ສຊປລ ມອບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

76

ໃນວັນທີ 5 ພຶດສະພາ 2020 ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມປະກາດການຈັດຕັ້ງພາຍໃນ ພ້ອມມອບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ເຊື່ອມຊືມແຈ້ງການເລກທີ 524/ຫສນຍ ແລະ ກອງປະຊຸມສະຫຼຸບຂະບວນການຕ້ານພະຍາດ ໂຄວິດ-19 ໄລຍະ 1-2 ແລະ ເຜີຍແຜ່ຂໍ້ກຳນົດວ່າດ້ວຍການຄຸ້ມຄອງລາຍຈ່າຍການເງິນຂອງ ສຊປລ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາພັກ, ເລຂາຄະນະບໍລະຫານງານ ສຊປລ.

ກອງປະຊຸມເນັ້ນໜັກ 6 ບັນຫາໃຫຍ່ທີ່ຈະຕ້ອງຮີບຮ້ອນແກ້ໄຂຄື: ບັນຫາປະກົດການຫຍໍ້ທໍ້ຂອງກຸ່ມຄົນບໍ່ຫວັງດີ ຊ່ວຍໃຊ້ສື່ສັງຄົມອອນລາຍ ເພື່ອສ້າງຄວາມປັ່ນປ່ວນໃຫ້ແກ່ສັງຄົມ, ປະກົດການຫຍໍ້ທໍ້ໃນສັງຄົມຍັງສືບຕໍ່ຄຸກຄາມເຊັ່ນ: ບັນຫາຢາເສບຕິດ,​ການມົ້ວສຸມຂອງກຸ່ມຄົນບໍ່ດີ ແລະ ບັນຫາການຄ້າມະນຸດ ລວມເຖິງບັນຫາຄ່ານິຍົມແບບແຜນການດຳລົງຊີວິດ, ແຜນວຽກງານຍັງບໍ່ສອດຄ່ອງກັບເສດຖະກິດ-ສັງຄົມ.

ທັດສະນະແຮງງານຍັງບໍ່ທັນຍົກສູງທາງດ້ານຄຸນນະພາບ, ບັນຫາອົງການຈັດຕັ້ງຂອງຊາວໜຸ່ມຍັງບໍ່ທັນເຂັ້ມແຂງ ໂດຍສະເພາະຂັ້ນຮາກຖານທ້ອງຖິ່ນ ແລະສຸດທ້າຍແມ່ນບັນຫາການສ້າງຕົວແບບຂອງຊາວໜຸ່ມຍັງບໍ່ທັນເລິກເຊິ່ງ ແລະ ຍັງບໍ່ມີລັກສະນະທີ່ຫຼາກຫຼາຍ.

ຈາກ: ນິງນ໋ອງ ຄົນຊ່າງຝັນ