10 ວິທີຮຽນຢູ່ເຮືອນແນວໃດ ໃຫ້ມີສະມາທິພ້ອມທັງມີປະສິດທິພາບສູງ

223

ເນື່ອງຈາກສະພາບການແຜ່ລະບາດຂອງໂຄວິດ – 19 ໄດ້ສົ່ງຜົນກະທົບ ແລະ ເຮັດໃຫ້ຊີວິດປະຈໍາວັນຂອງເຮົາມີການປ່ຽນແປງໄປໃນຫຼາຍດ້ານ ລວມເຖິງການຮຽນ – ການສອນພາຍໃນໂຮງຮຽນ ຕ່າງກໍຕ້ອງຫັນປ່ຽນມາໃຊ້ເຕັກໂນໂລຊີ ກໍຄືການຮຽນທາງໄກຜ່ານອິນເຕີເນັດຢູ່ເຮືອນ. ສະນັ້ນ, ການຈັດແບ່ງຕາຕະລາງໃຫ້ກັບຕົວເອງເມື່ອຕ້ອງຮຽນຢູ່ເຮືອນ ແລະ ການປ່ຽນບັນຍາກາດຂອງສະພາບແວດລ້ອມອ້ອມຕົວ ກໍສາມາດຊ່ວຍໃຫ້ມີປະສິດທິພາບໃນການຮຽນເພີ່ມຫຼາຍຂຶ້ນ. ມື້ນີ້ພວກເຮົານໍາເອົາ 10 ວິທີການຮຽນຢູ່ເຮືອນແນວໃດໃຫ້ມີສະມາທິ ແລະ ປະສິດທິພາບສູງສຸດມາຝາກທຸກຄົນ ດັ່ງນີ້:

1 ຈົດສິ່ງທີ່ຈະເຮັດໃນແຕ່ລະວັນໄວ້ລ່ວງໜ້າ: ສິ່ງທີ່ເປັນອຸປະສັກໃຫຍ່ໃນການຮຽນຢູ່ເຮືອນກໍຄືການບັງຄັບໃຫ້ຕົວເອງເຮັດພາລະກິດໃນການຮຽນໃນແຕ່ລະມື້ໃຫ້ລຸລ່ວງໄປໄດ້ດ້ວຍດີ ໂດຍທີ່ບໍ່ເຊໄປທາງອື່ນຍ້ອນມີສິ່ງທີ່ມາດຶງຄວາມສົນໃຈ. ສະນັ້ນ, ເຮົາລອງຕັ້ງເປົ້າໝາຍການຮຽນ ຫຼື ສິ່ງທີ່ຈະເຮັດໄວ້ຢ່າງໜ້ອຍ 3 ຂໍ້ ວ່າຈະເຮັດແຕ່ລະຢ່າງໃຫ້ແລ້ວໃນໄລຍະເວລາເທົ່າໃດ ໂດຍເລີ່ມຈາກບົດຮຽນທີ່ງ່າຍໄປຫາຍາກ.

2 ຈົດບັນທຶກຂໍ້ຄວາມທີ່ສໍາຄັນ ແລະ ຢ້ອນກັບມາເບິ່ງພາຍຫຼັງເພື່ອເປັນການທົບທວນ: ຫຼາຍຄົນອາດຄິດວ່າການຮຽນຜ່ານທາງອອນລາຍ ຂໍ້ດີຄືສາມາດກັບມາເບິ່ງຄືນຕອນໃດກໍໄດ້ ແຕ່ເຈົ້າເຄີຍຄິດບໍ່ວ່າ ນັ້ນເປັນຈຸດໜຶ່ງທີ່ຈະເຮັດໃຫ້ຜູ້ຮຽນສູນເສຍໂອກາດໄປຫຼາຍກວ່າຕອນຮຽນໃນຫ້ອງຮຽນ. ສະນັ້ນ, ເຖິງວ່າຈະຮຽນຢູ່ເຮືອນກໍຕາມ ຜູ້ຮຽນຄວນຈົດບັນທຶກໃຈຄວາມທີ່ສໍາຄັນໄວ້ ເພື່ອໃຫ້ສາມາດກັບມາເບິ່ງຄືນໃນພາຍຫຼັງໄດ້ເພື່ອເປັນການທົບທວນ ແລະ ເປັນການຫຼຸດຜ່ອນການຈົດຈໍ່ຢູ່ກັບໜ້າຈໍຄອມພິວເຕີ ຫຼື ສະມາດໂຟນເປັນເວລາດົນ.

3 ປ່ຽນບັນຍາກາດພາຍໃນຫ້ອງເພື່ອເພີ່ມປະສິດທິຜົນຂອງການຮຽນໃຫ້ຫຼາຍຂຶ້ນ:ການເລືອກສີຂອງຫ້ອງສາມາດຊ່ວຍກະຕຸ້ນຄວາມຄິດສ້າງສັນ ແລະ ເສີມສ້າງພະລັງງານໃຫ້ລຸກຂຶ້ນມາຮຽນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ພ້ອມນັ້ນ, ພື້ນທີ່ອ້ອມຕົວກໍຄວນມີຄວາມເປັນລະບຽບ ແລະ ພື້ນທີ່ເທິງໂຕະກໍຄວນຈັດວາງໃຫ້ຮຽບຮ້ອຍ ຄືກັບໂຕະເຮັດວຽກຢູ່ຫ້ອງການ.

4 ໃຊ້ແອັບພລິເຄຊັນຊ່ວຍເພີ່ມຄວາມຈົດຈໍ່ການຢູ່ກັບອິນເຕີເນັດ: ອາດເຮັດໃຫ້ຜູ້ຮຽນສະມາທິຫຼຸດ ແລະ ສູນເສຍການຈົດຈໍ່ໄດ້ງ່າຍ. ສະນັ້ນ, ເຮົາສາມາດລອງໃຊ້ແອັບພລິເຄຊັນຕ່າງໆທີ່ຊ່ວຍໃຫ້ສະມາທິເຮົາບໍ່ຫຼຸດ ເຊິ່ງແອັບເຫຼົ່ານີ້ຈະມາສ້າງບັນຍາກາດໃຫ້ຜ່ອນຄາຍ, ຕັ້ງໃຈຮຽນ ແລະ ບັງຄັບໃຫ້ເຮົາບໍ່ນອກໃຈໄປເຂົ້າເວັບໄຊອື່ນໆໃນຂະນະທີ່ຮຽນຢູ່.

5 ກໍານົດເວລາພັກຖີ່ຂຶ້ນ ແຕ່ໄລຍະເວລາສັ້ນລົງອາດຈະກໍານົດ ດັ່ງນີ້: ຮຽນ 30 ນາທີ ແລ້ວພັກ 5 ນາທີ ເພື່ອຍືດເສັ້ນຍືດສາຍ, ດື່ມນໍ້າ ຫຼື ໄປຫ້ອງນໍ້າ. ຈາກນັ້ນ, ຈຶ່ງກັບມາຮຽນຕໍ່ອີກຄັ້ງ, ການພັກຜ່ອນໄລຍະສັ້ນໆຈະເຮັດໃຫ້ສະໝອງກັບມາຜ່ອນຄາຍ ເພື່ອກຽມພ້ອມຮຽນຕໍ່ອີກຄັ້ງ.

6 ຕັ້ງລະບົບໃຫ້ລາງວັນຕົວເອງ: ຈະເຮັດແນວໃດໃຫ້ຕົນເອງຈົດຈໍ່ຢູ່ກັບການຮຽນແລ້ວ ອີກສິ່ງໜຶ່ງທີ່ສໍາຄັນກໍຄື ຈະເຮັດແນວໃດໃຫ້ເຮົາສົນໃຈການຮຽນໄດ້ຫຼາຍຂຶ້ນ, ວິທີການກໍຄືກໍານົດການໃຫ້ລາງວັນຕົວເອງຫຼັງຈາກທີ່ເຮັດບັນລຸເປົ້າໝາຍທີ່ວາງໄວ້.

7 ຫາຮູບແບບວິທີການຮຽນທີ່ຕົວເອງມັກ: ບາງຄົນມັກຈົດໃສ່ປຶ້ມ, ບາງຄົນບໍ່ມັກນັ່ງຢູ່ກັບບ່ອນໃນຕອນທີ່ຮຽນ, ບາງຄົນມັກຟັງເພງໃນຂະນະອ່ານປຶ້ມໄປນໍາ ເຊິ່ງຈະຊ່ວຍໃຫ້ມີສະມາທິໃນເວລາທີ່ຮຽນ ບາງຄົນອາດຈະມັກຢູ່ບ່ອນທີ່ງຽບໆເວລາຮຽນ, ໃຫ້ຄົ້ນຫາວ່າຕົວເອງມັກແບບໃດ ແລະ ໃຫ້ເຮັດແບບນັ້ນຈະຊ່ວຍເພີ່ມປະສິດທິພາບໃນການຮຽນໄດ້.

8 ເລືອກເວລາໃນການຮຽນທີ່ເຮັດໃຫ້ຮຽນໄດ້ດີທີ່ສຸດ: ບາງຄົນມີສະມາທິ ແລະ ຮຽນໄດ້ດີທີ່ສຸດໃນຕອນເຊົ້າ ຂະນະທີ່ບາງຄົນຊໍ້າຜັດຮຽນໄດ້ດີໃນຕອນບ່າຍ ແລະ ຍິ່ງໄປກວ່ານັ້ນບາງຄົນອາດຈະມີສະມາທິດີທີ່ສຸດໃນຕອນກາງຄືນກໍມີ.

9 ພັກຜ່ອນ ແລະ ເບິ່ງແຍງສຸຂະພາບຕົວເອງ: ນອກຈາກການຮຽນແລ້ວກໍຢ່າລືມເບິ່ງແຍງສຸຂະພາບຂອງຕົນເອງ ນັ້ນກໍຄືການພັກຜ່ອນຢ່າຮຽນໜັກຈົນລືມພັກຜ່ອນ, ກິນເຂົ້າ ຫຼື ເຮັດກິດຈະກຳອື່ນໆ ແລະ ການອອກກໍາລັງກາຍກໍເປັນສິ່ງທີ່ສໍາຄັນເຊັ່ນກັນ.

10 ເຊື່ອໝັ້ນໃນຕົວເອງ: ຖ້າເມື່ອຍຈົນເກີນໄປກໍໃຫ້ຫາຍໃຈເຂົ້າເລິກໆ ປົດປ່ອຍ ຄວາມທຸກທີ່ແບກໄວ້ ບໍ່ຕ້ອງຄິດຫຼາຍວ່າຕົວເອງຈະເຮັດໄດ້ດີ ຫຼື ບໍ່? ຈົ່ງເຊື່ອໝັ້ນໃນຕົວເອງ ຫາກບໍ່ເຂົ້າໃຈກໍສາມາດຖາມຄູທີ່ສອນ ຫຼື ປຶກສາກັບໝູ່ເພື່ອນດີກວ່າມານັ່ງຄິດຄົນດຽວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: fhu.edu