ສຸພາພອນ ນັກຮຽນເກັ່ງເຜີຍເຄັດລັບການຮຽນໄລຍະກັກຕົວຢູ່ເຮືອນໃຫ້ມີປະສິດທິພາບ

116

ຫຼາຍຄົນອາດຈະຍັງຈື່ ແລະ ຮູ້ຈັກ ນ້ອງ ສຸພາພອນ ທຳມະວົງສາ ອະດີດນັກຮຽນເກັ່ງລະດັບຊາດ ອັນດັບທີ 1 ແລະ ເປັນຄົນດຽວທີ່ສາມາດຍາດໄດ້ຄະແນນເຕັມ 10 ວິຊາ ຟີຊິກສາດ ຊັ້ນ ມ 4 ໃນສົກຮຽນ 2016 – 2017 ທີ່ຜ່ານມາ ເຊິ່ງປີນີ້ນ້ອງໄດ້ຮຽນຢູ່ຊັ້ນ ມ 7 ແລ້ວ ແລະ ຖືກຄັດເລືອກເປັນຕົວແທນຂອງໂຮງຮຽນ ມສ ວຽງຈັນ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ວິຊາຟີຊິກສາດອີກ ແລະ ສອບເສັງຜ່ານຂັ້ນເມືອງ ແລະ ຂັ້ນນະຄອນຫຼວງແລ້ວ ກຽມຈະເຂົ້າຮ່ວມແຂ່ງຂັນລະດັບຊາດ, ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ລັດຖະບານໄດ້ສັ່ງໃຫ້ໂຈະການແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ   2019 – 2020 ນີ້ ທຸກຄົນກໍເລີຍອົດລຸ້ນຜົນການແຂ່ງຂັນນັກຮຽນເກັ່ງຂອງນ້ອງໃນຊັ້ນ ມ 7 ລວມເຖິງຊັ້ນ ມ 4 ແລະ ປ 5 ລວມເຖິງຊັ້ນ ມ4 ແລະ ປ 5.

ເຖິງແມ່ນວ່າປີນີ້ຈະບໍ່ມີການແຂ່ງຂັນນັກຮຽນເກັ່ງກໍຕາມແຕ່ນ້ອງກໍໄດ້ຕັ້ງໃຈສຶກສາຮ່ຳຮຽນ ເພາະປີນີ້ເປັນປີທີ່ນ້ອງຈະສອບເສັງຈົບຊັ້ນ ມ 7 ເພື່ອກະກຽມໄປຮຽນຕໍ່ວິຊາຊີບ ແລະ ໃນໄລຍະໂຈະການ  ຮຽນ – ການສອນແບບນີ້ຍິ່ງຕ້ອງໄດ້ສຶກສາຮ່ຳຮຽນໃຫ້ຫຼາຍຂຶ້ນເພາະການສອບເສັງກໍຍັບຈໍ້ມໍ່ເຂົ້າມາແລ້ວ. ເຮົາມາເບິ່ງນຳກັນວ່າ ນ້ອງ ສຸພາພອນ ມີວິທີການຮຽນແນວໃດໃນໃນໄລຍະກັກຕົວຢູ່ເຮືອນ ເພື່ອໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນການຮຽນທີ່ດີ.

ນາງ ສຸພາພອນ ທຳມະວົງສາ ຮຽນຊັ້ນ ມ 7 ໂຮງຮຽນ ມສ ວຽງຈັນ ໃຫ້ສຳພາດວ່າ: ຕະຫຼອດໄລຍະພັກການຮຽນ – ການສອນ ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ເຖິງແມ່ນວ່າເຮົາຈະພັກຮຽນຢູ່ເຮືອນກໍຕາມແຕ່ເຮົາຕ້ອງໄດ້ສຶກສາຮ່ຳຮຽນໃຫ້ຫຼາຍຂຶ້ນ ແລະ ໝັ່ນສຶກສາຮຽນຮູ້ສິ່ງໃໝ່ໆ ໂດຍຫຼັກໆຈະຮຽນຕາມບົດຮຽນ ແລະ ບົດຝຶກຫັດທີ່ອາຈານມອບໝາຍ, ຮຽນຜ່ານລະບົບອອນລາຍທີ່ທາງໂຮງຮຽນໄດ້ຈັດການຮຽນ – ການສອນຜ່ານຊ່ອງທາງວັອດແອັບ ແລະ ຢູທູບ. ພ້ອມນີ້, ນ້ອງໄດ້ສຶກສາຫາຄວາມຮູ້ໃໝ່ໆຜ່ານ social media ຕ່າງໆດ້ວຍຕົນເອງເພີ່ມຕື່ມ.

ສຳລັບເຄັດລັບການຮຽນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຫຼັກໆນ້ອງຈະຈັດແບ່ງຕາຕະລາງຮຽນຢ່າງລະອຽດ ໂດຍແບ່ງເວລາຮຽນແຕ່ວິຊາໃນແຕ່ລະມື້ໃຫ້ສົມດຸນກັນ ແລະ ເລືອກເວລາຮຽນທີ່ເໝາະສົມກັບຕົນເອງນ້ອງຈະກຳນົດເອົາເວລາ 9:00 – 17:00 ໂມງ ແລະ 20:00 – 22:00 ໂມງ, ການຮຽນຫຼັກໆແມ່ນນ້ອງຈະຕິດຕາມ ແລະ ຮຽນຈາກກຸ່ມວັອດແອັບ ແລະ ຢູທູບ ທີ່ທາງໂຮງຮຽນຕັ້ງຂຶ້ນ, ຈະເນັ້ນແກ້ບົດຝຶກຫັດສົ່ງໃຫ້ອາຈານ ແລະ ນອກຈາກນີ້, ນ້ອງສຶກສາຜ່ານ social media ຕ່າງໆດ້ວຍຕົວເອງອີກດ້ວຍ, ຖ້າບໍ່ເຂົ້າໃຈນ້ອງຈະຊອກຄຳຕອບດ້ວຍຕົນເອງກ່ອນເພື່ອຝຶກຂະບວນການດ້ານຄວາມຄິດໄປໃນຕົວ, ຖ້າບໍ່ເຂົ້າໃຈແທ້ໆ ແລະ ຫາຄຳຕອບບໍ່ໄດ້ແທ້ກໍຈະສົ່ງຖາມອາຈານອະທິບາຍໃຫ້ ແລະ ນອກຈາກການຮຽນແລ້ວນ້ອງຈະເຮັດກິດຈະກຳຄວບຄູ່ກັນໄປຢ່າງເໝາະສົມ ເພື່ອສ້າງປະສົບການໃຫ້ຕົວເອງໃຫ້ມີ ຄວາມຮູ້ຫຼາຍໆດ້ານຄຽງຄູ່ກັນໄປ.

ນາງ ສຸພາພອນ ໃຫ້ຮູ້ອີກວ່າ: ສ່ວນຮູບແບບການຮຽນ – ການສອນອອນລາຍໃນໄລຍະພັກໂຮງຮຽນນີ້ ທາງໂຮງຮຽນໄດ້ສອນຜ່ານຊ່ອງທາງວັອດແອັບ ແລະ ຢູທູບ ເຊິ່ງບົດຮຽນທີ່ນຳມາສອນທຸກຢ່າງຈະຄ້າຍຄືກັບການສອນຢູ່ຫ້ອງຮຽນ, ມີທັງຂໍ້ດີ ແລະ ຂໍ້ເສຍ ເຊັ່ນ: ຂໍ້ດີຂອງການຮຽນອອນລາຍແມ່ນສາມາດເບິ່ງຢ້ອນຫຼັງໄດ້ຕະຫຼອດເວລາ, ອາຈານບໍ່ເສຍເວລາອະທິບາຍໂຕເກົ່າຊ້ຳຄືນຫຼາຍເທື່ອ ແລະ ນັກຮຽນສາມາດເລືອກຮຽນໄດ້ຕາມເວລາທີ່ຕົນຕ້ອງການ; ສ່ວນຂໍ້ຫຍຸ້ງຍາກກໍຄືຖ້າມີຄຳຖາມ ຫຼື ບໍ່ເຂົ້າໃຈບົດຮຽນນັ້ນໆເຮົາຈະບໍ່ສາມາດຖາມອາຈານໄດ້ໂດຍກົງ ແລະ ໃນທັນທີ, ການຖາມ – ຕອບບົດຮຽນຈະບໍ່ມີປະສິດທິພາບເທົ່າການຮຽນໃນຫ້ອງ.

ສຸດທ້າຍ ນ້ອງ ສຸພາພອນ ຝາກເຖິງນ້ອງໆນັກຮຽນ ແລະ ໝູ່ເພື່ອນທຸກຄົນ/ໃຫ້ຕັ້ງໃຈສຸມໃສ່ສຶກສາຮ່ຳຮຽນຜ່ານທາງວັອດແອັບ ແລະ ຢູທູບ ທີ່ອາຈານສ້າງຂຶ້ນມາສອນໃນໄລຍະພັກໂຮງຮຽນນີ້,  ໃຫ້ທຸກຄົນຈັດແບ່ງເວລາຮຽນ ແລະ ຈັດລຽງແຕ່ລະວິຊາໃຫ້ເໝາະສົມກັບຕົນເອງ, ຝຶກແກ້ບົດຝຶກຫັດຫຼາຍໆຖ້າບໍ່ເຂົ້າໃຈກໍໃຫ້ຖາມອາຈານທັນທີ ເພື່ອເຮັດໃຫ້ການຮຽນເຮົາມີປະສິດທິພາບຫຼາຍຂຶ້ນ.

ຂ່າວ: ແກ້ວ; ຮູບ: ສຸພາພອນ