ວົງການແພດ ຢັ້ງຢືນພົບຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການ, ຢູ່ລາວພົບ2 ກໍລະນີ

506

ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ມີອາການສະແດງອອກ 2 ກໍລະນີ ຈາກຜູ້ຕິດເຊື້ອທັງໝົດ 19 ກໍລະນີ ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີອາການສະແດງ ແມ່ນມີເຊື້ອບໍ່ຕ່າງກັນ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້, ດັ່ງນັ້ນການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນທີ່ສຸດ. ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະກັບມາກວດກາຢັ້ງຢືນຄືນອີກ, ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ20-30%.


ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາວ່າ: ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ;ຕົວຢ່າງເຊັ່ນ:ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດ ທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນສະແດງອອກບ່ອນວ່າບາງຄັ້ງຄົນເຮົາຖືເຊື້ອແຕ່ບໍ່ສະແດງອາການອອກ; ຫຼັງການປິ່ນປົວແລ້ວ ອອກໂຮງໆແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່.


ທ່ານຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບກ່າວວ່າ: ຫຼັກຖານການຄົ້ນຄວ້າທີ່ຕີພິມລົງໃນວາລະສານການແພດທີ່ມີຊື່ສຽງລະດັບໂລກຂອງປະເທດອັງກິດ ຊີ້ໃຫ້ເຫັນວ່າ ປະມານ 78% (ຈາກຕົວເລກກວດທັງໝົດ 166 ຄົນ ພົບວ່າ130 ຄົນ) ຂອງຄົນເຈັບທີ່ຕິດເຊື້ອໂຄວິດ-19 ບໍ່ມີອາການສະແດງອອກ ເຊັ່ນ: : ບໍ່ມີອາການໄອ, ບໍ່ໄຂ້, ບໍ່ເຈັບຄໍ, ບໍ່ປວດເມື່ອຍຕົນຕົວ, ບໍ່ຫາຍໃຈຍາກ, ປົກກະຕິທຸກຢ່າງ.


ສຳລັບຢູ່ ສປປ ລາວ ມີ 19 ກໍລະນີຕິດເຊື້ອ, ໃນນັ້ນພົບ 2 ກໍລະນີ(ຢູ່ນະຄອນຫຼວງວຽງຈັນ 1 ກໍລະນີ ແລະ ຢູ່ຫຼວງພະບາງ 1 ກໍລະນີ) ທີ່ບໍ່ສະແດງອາການຫຍັງໝົດຕັ້ງແຕ່ຕົ້ນຕົນຈົນອອກໂຮງໝໍ.ສະນັ້ນຖ້າຄົນທີ່ຖືເຊື້ອບໍ່ມີອາການຫຍັງສະແດງ ເມື່ອຢູ່ໃນສັງຄົມເຮົາກໍສາມາດແຜ່ເຊື້ອໄດ້. ການສຶກສາຄົ້ນຄວ້າຢູ່ຕ່າງປະເທດໃຫ້ຮູ້ວ່າຈຳນວນເຊື້ອໄວຣັສໂຄວິດຢູ່ໃນຄົນຕິດເຊື້ອແລ້ວບໍ່ມີອາການ ກັບຄົນທີ່ຕິດ ເຊື້ອແລ້ວມີອາການບໍ່ຕ່າງກັນ, ມີຫຼັກຖານຢັ້ງຢືນວ່າຄົນຕິດເຊື້ອທີ່ບໍ່ສະແດງອາການສາມາດສົ່ງເຊື້ອໄປຫາຜູ້ອື່ນໄດ້.


ສະນັ້ນ, ການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນ, ບໍ່ຈຳເປັນແທ້ໆບໍ່ໃຫ້ອອກໄປນອກ ໃຫ້ຢູ່ເຮືອນ ເຮັດວຽກຢູ່ເຮືອນ. ຖ້າອອກໄປນອກຕ້ອງໃສ່ຜ້າອັດປາກ, ຢູ່ໄກກັນຮັກສາໄລຍະຫ່າງ, ໝັ່ນລ້າງມື ແລະ ອື່ນໆ.

ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຍັງເປີດເຜີຍໃຫ້ຮູ້ອີກວ່າ: ຕາມຂໍ້ມູນຂອງສາກົນຍັງຊີ້ໃຫ້ເຫັນວ່າພາຍຫຼັງປິ່ນປົວດີແລ້ວ ກວດບໍ່ພົບເຊື້ອແລ້ວ ກັບຄືນມາກວດວິເຄາະພັດພົບເຊື້ອຄືນອີກ ເຊິ່ງພົບໄດ້ເຖິງ20-30%.ດ້ວຍເຫດນີ້ພວກເຮົາ ຈຶ່ງມີມາດຕະການຕໍ່ຜູ້ທີ່ປິ່ນປົວດີແລ້ວ ກວດເຊື້ອບໍ່ພົບ2ເທື່ອຕິດຕໍ່ກັນ ໂດຍໄດ້ແນະນຳໃຫ້ຄົນເຈັບກັບເມືອຈຳກັດບໍລິເວນຕົນເອງຢູ່ເຮືອນຕໍ່ອີກ14 ຫລື 28ມື້ແລ້ວກັບມາກວດຢັ້ງຢືນອີກຄັ້ງ.