ທຸລະກິດ ທີ່ຈະເປີດດໍາເນີນກິດຈະການຊ່ວງໂຄວິດລະບາດ ຕ້ອງປະຕິບັດຕາມນີ້

185

ຄະນະສະເພາະກິດເພື່ອປ້ອງກັນ, ຄວບ​ຄຸມ  ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ19 ອອກ​ຄຳ​ແນະ​ນຳ ສະ​ບັບ​ເລກ​ທີ 031/ສ​ພກ ລົງ​ວັນ​ທີ 21 ເມ​ສາ 2020

ກ່ຽວ​ກັບ​ເງື່ອນ​ໄຂ ແລະ ມາດ​ຕະ​ການ​ສຳ​ລັບ​ພາກ​ທຸ​ລະ​ກິດ​ທີ່​ສາ​ມາດ​ດຳ​ເນີນ​ກິດ​ຈະ​ການ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19

ໂດຍໄດ້​ລະ​ບຸ​ເງື່ອນໄຂທີ່ຕ້ອງປະຕິບັດສໍາລັບພາກທຸລະກິດ ທີ່ຈະເປີດດໍາເນີນກິດຈະການ ໃຫ້ປະຕິບັດດັ່ງນີ້:

1) ມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະຂອງໂຄງການ, ບໍລິສັດ ແລະ ໂຮງງານ, ມີບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນ ຢ່າງພຽງພໍສໍາລັບກິດຈະການທີ່ມີແຮງງານຫຼາຍ ຫຼື ຄວາມສ່ຽງສູງໃນການລະບາດ, ມີສະຖານທີ່ສໍາລັບ ກໍລະນີສົງໄສພະຍາດ CCXVID-19 ພ້ອມທັງຕ້ອງມີລົດ ຮັບ-ສົ່ງຄົນເຈັບໃນເວລາສູກເສີນ;

2) ມີສະຖານທີ່ເຮັດວຽກທີ່ບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງ 1 ແມັດຂຶ້ນໄປ;

3) ມີຫໍພັກຂອງພະນັກງານ-ກໍາມະກອນທີ່ບໍ່ແອ​ອັດ ແລະ ບ່ອນນອນຫ່າງກັນຢ່າງຫນ້ອຍ 1 ແມັດຂຶ້ນໄປ;

4) ມີຫ້ອງອາຫານທີ່ບໍ່ແອອັດ, ຮັບປະກັນຫຼັກການອະນາໄມ, ບໍ່ໃຫ້ໃຊ້ເຄື່ອງຮ່ວມກັນ ແລະ ເວລານັ່ງກິນ – ອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນໄປ;

5) ມີລົດຮັບສົ່ງພະນັກງານ ແລະ ກໍາມະກອນ ໂດຍ​ຮັບ​ປະ​ກັນ​ໄລ​ຍະຫ່າງ 1 ແມັດຂຶ້ນໄປ ຖ້າວ່າຫໍພັກຢູ່ຫ່າງຈາກບ່ອນເຮັດວຽກ;

6) ມີນ້ໍາສະອາດເພື່ອນໍາໃຊ້ຢ່າງພຽງພໍຕະຫຼອດ 24 ຊົ່ວໂມງ, ມີບ່ອນລ້າງມື, ສະຫນອງສະບູລ້າງມື, ເຈວລ້າງມື, ຜ້າອັດປາກ-ດັງ ໃຫ້ພຽງພໍ ສໍາລັບພະນັກງານ-ກໍາມະກອນ ທຸກຄົນ ໃຫ້ຖືກຕາມຫຼັກການອະນາໄມ;

7) ມີເຈົ້າຫນ້າທີ່ຮັກສາເວນຍາມ 24 ຊົ່ວໂມງ ໂດຍບໍ່ອະນຸຍາດໃຫ້ພະນັກງານ-ກໍາມະກອນອອກໄປຂ້າງນອກ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໃຫ້ບຸກຄົນຂ້າງນອກເຂົ້າມາ 8) ມີຫນ່ວຍງານອະນາໄມ ກໍາຈັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ອາດສ່ຽງຕໍ່ການຕິດເຊື້ອພະຍາດ ຢ່າງຖືກວິທີເຊັ່ນ: ມີກະຕ່າຂີ້ເຫຍື້ອແບບມີຝາປິດຢູ່ແຕ່ລະຈຸດ;

9) ມີການອໍານວຍຄວາມສະດວກໃຫ້ແກ່​ທີມ​ແພດ ເຂົ້າໄປຕິດຕາມກວດກາ ຫຼື ເຜີຍແຜ່ຄວາມຮູ້ ກ່ຽວກັບພະຍາດ​ໂຄວິດເປັນແຕ່ລະໄລຍະສໍາລັບໂຄງການ, ບໍລິສັດ ແລະ ໂຮງງານຕ່າງໆ,

II ມາດຕະການທີ່ຕ້ອງປະຕິບັດສໍາລັບພາກທຸລະກິດ ທີ່ຈະດໍາເນີນກິດຈະການ

ມີດັ່ງນີ້:

1) ຕ້ອງມີຈຸດກວດອຸນຫະພູມ ແລະ ສະຫນອງເຈວລ້າງມື ໃຫ້ພະນັກງານ-ກໍາມະກອນ ຢູ່ທາງເຂົ້າ-ອອກ ພັກຜ່ອນເຮັດວຽກ ແລະ ຫ້ອງອາຫານ ຕອນເຊົ້າ-ແລງໃນແຕ່ລະວັນ, ພ້ອມທັງບັນທຶກອາການຂອງແຕ່ລະຄົນ ໃສ່ແບບຟອມ ແລະ ຖ້າພົບເຫັນຜູ້ມີອາການໄຂ້ (ອຸນຫະພູມສູງກວ່າ 37.5 ອົງສາ) ຫຼື ໄອ ຫຼື ຫາຍໃຈຍາກ, ຕ້ອງໄດ້ສົ່ງເຂົ້າຫ້ອງແຍກປ່ຽວ​ຂອງໂ​ຄງການ, ບໍລິສັດ ແລະ ໂຮງງານ ທີ່ຈັດໄວ້ ຢ່າງຮີບດ່ວນ ແລ້ວໂທປຶກສາສາຍດ່ວນ 166, 165 ແລະ ພົວພັນໃຫ້ແພດຫມໍເຂົ້າກວດທັນທີ;

2) ຕ້ອງມີຜ້າອັດປາກ-ຕັ້ງ ສະຫນອງໃຫ້ພະນັກງານ-ກໍາມະກອນ ຕະຫຼອດໄລຍະເວລາເຮັດວຽກ ແລະ ເວລາຢູ່ຮ່ວມກັນໃນສະຖານທີ່ໃດຫນຶ່ງ ແລະ ມີສະຖານທີ່ສໍາລັບລ້າງມືທີ່ສະດວກ

3) ຕ້ອງຮັບປະກັນການຮັກສາໄລຍະຫ່າງ (ຢ່າງຫນ້ອຍ 1 ແມັດຂື້ນໄປ) ສໍາລັບພະນັກງານ-ກໍາມະກອນ, ຫ້າມດໍາເນີນກິດຈະກຳທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້ເຊັ່ນ: ກິລາ, ງານລ້ຽງ ລວມທັງການຊຸມນຸມຕ່າງໆ;

4) ຕ້ອງມີມາດຕະການກວດກາ ຄົນຂັບລົດຂົນສົ່ງສິນຄ້າ ຫຼື ຜູ້ມາພົວພັນວຽກຈາກພາຍນອກຢ່າງເຄັ່ງຄັດຕາມມາດຕະການທີ່ວາງອອກຄືກັນກັບ ພະນັກງານ-ກໍາມະກອນຂອງຕົນ;

5) ຕ້ອງອະນາໄມ ສະຖານທີ່ເຮັດວຽກຂອງພະນັກງານ-ກໍາມະກອນ, ຫ້ອງອາຫານ, ຫ້ອງນ້ໍາ, ບ່ອນພັກ ແລະ ສາງບ່ອນທີ່ຮັບສົ່ງສິນຄ້າ ພາຍຫຼັງສິ້ນສຸດກິດຈະກໍາ ທຸກໆມື້ ສໍາລັບໂຄງການ, ບໍລິສັດ ແລະ ໂຮງງານ;

6) ໃຫ້ໂຈະການຮັບເຂົ້າຊ່ຽວຊານ, ພະນັກງານ ແລະ ກໍາມະກອນໃຫມ່ຈາກຕ່າງປະເທດ ແລະ ພາຍໃນຊົ່ວຄາວຈົນກວ່າສະພາບການລະບາດຂອງພະຍາດສາມາດຄວບຄຸມໄດ້.

ສຳ​ລັບການຈັດຕັ້ງປະຕິບັດ:

1 ໂຄງການ, ບໍລິສັດ ແລະ ໂຮງງານ ໃດທີ່ມີຄົບຕາມ 9 ເງື່ອນໄຂ ແລະ ສາມາດປະຕິບັດຕາມ 6 ມາດຕະການ ທີ່ກ່າວມາຂ້າງເທິງນັ້ນ ຫຼັງຈາກໄດ້ຜ່ານການກວດກາ ແລະ ຮັບຮອງຈາກຫນ່ວຍງານກ່ຽວຂ້ອງຂອງຄະນະສະເພາະກິດແລ້ວ ຈະຕ້ອງໄດ້ເຮັດສັນຍາ ຫຼື ບົດບັນທຶກກັບຄະນະສະເພາະກິດ ຫຼື ພາກສ່ວນອື່ນທີ່ໄດ້ຮັບອະນຸຍາດ ໃຫ້ໂຄງການ, ບໍລິສັດ, ແລະ ໂຮງງານ ຮັບຜິດຊອບທັງຫມົດຕໍ່ເຫດການ ລະບາດຂອງພະຍາດ ແລະ ການໃຊ້ຈ່າຍຕ່າງໆ ທີ່ອາດຈະເກີດຂື້ນຢູ່ໃນຂອບເຂດກິດຈະການຂອງຕົນແຕ່ພຽງຜູ້ດຽວ;

2 ຖ້າຫາກໂຄງການ, ບໍລິສັດ ແລະ ໂຮງງານ ທີ່ໄດ້ຮັບອະນຸຍາດດໍາເນີນກິດຈະການ ບໍ່ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ແມ່ນຈະຖືກຕັກເຕືອນ, ຖ້າບໍ່ມີການແກ້ໄຂຢ່າງຮີບດ່ວນແມ່ນຈະຖືກສັ່ງໂຈະ ຫຼື ປັບໃໝ ແລະ ດໍາເນີນການຕາມລະບຽບກົດຫມາຍຂອງ ສ ປປ ລາວ;