຕິບັດຕາມຂັ້ນຕອນຕ່າງໆຂອງລະບົບ (ການສົ່ງ ບົດຜ່ານທາງອອນລາຍໃນວັນທີ 15 ມິຖຸນາ ອາດສົ່ງໄດ້ຍາກແນະນໍາໃຫ້ສົ່ງກ່ອນຫນ້າວັນທີ 15 ມິຖຸນາ2020 ຈະເປັນການດີ )

4 ການສົ່ງບົດຄວາມທາງໄປສະນີຕ້ອງມີຫນ້າປົກ: 1) ຊື່ຂອງຜູ້ຂຽນບົດຄວາມ, 2) ລະບຸບົດຄວາມ ( ເຍົາວະຊົນ ຫຼື ຊາວຫນຸ່ມ ), 3) ອາຍຸຂອງຜູ້ຂຽນບົດຄວາມ ທຽບໃສ່ວັນທີ 15 ມິຖຸນາ 2020, 4) ເພດ, 5) ສັນຊາດ, 6) ທີ່ຢູ່, 7 ອີເມວ, 8) ເບີໂທລະສັບ, 9) ຊື່ໂຮງຮຽນ, 10) ຫົວຂໍ້ບົດຄວາມຂອງທ່ານ, 11) ພາສາທີ່ໃຊ້ໃນບົດຄວາມ, 12) ຈໍານວນຄໍາສັບທີ່ໃຊ້ ແບບຫນ້າປົກສາມາດດາວໂຫຼດໄດ້ທີ່ https://www.goipeace.or.jp/en/work/essay-Contest#template ຫຼື ທ່ານສາມາດອອກແບບຫນ້າປົກຂອງທ່ານເອງໄດ້ໂດຍອີງຕາມລາຍການ 1-12.

5 ບົດຄວາມຕ້ອງເປັນບົດຄວາມຕົ້ນສະບັບ ແລະ ບໍ່ເຄີຍຈັດພິມ. ບໍ່ລັກລອບເອົາບົດຄວາມຂອງຄົນອື່ນມາໃຊ້.

6 ບົດຄວາມຕ້ອງຂຽນຄົນດຽວ, ບົດຄວາມທີ່ຂຽນຮ່ວມກັນຈະບໍ່ຮັບພິຈາລະນາ

7 ບົດຄວາມຈະເປັນລິຂະສິດຂອງເຈົ້າຂອງຜູ້ໃຫ້ທຶນ

8 ກໍລະນີມີຄໍາຖາມເພີ່ມເຕີມສາມາດປະສານທີ່ https://www.goipeace.or.jp/work/eassay

contest/#Essay-FAQ

ຫມາຍເຫດ: ສໍາລັບທ່ານໃດທີ່ສົ່ງບົດຄວາມເຂົ້າຮ່ວມແຂ່ງຂັນຕ້ອງໄດ້ສົ່ງບົດຄວາມສະບັບສໍາເນົາໃຫ້ ກົມພົວພັນຮ່ວມມືກັບຕ່າງປະເທດ ເພື່ອສັງລວມ.