ຕາມນີ້! ການສຶກສາພາກເອກະຊົນ ຕ້ອງຈ່າຍເງິນເດືອນໃຫ້ຄູໃນເດືອນເມສາຢ່າງໜ້ອຍ 50%

186

ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສກກ) ອອກແຈ້ງການ ສະບັບເລກທີ 1185/ຫກ ລົງວັນທີ 24 ເມສາ 2020 ເຖິງທ່ານ ປະທານສະມາຄົມການສຶກສາພາກເອກະຊົນ ສູນກາງ ແລະ ຕ່າງແຂວງ, ທ່ານ ຜູ້ປະກອບການ, ທ່ານຜູ້ອໍານວຍການສະຖານການສຶກສາພາກເອກະຊົນ ກ່ຽວກັບການຈ່າຍເງິນເດືອນ ຄູ-ອາຈານ, ພະນັກງານ ແລະ ການຈ່າຍພັນທະຄ່າຮຽນ ສະຖາບັນການ ສຶກສາພາກເອກະຊົນ ໃນຂອບເຂດທົ່ວປະເທດ.

ພາບປະກອບຂ່າວ

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງສຶກສາທິການ ແລະ ກິລາ ໄດ້ມີແຈ້ງການໃຫ້ໂຈະ ການຮຽນ-ການສອນ ທຸກຊັ້ນທຸກສາຍ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ເພື່ອເປັນການຄວບຄຸມ ແລະ ກັນການແຜ່ລະບາດຂອງພະຍາດດັ່ງກ່າວ ນັບແຕ່ວັນທີ 17 ມີນາ ເຖິງ 03 ພຶດສະພາ 2020 ເຊິ່ງໄດ້ແຈ້ງ ໃຫ້ສະຖານການສຶກສາດໍາເນີນການຮຽນ-ການສອນ ໃນຫຼາຍຮູບແບບຜ່ານຊ່ອງທາງຕ່າງໆເຊັ່ນ: ໄດ້ເອົາວິດີໂອການ ສອນ ລົງໃນ Youtube, Facebook, Whatsapp, Skype, Zoom meeting, Microsoft team, ໃຫ້ວຽກບ້ານ ແກ່ນັກຮຽນ ແລະ ນໍາໃຊ້ສື່ອື່ນໆ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ສືບຕໍ່ຮໍ່າຮຽນ ຕາມເງື່ອນໄຂສະພາບຕົວຈິງ, ບາງໂຮງຮຽນກໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ບາງໂຮງຮຽນກໍ່ບໍ່ສາມາດປະຕິບັດໄດ້ຢ່າງເຕັມເມັດເຕັມຫນ່ວຍ.

ພາບປະກອບ

ເນື່ອງຈາກວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ທັງເປັນການຊ່ວຍເຫຼືອຜູ້ປະກອບການ, ຄູ-ອາຈານ, ພະນັກງານ ແລະ ພໍ່ແມ່ຜູ້ປົກຄອງ, ຫ້ອງການກະຊວງຈຶ່ງອອກແຈ້ງການດັ່ງນີ້:

ພາບປະກອບຂ່າວ

1 ໃຫ້ຜູ້ປະກອບການສະຖານການສຶກສາພາກເອກະຊົນຈ່າຍເງິນເດືອນໃຫ້ຄູ-ອາຈານ ແລະ ພະນັກງານ

ປົກກະຕິໃນເດືອນເມສາ 2020 ຕ່ໍາສຸດບໍ່ໃຫ້ຫຼຸດ 50% ຂອງເງິນເດືອນປົກກະຕິ ໃນນັ້ນບໍ່ໃຫ້ຫຼຸດຄ່າ

ແຮງງານຂັ້ນຕ່ໍາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍານົດໄວ້.

ພາບປະກອບຂ່າວ

2 ຂໍຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຈ່າຍຄ່າຮຽນໃຫ້ສະຖານການສຶກສາພາກເອກະຊົນ ປົກກະຕິໃນເດືອນເມສາ 2020 ຕ່ໍາສຸດບໍ່ໃຫ້ຫຼຸດ 50% ຂອງຄ່າຮຽນປົກກະຕິ.

3 ແຈ້ງການສະບັບນີ້ ໃຊ້ປ່ຽນແທນແຈ້ງການຂອງຫ້ອງການສົ່ງເສີມການສຶກສາພາກເອກະຊົນ ສະບັບເລກທີ 05/ຫສອ, ລົງວັນທີ 26 ມີນາ 2020.

ພາບປະກອບຂ່າວຈາກ: ໂຮງຮຽນສາຍຝົນ