ມາເບິ່ງ! ກິດຈະການ ທີ່ແຂວງວຽງຈັນ ອະນຸຍາດໃຫ້ເປີດ ແລະ ປິດບໍລິການຕໍ່

145

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ເພື່ອຮັບມືກັບການລະບາດ ຂອງ ພະຍາດ ໂຄວິດ-19 ໃນໄລຍະໃຫມ່ ແລະ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມຫນ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ. ໂດຍອະນຸຍາດ ໃຫ້ຜູ້ປະກອບການໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ ກັບມາເປີດບໍລິການປົກກະຕິ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ໃຫ້ສືບຕໍ່ປີດບັນດາກິດຈະການ ຮ້ານບັນເທິງ, ຮ້ານຄາຣາໂອເກະ ຮ້ານເຫຼົ້າ-ເບຍ, ຫາດ, ໂຮງຮູບເງົາ , ຮ້ານບໍລິການນວດສະປາທຸກປະເພດ, ກາຊິໂນ, ຮ້ານເກມ ແລະ ງານບຸນປະເພນີຕ່າງໆ, ງານດອງ ທີ່ມີການເຕົ້າໂຮມຄົນຈໍານວນຫຼາຍ

ພາບປະກອບ

ອີງຕາມ ແຈ້ງການຂອງ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວງຈັນ ເລກທີ403/ຖວທ ລົງວັນທີ 4 ພຶດສະພາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະແຕ່ວັນ ທີ 04 – 17 ພຶດສະພາ 2020.

ສະນັ້ນ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ຈຶ່ງໄດ້ ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນຕໍ່ຫນ້າ ດັ່ງນີ້:

ສຳລັບຜູ້ປະກອບການໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ:

1 ສໍາລັບຜູ້ໃຫ້ບໍລິການ ຕ້ອງປະຕິບັດ ຄື: 1) ຕ້ອງແທກອຸນຫະພູມພະນັກງານ ກ່ອນເຂົ້າເຮັດວຽກ ຖ້າພົບວ່າມີອຸນຫະພູມ ສູງກວ່າ 37,5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 186 ເພື່ອຂໍຄໍາປຶກສາ; 2) ຕ້ອງໃຫ້ຂໍ້ມູນ, ຄວາມຮູ້ ແລະ ຄໍາແນະນໍາ ກ່ຽວກັບການປ້ອງກັນການລະບາດພະຍາດ ໂຄວິດ-19 ເປັນຕົ້ນ ການລ້າງມືໃຫ້ຖືກວິທີ, ອາການ ແລະ ວິທີປ້ອງກັນຕົນເອງ ແກ່ຜູ້ມາໃຊ້ບໍລິການ ແລະ ພະນັກງານທຸກຄົນຕ້ອງໃສ່ຜ້າ ອັດປາກ-ດັງ;

3) ຈັດອ່າງລ້າງມືພ້ອມສະບູ່ ຫຼື ເຈວລ້າງມີທີ່ມີສ່ວນປະສົມຂອງ ເຫຼົ້າ 70% ຂຶ້ນໄປ ສໍາລັບຂ້າເຊື້ອໄວ້ປະຕູທາງ ເຂົ້າຮ້ານຫ້ອງນ້ໍາ, ບໍລິເວນໂຕະຈ່າຍເງິນ ເພື່ອໃຫ້ບໍລິການແກ່ຜູ້ມາໃຊ້ບໍລິການ ລວມທັງພະນັກງານໃນຮ້ານ; 4) ຕ້ອງຈັດຫາຖົງມື, ນ້ໍາຢາຂ້າເຊື້ອ ຫຼື ເຫຼົ້າ 70% ຂື້ນໄປ ຫຼື ນ້ໍາແຟັບ ແລະ ອື່ນໆ ສໍາລັບອະນາໄມ ອຸປະກອນ ແລະ ເຄື່ອງໃຊ້ທີ່ມີຜູ້ສໍາຜັດຈໍານວນຫຼາຍ ເປັນຕົ້ນ ປຶ້ມລາຍການອາຫານ(ເມນູ), ໂຕະອາຫານ, ບ່ອນຈັບປະຕູເຂົ້າອອກ, ບ່ອນໄຂປະຕູຫ້ອງນ້ໍາ, ອຸປະກອນຕັດຜົມ ແລະ ເສີມສວຍ ;

ພາບປະກອບ

5) ສໍາລັບອຸປະກອນເຄື່ອງໃຊ້ໃນຫ້ອງນອນ, ໃນຫ້ອງນ້ໍາ, ອຸປະກອນຕັດຜົມ, ອຸປະກອນເສີມສວຍ ຕ້ອງໃຫ້ມີ ການອະນາໄມດ້ວຍນ້ໍາຢາຂ້າເຊື້ອກ່ອນ ແລະ ຫຼັງໃຊ້ທຸກຄັ້ງ.6) ຕ້ອງຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ແມັດ ຂື້ນໄປ; 7) ຕ້ອງຮັກສາມາລະຍາດໃນການໄອ-ຈາມ.

2 ສໍາລັບຜູ້ມາໃຊ້ບໍລິການ (ລູກຄ້າ) ທຸກຄົນທີ່ເຂົ້າມາໃນຮ້ານ ຕ້ອງໄດ້ຮັບການແທກອຸນນະພູມ ຖ້າພົບວ່າມີອຸນຫະພູມສູງກວ່າ 97,5 ອົງສາ ແມ່ນບໍ່ອະນຸຍາດໃຫ້ເຂົ້າໃນຮ້ານ ແລະ ໃຫ້ ໂທຫາສາຍດ່ວນ 165 ຫຼື 186 ເພື່ອຂໍຄໍາປຶກສາ; 2) ຕ້ອງລ້າງມືດ້ວຍສະບູ່ ຫຼື ເຈວລ້າງມື ຫຼື ເຫຼົ່າສໍາລັບຂ້າເຊື້ອ ທີ່ຮ້ານກະກຽມໄວ້ ກ່ອນເຂົ້າ ແລະ ອອກຈາກ ຮ້ານ ແລະ ໃສ່ຜ້າອັດປາກ-ດັງ; 3) ຕ້ອງຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ແມັດ ຂື້ນໄປ;4) ຕ້ອງຮັກສາມາລະຍາດໃນການໄອ-ຈາມ ແລະ ຖິ້ມຂີ້ເຫຍື້ອ ຕາມບ່ອນທີ່ຮ້ານກໍານົດໄວ້.

3 ສະຖານທີ່ 1) ຕ້ອງໃຫ້ມີອາກາດຖ່າຍເທວີ ແລະ ບໍ່ແອອັດ; 2) ການຈັດສະຖານທີ່ຕ້ອງຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ແມັດ ຂື້ນໄປ; 3) ຕ້ອງອະນາໄມທຸກມື້ (ເຊົ້າ ແລະ ແລງ) ເປັນຕົ້ນ: ພື້ນ, ຝາ, ເພດານ, ໂຕະ, ຕັ່ງ, ຫ້ອງນ້ໍາ ດ້ວຍນ້ໍາຢາຂ້າເຊື້ອ ໂຊດຽມຮາຍໂປກຣິດ (Sodium Hypochlorite) 0,1%, ນ້ໍາແຟບ, ໄຮຕິ ຫຼື ເຫຼົ້າ 70% ຂຶ້ນໄປແລະ ອື່ນໆ; 4) ກໍານົດໃຫ້ມີທາງອອກ ແລະ ທາງເຂົ້າ ຢ່າງຈະແຈ້ງ; 5) ບໍລິເວນໂຕະຈ່າຍເງິນ ຕ້ອງມີເຈວລ້າງມື ຫຼື ເຫຼົ້ສໍາລັບອະນາໄມຂ້າເຊື້ອ.

4 ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນເມືອງ, ແຂວງ ແຕ່ໃຫ້ຈ່າຍ ຜູ້ເຂົ້າຮ່ວມໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນ້ໍາສະອາດ, ໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກຕັ້ງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະ ເພາະກິດວາງອອກ.

5 ໃຫ້ຂະແຫນງສື່ມວນຊົນສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາຕ ໂຄວິດ-19 ແລະ ມາດຕະການປ້ອງກັນ ໂດຍໃຫ້ປະຕິບັດຕາມບົດແນະນໍາຂອງ ຫນ່ວຍງານໂຄສະນາຄະນະສະເພາະກິດ, ສະບັບເລກທີ 001, ລົງວັນທີ 11 ເມສາ 2020 ໃຫ້ສົມວນຊົນໂຄສະນາໃນຮູບແບບຕ່າງໆທີ່ເຂົ້າເຖິງເປົ້າຫມາຍໄວ ແລະ ເຂົ້າໃຈງ່າຍ ເພື່ອຕ້ານພະຍາດ ໂຄວິດ-19.

6 ອະນຸຍາດໃຫ້ ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ ເປີດບໍລິການ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິຕ-19 ວາງອອກຢ່າງເຂັ້ມງວດ.

ພາບປະກອບ

7 ສືບຕໍ່ປີດບັນດາກິດຈະການ ຮ້ານບັນເທິງ, ຮ້ານຄາຣາໂອເກະ ຮ້ານເຫຼົ້າ-ເບຍ, ຫາດ, ໂຮງຮູບເງົາ , ຮ້ານບໍລິການນວດສະປາທຸກປະເພດ, ກາຊິໂນ, ຮ້ານເກມ ແລະ ງານບຸນປະເພນີຕ່າງໆ, ງານດອງ ທີ່ມີການເຕົ້າໂຮມຄົນຈໍາ ນວນຫຼາຍ ຍົກເວັ້ນງານຊາປະນະກິດສົບ ແຕ່ຕ້ອງປະຕິບັດຕາມບົດແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງເຊື້ອພະຍາດ ໂຄວິດ-19 ວາງອອກຢ່າງເຂັ້ມງວດ.

ມອບຫມາຍໃຫ້ຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງ ໃນຂອບເຂດ11 ເມືອງທົ່ວແຂວງ , ສະມາຄົມທຸລະກິດທ່ອງທ່ຽວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ ແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ແນະນໍາ, ຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາຢ່າງເຂັ້ມງວດ .