ບ້ານໂຄກໃໝ່ ເມືອງສາລະວັນ ໄດ້ຮັບອຸປະກອນໃນການຜະລິດກະສິກໍາ

198

ວັນທີ 6 ພຶດສະພາ 2020 ນີ້ ຢູ່ທີ່ບ້ານໂຄກໃໝ່ ເມືອງ ແລະ ແຂວງສາລະວັນ ໄດ້ມີພິທີ  ມອບ – ຮັບອຸປະກອນການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ, ມີທ່ານ ພັດສະຫວັນ ໄຊຍະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທ່ານ ພັນມະລີ ສີລິພົງ ຫົວໜ້າອົງການສຸພານິມິດ, ເລຂາພັກ ບ້ານ – ນາຍບ້ານ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ພັດສະຫວັນ ໄຊຍະວົງ ໄດ້ລາຍງານວ່າ: ອຸປະກອນທີ່ໄດ້ຮັບ ປະກອບມີ: ຜ້າຢາງ 70 ແຜ່ນ, ແນວພັນເຂົ້າ 191 ກະສອບ, ອຸປະກອນສວນຄົວ 40 ຢ່າງ ເຊັ່ນ: ຊວ້ານ, ຄາດ, ບົວຫົດນ້ຳ 10 ລິດ, ໃນຜັກກາດ ກວາງຕຸ້ງ, ຜັກກາດຕີນໝີ, ຜັກສະຫຼັດ, ຜັກບົ້ງ, ຖົ່ວຂົ້ວ, ໝາກອຶ, ໝາກແຕງ, ໝາກເຫຼ່ນ, ໝາກຖົ່ວຍາວ, ກາກນ້ຳຕານ, ຕາໜ່າງເຫຼັກ 1,2 ແມັດ x 12 ແມັດ, ເຫຼັກຕະປູ, ລວດ ແລະ ຖັງນ້ຳ 200 ລິດ, ມີເປົ້າໝາຍມອບໃຫ້ 9 ບ້ານຂອງເມືອງສາລະວັນ ເປັນຕົ້ນ: ບ້ານກຸດມູມ, ຄອນລາດ, ຄັນໝາກໂຍດ, ດົງໂກະເໜືອ, ເລີນສໍາພັນ, ໂຄກໃໝ່, ນາປາລີ, ບຸ່ງສູ້ຍ, ບ້ວງ  ໃຫຍ່, ໜອງເພັກ ເພື່ອເປັນການປັບປຸງວຽກໂພຊະນາການສໍາລັບແມ່ຍິງ ແລະ ເດັກນ້ອຍ ເພື່ອຊຸມຊົນທີ່ມີສຸຂະພາບທີ່ດີ, ສະເພາະເຄື່ອງກະສິກໍາ. ອຸປະກອນດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ.

ຈາກນັ້ນ, ທ່ານ ພັນມະລີ ສີລິພົງ ຫົວໜ້າອົງການສຸພານິມິດ ຕາງໜ້າໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ ກໍໄດ້ມອບອຸປະກອນດັ່ງກ່າວໃຫ້ປະຊາຊົນ ບ້ານໂຄກໃໝ່ ເພື່ອນຳໄປໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ, ພ້ອມທັງປົກປັກຮັກສາເຄື່ອງດັ່ງກ່າວໃຫ້ໄດ້ຮັບຜົນດີ ໂດຍຊ້ອງໜ້າ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.