ບໍ່ຢາກ “ ເສຍເງິນ ” ຢ່າລະເລີຍ “ ພາສເວີດ ” ເຮັດທຸລະກຳການເງິນ

238

ໃນປັດຈຸບັນຄົນເຮັດວຽກສ່ວນໃຫຍ່ມັກເລືອກເຮັດທຸລະກຳທາງການເງິນຜ່ານອິນເຕີເນັດ ຫຼື Mobile Banking ເພາະຊ່ວຍອຳນວຍຄວາມສະດວກ ແລະ ປະຢັດເວລາ, ແຕ່ຖ້າໂທລະສັບມືຖືເສຍ ຫຼື ຕັ້ງຄ່າໃຫ້ເວັບໄຊທີ່ເຂົ້າໄປເຮັດທຸລະກຳຈົດຈຳລະຫັດຜ່ານ ຫຼື ພາສເວີດຂອງຕົວເອງກໍອາດເກີດບັນຫາ “ ເງິນຫາຍ ” ໂດຍບໍ່ຮູ້ຕົວຈາກຜູ້ບໍ່ປະສົງດີທັງຫຼາຍໄດ້.

ທັງນີ້, ຈາກຜົນການສຳຫຼວດຫຼ້າສຸດໂດຍ Specops Software ລະບຸວ່າຄົນທີ່ບໍ່ເຄີຍອັບເດດ ຫຼື ປ່ຽນແປງ  ພາສເວີດຂອງຕົວເອງເລີຍມີຫຼາຍເຖິງ 38% ແລະ ຍັງພົບວ່າ 1 ໃນ 3 ມັກໃຊ້ພາສເວີດທີ່ເຮັດທຸລະກຳທາງການເງິນມາຕັ້ງເປັນພາສເວີດສຳລັບການໃຊ້ງານບໍລິການສະຕຣີມມິງຕ່າງໆ ເຊັ່ນ: Netflix ຈາກຈຳນວນຜູ້ຕອບແບບສອບຖາມ 1.353 ຄົນ.

ນອກຈາກນີ້, ຍັງມີສະຖິຕິທີ່ໜ້າຕົກໃຈວ່າ 29,03% ຂອງຜົນສຳຫຼວດລະບຸວ່າພວກເຂົາໃຊ້ພາສເວີດດຽວກັນໃນທຸກບັນຊີການໃຊ້ງານ ໂດຍມີເຖິງ 32,26% ທີ່ບໍ່ໄດ້ກັງວົນກັບການໃຊ້ພາສເວີດດຽວໃນທຸກບັນຊີການໃຊ້ງານ ແລະ ມີພຽງ 13,79% ເທົ່ານັ້ນທີ່ລະບຸວ່າພວກເຂົາຈະຍອມປ່ຽນພາສເວີດຕົວເອງ ເມື່ອຮູ້ຕົວວ່າມີຄົນອື່ນພະຍາຍາມເຂົ້າມາແຮັກຂໍ້ມູນ.

ຈາກຂໍ້ມູນເຫຼົ່ານີ້ເຮັດໃຫ້ໜ້າເປັນຫ່ວງບໍ່ໜ້ອຍສຳລັບຄົນທີ່ລະເລີຍເລື່ອງພາສເວີດ ໃນການເຮັດທຸລະກຳທາງການເງິນທີ່ອາດຈະຖືກແຮັກຂໍ້ມູນຈົນເສຍເງິນໃນບັນຊີໄປແບບບໍ່ຮູ້ຕົວ, ຫາກບໍ່ຢາກຕົກເປັນເຫຍື່ອກໍຕ້ອງໃຫ້ຄວາມສຳຄັນກັບເລື່ອງນີ້.

ພຽງຍອມເສຍເວລາພຽງເລັກໜ້ອຍໃນການປ່ຽນພາສເວີດ ຫຼື ຕັ້ງພາສເວີດໃຫ້ເດົາໄດ້ຍາກຂຶ້ນ ກໍຈະຊ່ວຍໃຫ້ບັນຊີທະນາຄານຕ່າງໆປອດໄພຫຼາຍຂຶ້ນ ແລະ ສຳລັບເຄັດລັບງ່າຍໆທີ່ຈະນຳມາສະເໜີ ຄື:

1 ຕັ້ງພາສເວີດທີ່ມີຄວາມຍາວຢ່າງໜ້ອຍ 12 ຕົວອັກສອນ ໂດຍໃຫ້ມີທັງອັກສອນພາສາອັງກິດ ທີ່ເປັນຕົວພິມໃຫຍ່ ແລະ ຕົວພິມນ້ອຍລວມທັງຕົວເລກ.

2 ໃນການໃຊ້ຄຳພາສາອັງກິດ ເພື່ອຕັ້ງພາສເວີດບໍ່ຄວນໃຊ້ສັບພາສາອັງກິດເປັນຄຳໂດດໆ ແຕ່ຄວນພິມເປັນປະໂຫຍກເພາະຈະແຮັກຂໍ້ມູນໄດ້ຍາກຂຶ້ນ.

3 ເວັບໄຊທີ່ເຮັດທຸລະກຳທາງການເງິນຕ່າງໆຄວນໃຊ້ພາສເວີດທີ່ແຕກຕ່າງກັນ ເພາະຖ້າພາດຖືກແຮັກຂໍ້ມູນຈະເຮັດໃຫ້ເສຍເງິນໄປທັງໝົດໄດ້.

4 ບໍ່ໃຫ້ມືຖື ຫຼື ຄອມພິວເຕີທີ່ໃຊ້ງານຈົດຈຳລະຫັດຜ່ານໃນການເຮັດທຸລະກຳການເງິນ ເພາະອາດຖືກມິດສາຊີບສວຍໂອກາດນຳໄປໃຊ້ປະໂຫຍດໄດ້.

5 ຕັ້ງຄ່າຄວາມປອດໄພຫຼາຍຊັ້ນເພື່ອຢືນຢັນຕົວຕົນກ່ອນເຮັດທຸລະກຳການເງິນ ເຊິ່ງການມີຂໍ້ຄວາມແຈ້ງເຕືອນຜ່ານອີເມລທຸກຄັ້ງທີ່ມີການເຂົ້າໃຊ້ງານບັນຊີການເງິນຕ່າງໆ ຈະຊ່ວຍໃຫ້ຮູ້ໄດ້ວ່າມີຜູ້ອື່ນພະຍາຍາມໂຈລະກຳເງິນອອນລາຍ ຫຼື ບໍ່?.

ໂດຍ: ສົມລົດ, ທີ່ມາ: sanook.com/hitech