ທະນາຄານນະໂຍບາຍ ແຂວງບໍລິຄຳໄຊ ຕັ້ງເປົ້າປ່ອຍສິນເຊື່ອ 16 ຕື້ກວ່າກີບ

137

ປີ 2019 ທະນາຄານນະໂຍບາຍ ແຂວງບໍລິຄຳໄຊ ສາມາດປະຕິບັດແຜນສິນເຊື່ອໄດ້ປະມານ 6 ຕື້ກວ່າກີບ ເທົ່າກັບ 51,53%, ສ່ວນປີ 2020 ມີແຜນສິນເຊື່ອປະມານ 16 ຕື້ກວ່າກີບ.

ທ່ານ ຫຼ້າລຸນ ອິນຖະປັດຖາ ຫົວໜ້າປະສານງານ ທະນາຄານນະໂຍບາຍ ແຂວງບໍລິຄຳໄຊ ໃຫ້ຮູ້ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອ ປະຈໍາປີ 2019 ໃນວັນທີ 4 ພຶດສະພາຜ່ານມາ ວ່າ: ທະນາຄານນະໂຍບາຍ ແຂວງບໍລິຄຳໄຊ ມີໜ່ວຍບໍລິການຢູ່ 4 ເມືອງເປົ້າໝາຍ ຄື: ໜ່ວຍບໍລິການເມືອງບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ ແລະ ຍັງມີເມືອງນອກເປົ້າໝາຍ 1 ເມືອງ ຄື: ເມືອງປາກຊັນ ເຄື່ອນໄຫວສະເພາະບ້ານ 3 ສ້າງ, ມີບ້ານທີ່ໄດ້ຮັບສິນເຊື່ອທັງໝົດ 109 ບ້ານ, 702 ກຸ່ມ, ມີ 5.074 ຄອບຄົວ ແລະ ກູ້ຢືມແບບລາຍບຸກຄົນ 52 ຄອບຄົວ; ໃນປີ 2019 ສາມາດປະຕິບັດແຜນສິນເຊື່ອໄດ້ 6,23 ຕື້ກວ່າກີບ ເທົ່າກັບ 51,53%. ໃນນັ້ນ, ເມືອງເປົ້າໝາຍປະຕິບັດໄດ້ 5,45 ຕື້ກວ່າກີບ ເທົ່າກັບ 45,11%, ໃນຈຸດສຸມ 492 ລ້ານກີບ ເທົ່າກັບ 4,07% ແລະ ບ້ານ 3 ສ້າງ 285 ລ້ານກີບ ເທົ່າກັບ 2,36%.


ແຕ່ປີ 2008 ຮອດປີ 2019 ມີຍອດການເຂົ້າເຖິງແຫຼ່ງທຶນ ທະນາຄານນະໂຍບາຍ ຢູ່ແຂວງບໍລິຄໍາໄຊ ທັງໝົດ 93,89 ຕື້ກວ່າກີບ. ໃນນັ້ນ, ຍອດສິນເຊື່ອໃນເມືອງເປົ້າໝາຍ ກວມເອົາ 86%, ຍອດສິນເຊື່ອໃນຈຸດສຸມ 5% ແລະ ຍອດສິນເຊື່ອໃນບ້ານສາມສ້າງ 9%. ສຳລັບແຜນສິນເຊື່ອ ປີ 2020 ແມ່ນ 16,9 ຕື້ກີບ ໂດຍຈະໄດ້ແຍກຕາມຂະແໜງການ ຄື: ໂຄງການປູກຝັງ 5,53 ຕື້ກວ່າກີບ ເທົ່າກັບ 32,75%, ໂຄງການລ້ຽງສັດ 10,71 ຕື້ກວ່າກີບ ເທົ່າກັບ 63,41% ແລະ ໂຄງການອຸດສາຫະກຳປຸງແຕ່ງ 650 ລ້ານກີບ ເທົ່າກັບ 3,85%.