ປະຊາຊົນຝຣັ່ງ ເສຍຊີວິດຈາກໂຄວິດ-19 ກວ່າ 20 ພັນຄົນ

80

ຝຣັ່ງກາຍເປັນປະເທດທີ 4 ຂອງໂລກ ທີ່ປະຊາຊົນຫຼາຍກວ່າ 20 ພັນຄົນ ເສຍຊີວິດຈາກການຕິດເຊື້ອພະຍາດໂຄວິດ-19 ຂະນະທີ່ ລັດຖະບານກຳລັງພິຈາລະນາຈະຜ່ອນຜັນບາງມາດຕະການປິດເມືອງ ຕັ້ງແຕ່ວັນທີ 11 ພຶດສະພາ ນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນອັງຄານ ທີ 21 ເມສາ ວ່າ ກະຊວງສາທາລະນະສຸກຝຣັ່ງ ຖະແຫຼງການເມື່ອວັນຈັນ ຜ່ານມາ ໂດຍເປັນລາຍງານສະພາບການປະຈຳວັນຂອງໂຄວິດ-19 ວ່າ ຫຼ້າສຸດຢືນຢັນຜູ້ເສຍຊີວິດຕື່ມອີກ 547 ຄົນ ເພິ່ມຈຳນວນຜູ້ເສຍຊີວິດທັງໝົດເປັນ 20.265 ຄົນ ນັບວ່າເປັນປະເທດທີ 4 ແລະ ອັນດັບ 4 ຂອງໂລກ ທີ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍກວ່າ 20.000 ຄົນ ຮອງຈາກສະຫະລັດ, ສະເປນ ແລະ ອິດຕາລີ.

ຈຳນວນຜູ້ເສຍຊີວິດທັງໝົດ ໄດ້ແບ່ງອອກເປັນການເສຍຊີວິດຢູ່ໂຮງໝໍ 12.513 ຄົນ ແລະ ເສຍຊີວິດຢູ່ສູນພັກພິງ ແລະ ເບິ່ງແຍງຜູ້ສູງອາຍຸ 7.752 ຄົນ ໃນວັນດຽວນັ້ນ ກວດພົບຜູ້ປ່ວຍໃໝ່ 2.489 ຄົນ ເພິ່ມຈຳນວນຜູ້ປ່ວຍທັງໝົດເປັນ 155.383 ຄົນ, ອາການຮ້າຍແຮງ 5.863 ຄົນ ແລະ ປິ່ນປົວເຊົາແລ້ວ 37.409 ຄົນ

ປະເທດຝຣັ່ງ ກຳລັງຢູ່ພາຍໃຕ້ມາດຕະການປິດເມືອງເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19 ຕັ້ງແຕ່ວັນທີ 17 ມີນາ ຜ່ານມາ. ຢ່າງໃດກໍ່ຕາມ, ປະທານາທິບໍດີເອັມມານູເອລ ມາຄຣົງ ໄດ້ປະກາດເມື່ອອາທິດ ຜ່ານມາ ວ່າ ລັດຖະບານຈະເລິ່ມຜ່ອນຜັນບາງມາດຕະການ ຕັ້ງແຕ່ວັນທີ 11 ພຶດສະພາ ແຕ່ການດຳລົງຊີວິດຂອງປະຊາຊົນຍັງບໍ່ສາມາດກັບມາເປັນປົກກະຕິໄດ້ເທື່ອ ໂດຍໂຮງຮຽນຈະກັບມາເປີດການຮຽນການສອນໃນສະຖາບັນອີກຄັ້ງ ແຕ່ສະຖານທີ່ປະກອບການອື່ນໆຈະພິຈາລະນາເປັນແຕ່ລະກໍລະນີ ໂດຍສະເພາະໂຮງຮູບເງົາ ແລະ ໂຮງລະຄອນເວທີອາດຈະສືບຕໍ່ປິດບໍ່ລິການໄປກ່ອນ ສ່ວນຮ້ານອາຫານແມ່ນບໍລິການແບບຊື້ກັບເມືອກິນຢູ່ເຮືອນເທົ່ານັ້ນ.