ສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງສາລະວັນຜະລິດຜ້າອັດປາກໄດ້ 150 ກວ່າອັນຕໍ່ມື້

82
????????????????????????????????????

ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງສາລະວັນ  ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ເມສາ 2020 ນີ້ວ່າ: ການຈັດຕັ້ງປະຕິບັດວຽກງານເຮັດຜ້າອັດປາກເພື່ອຕ້ານໂຄວິດ – 19 ກ່ອນຈະຈັດຕັ້ງປະຕິບັດກໍໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຄະນະສະເພາະກິດຂັ້ນແຂວງ, ພະແນກສາທາແຂວງ ແລະ ໂຮງໝໍແຂວງ ເພື່ອເປັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ຂັ້ນຕອນຕ່າງໆຂອງວຽກງານ.

ພາຍໃນສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງ ມີແຮງງານທັງໝົດ 18 ຄົນທີ່ເຮັດວຽກນີ້, ສະເລ່ຍມື້ໜຶ່ງສາມາດຜະລິດໄດ້ 150 ກວ່າອັນ, ຕາມແຜນແມ່ນຈະຜະລິດໃຫ້ໄດ້ 500 ກວ່າອັນ, ແຕ່ລະອັນຂອງຜ້າອັດປາກແມ່ນຈະໄດ້ຜ່ານການຂ້າເຊື້ອ ແລະ ຢັ້ງຢືນກວດກາຈາກພາກສ່ວນກ່ຽວຂ້ອງກໍຄືພະແນກສາທາແຂວງ ແລະ ໂຮງໝໍແຂວງເພື່ອຄວາມຖືກຕ້ອງແລ້ວຈຶ່ງຈະນຳເອົາໄປມອບໃຫ້ແຕ່ລະສູນກັກກັນໃນທົ່ວແຂວງ. ນອກຈາກນັ້ນ, ກໍຍັງຈະໄດ້ມອບໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຂາດເຂີນອີກ.

ທ່ານປະທານສະຫະພັນແມ່ຍິງແຂວງ ຍັງໄດ້ກ່າວຕື່ມອີກວ່າ: ກ່ອນຈະຈັດຕັ້ງປະຕິບັດໄດ້ກໍຍ້ອນເອື້ອຍນ້ອງແມ່ຍິງພວກເຮົາມີຄວາມສາມັກຄີກັນດີ ແລະ ຕື່ນຕົວສູງຕໍ່ການຈັດຕັ້ງປະຕິບັດໜ້າທີ່ ກໍຄືວຽກງານວິຊາສະເພາະຂອງຕົນເພື່ອປະກອບສ່ວນເຂົ້າໃນວຽກງານຕ່າງໆ, ນອກຈາກ ຄວາມສາມັກຄີຂອງເອື້ອຍນ້ອງແມ່ຍິງພາຍໃນແລ້ວ ກໍຍັງໄດ້ຮັບການປະກອບສ່ວນຈາກຜູ້ສຳປະທານຕະຫຼາດຕື່ມອີກ.

ໃນຕໍ່ໜ້າກໍຫວັງວ່າຈະໄດ້ຮັບການປະກອບສ່ວນ, ສະໜັບສະໜູນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ບໍ່ວ່າຈະເປັນອົງການຈັດຕັ້ງຕ່າງໆ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ແລະ ອື່ນໆ ເຊິ່ງການຈັດຕັ້ງປະຕິບັດຄັ້ງນີ້ກໍເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19  ບໍ່ໃຫ້ແຜ່ຂະຫຍາຍອອກໄປສູ່ວົງກວ້າງ.

ຂ່າວ – ຮູບ: ສິດຕາ ເພັດວົງສາ