ຄຳແນະນຳໃໝ່ ຈາກກະຊວງສຶກສາ ຫ້ອງໜຶ່ງຕ້ອງແຍກເປັນຫຼາຍຫ້ອງເລີກຕ່າງໂມງເພື່ອຄວາມປອດໄພ

364

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳແນະນຳເພີ່ມຕື່ມ ໂດຍສະເພາະແມ່ນມາດຕະການໃນການເປີດການຮຽນ-ການສອນ ຊັ້ນປ.5, ມ.4 ແລະ ມ.7 ຄືນໃໝ່ ໃນວັນທີ 18 ພຶດສະພາ 2020, ໂດຍມອບໃຫ້ຂະແໜງການສຶກສາທ້ອງຖິ່ນ, ຄູ-ອາຈານ ສົມທົບກັບຄະນະສະເພາະກິດຂັ້ນແຂວງດຳເນີນການອະນາໄມຂ້າເຊື້ອ ຕາມສະຖານການສຶກສາທີ່ຖືກກຳນົດຄັດກອງແຮງງານລາວຈາກຕ່າງປະເທດ ລວມເຖິງໃຫ້ຂໍ້ມູນຄວາມຮູ້ຕ່າງໆແກ່ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງໃນການປະຕິບັດມາດຕະການປ້ອງກັນ ໃນໄລຍະເປີດຮຽນຄືນໃໝ່.

ໂດຍກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ອອກຄຳແນະນຳ ສະບັບເລກທີ 445/ສສກ ລົງວັນທີ 5 ພຶດສະພາ 2020 ກ່ຽວກັບການກະກຽມເປີດຮຽນຄືນໃນສະຖານການສຶກສາປີສຸດທ້າຍ ແລະ ສະຖານອອກກຳລັງກາຍ-ກິລາ ໂດຍໃຫ້ບັນດາສະຖານການສຶກສາທີ່ຈະເປີດຮຽນຄືນໃຫ້ມີການຂ້າເຊື້ອ ແລະ ເຮັດອະນາໄມ ໂດຍສະສະເພາະແມ່ນຖານການສຶກສາທີ່ຖືກໃຊ້ເປັນສູນກັກບໍລິເວນແຮງງານຈາກຕ່າງປະເທດ; ໃຫ້ຜູ້ບໍລິຫານສະຖານການສຶກສາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ໃສ່ຜ້າອັດປາກໃນເວລາເດີນທາງໄປໂຮງຮຽນ, ຢູ່ໂຮງຮຽນ ແລະ ຫຼັງເລິກຮຽນ ລວມທັງພໍ່ແມ່ຜູ້ປົກຄອງທີ່ສົ່ງ-ຮັບລູກຫຼານຂອງຕົນ.

ພ້ອມທັງຈັດບ່ອນນັ່ງໃຫ້ນັກຮຽນຫ່າງກັນຕາມຄວາມເໝາະສົມ 1 ແມັດຂຶ້ນໄປ; ກວດອຸນຫະພູມທຸກຄົນກ່ອນເຂົ້າໂຮງຮຽນ; ພໍ່ແມ່ປະຊາຊົນ ຕ້ອງກວດອຸນຫະພູມລູກຫຼານຕົນເອງທຸກເຊົ້າ ກ່ອນຈະມາໂຮງຮຽນ; ຈັດຫາບ່ອນລ້າງມື ພ້ອມສະບູໃນສະຖານການສຶກສາກ່ອນເປີດຮຽນຄືນໃໝ່; ຈັດຫາຫ້ອງສະເພາະຄູ ແລະ ນັກຮຽນທີ່ມີອາການໄຂ້ ແລະ ຂໍຄຳແນະນໍາຈາກຄະນະສະເພາະກິດແຕ່ລະຂັ້ນ ເພື່ອໃຫ້ຄວາມຮູ້ກ່ຽວກັບການປ້ອງກັນໂຄວິດ-19 ແລະ ຄໍາແນະນໍາກ່ຽວກັບຜູ້ບໍລິກຫານ, ຄູ-ອາຈານ ໃນການໃຊ້ເຄື່ອງມື, ການປະຕິບັດຕໍ່ຄູອາຈານ ແລະ ນັກຮຽນໃນເວລາບໍ່ສະບາຍ. ຖ້າຈໍາເປັນ, ຈັດເວລາພັກຜ່ອນ ແລະ ເລິກຮຽນແຕ່ລະຫ້ອງບໍ່ໃຫ້ກົງກັນ.

ນອກນັ້ນ, ກົມສາມັນສຶກສາ ກໍ່ໄດ້ອອກຄຳແນະນໍາ ສະບັບເລກທີ 391/ສມ ລົງວັນທີ 5 ພຶດສະພາ 2020 ວ່າດ້ວຍການໄຂໂຮງຮຽນສາມັນສຶກສາຄືນໃໝ່ ໂດຍໃຫ້ພະແນກ ສສກ ແຕ່ລະຂັ້ນ ຊີ້ນຳ, ກວດກາ, ສ້ອມແປງບູລະນະສະຖານທີ່, ອຸປະກອນການຮຽນ-ການສອນ, ອະນາໄມບໍລິເວນເດີ່ນໂຮງຮຽນ, ຫ້ອງຮຽນ ເພື່ອໄຂໂຮງຮຽນຄືນ ໃນວັນທີ 18 ພຶດສະພາ ເປັນຕົ້ນໄປສຳລັບຊັ້ນ ປ.5, ມ.4 ແລະ ມ.7. ພ້ອມສືບຕໍ່ໂຄສະນາ, ເຜີຍແຜ່ ສຶກສາອົບຮົມຢ່າງກວ້າງຂວາງ ເລິກເຊິ່ງດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຖິງຄວາມອັນຕະລາຍຂອງພະຍາດໂຄວິດ-19 ພ້ອມຮູ້ວິທີປ້ອງກັນພະຍາດດັ່ງກ່າວ.

ໃຫ້ສືບຕໍ່ການຮຽນ-ການສອນຕາມຫຼັກສູດເກົ່າ ໂດຍເລີ່ມຈາກບົດຮຽນເກົ່າທີ່ໂຈະ, ຫ້ອງທີ່ມີນັກຮຽນຫຼາຍກວ່າ 30 ຄົນ ໃຫ້ແບ່ງເປັນ 2-3 ຫ້ອງ, ຈັດຕັ້ງໜ່ວຍປ້ອງກັນ ຄັດກອງຜູ້ທີ່ມາໂຮງຮຽນຢູ່ດ້ານໜ້າໂຮງຮຽນ. ນອກນັ້ນ, ແນະນຳໃຫ້ນັກຮຽນແຕ່ລະຄົນເອົາອາຫານ, ນໍ້າ ມາຈາກບ້ານເພື່ອຮັບປະທານດ້ວຍຕົນເອງ ແລະ ການເຕົ້າໂຮມ ຈັດກິດຈະກຳຕ່າງໆບໍ່ໃຫ້ເກີນ 10 ຄົນ ແລະ ຢູ່ຫ່າງກັນ 1 ແມັດຂຶ້ນໄປ. ພ້ອມທັງສືບຕໍ່ມອບວຽກບ້ານໃຫ້ນັກຮຽນ ໂດຍມີການກວດກາ ແລະ ແກ້ຂໍ້ຂ້ອງໃຈສຳລັບນັກຮຽນຊັ້ນອື່ນ.