ດ່ວນ! ກະຊວງສຶກສາແຈ້ງໃຫ້ສະຖານການສຶກສາສືບຕໍ່ໂຈະການຮຽນ-ການສອນ ອອກໄປເຖິງວັນທີ 3 ພຶດສະພາ 2020

265

ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກວມເອົາເກືອບທຸກປະ ເທດໃນໂລກ,ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດຍັງສືບຕໍ່ເພີ່ມຂຶ້ນທຸກມື, ຢູ່ ສປປ ລາວ ເຖິງວ່າລັດຖະ ບານໄດ້ມີມາດຕະການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ທີ່ເຂັ້ມງວດກໍ່ຕາມ ແຕ່ກໍ່ຍັງມີກໍລະນີຜູ້ຕິດເຊື້ອຈໍານວນຫນຶ່ງ, ມີກໍລະນີຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອທີ່ຈະຕ້ອງສືບຕໍ່ຕິດຕາມ ແລະ ມີຄວາມສ່ຽງຈາກການສືບຕໍ່ເຂົ້າມາຂອງແຮງງານລາວແຕ່ຕ່າງປະເທດເປັນຈໍານວນຫຼວງຫຼາຍ, ສະນັ້ນ, ເພື່ອສືບຕໍ່ຍົກ ລະດັບການສະກັດກັ້ນ ແລະ ເຝົ້າລະວັງການລະບາດບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກວ້າງໃນທົ່ວສັງຄົມ ກໍຄືໃນຂະແຫນງການສຶກສາ ແລະ ກິລາ ສະນັ້ນກະຊວງສຶກສາ ຈຶ່ງໄດ້ອອກແຈ້ງການ ສະບັບ ກິລາ ສະບັບເລກທີ 411/ສສກ ລົງວັນທີ 17 ເມສາ 2020 ກ່ຽວກັບການໃຫ້ສືບຕໍ່ໂຈະການຮຽນ-ການສອນ ຂອງສະຖານການສຶກສາອອກໄປເຖິງວັນທີ 3 ພຶດສະພາ 2020.

ພາບປະກອບ

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ເຖິງທ່ານຫົວຫນ້າຫ້ອງການ, ຫົວຫນ້າກົມ, ສະຖາບັນ, ອົງການທຽບເທົ່າກົມ, ສູນ, ແລະ ຫ້ອງການກໍາມາທິການສຶກສາສົງສູນກາງ, ທ່ານອະທຶການບໍ່ຕື່ມະຫາວິທະຍາໄລ 4 ແຫ່ງ, ທ່ານ ຜູ້ອໍານວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ບໍລິສັດລັດວິສາຫະກິດ, ໂຮງງານຜະລິດອຸປະກອນສຶກສາ, ທ່ານຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ທ່ານ ຜູ້ອໍານວຍການວິທະຍາໄລ ແລະ ໂຮງຮຽນທັງພາກລັດ ແລະ ເອກະຊົນ, ປະທານສະມາຄົມການສຶກສາພາກເອກະຊົນ, ພໍ່ແມ່-ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ດັ່ງນີ້:

ພາບປະກອບ

1 ໃຫ້ພະນັກງານ, ບຸກຄະລາກອນສຶກສາ ແລະ ກິລາ ແລະ ຄູ-ອາຈານ ສືບຕໍ່ເພີ່ມທະວີໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ຄູ-ອາຈານ ນັກຮຽນນັກສຶກສາ ເຫັນໄດ້ໄພອັນຕະລາຍຂອງພະບາດໂຄວິດ-19, ຮູ້ຈັກວິທີສະກັດກັ້ນ, ກັນ ແລະ ຕ້ານພະຍາດນີ້ດ້ວຍ ໂຕເອງ, ພ້ອມທັງເຫັນໄດ້ຄວາມຈໍາເປັນຂອງລັດຖະບານໃນການປະກາດສືບຕໍ່ປະຕິບັດຄໍາສັ່ງ ເລກທີ 06/ນຍ ລົງວັນທີ 20 ມີນາ 2020 ອອກໄປອີກ 14 ວັນ ຄື ຈົນຮອດວັນທີ 03 ພຶດສະພາ 2020 ເພື່ອປົກປ້ອງສຸຂະພາບ ແລະ ຊີວິດ ຂອງປະຊາຊົນລາວ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດ ຢູ່ ສປປ ລາວ.

2 ໃຫ້ສະຖານການສຶກສາແຕ່ການສຶກສາກ່ອນໄວຮຽນ ເຖິງ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດສືບຕໍ່ໂຈະການຮຽນ-ການສອນ ຂອງສະຖານການສຶກສາ ແຕ່ວັນທີ 22 ເມສາ ເຖິງ ວັນທີ 03 ພຶດສະພາ 2020.

ພາບປະກອບ

3 ການປະຕິບັດຫນ້າທີ ແລະ ການປະຈໍາການຂອງພະນັກງານ, ບຸກຄະລາກອນສຶກສາ ແລະ ກິລາ ແລະ ຄູ-ອາຈານແມ່ນໃຫ້ສືບຕໍ່ຈໍາກັດຈໍານວນ, ໃນນີ້ໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນນັບແຕ່ຄະນະອໍານວຍການໂຮງຮຽນເຖິງ ຄະນະນໍາກະຊວງໃຫ້ແບ່ງກັນມາປະຈໍາການປົກກະຕິ. ສ່ວນພະນັກງານຖັດນັ້ນລົງມາແມ່ນໃຫ້ຜັດປ່ຽນກັນມາ ປະຈໍາການໜຶ່ຄົນຕໍ່ຫນຶ່ງພະແນກຕໍ່ຂະແຫນງຕໍ່ຫນ່ວຍງານຕໍ່ຈຸງານຕໍ່ມື້. ສໍາລັບຜູ້ທີ່ປະຈໍາການເຮັດວຽກຢູ່ເຮືອນ ແມ່ນໃຫ້ເຮັດວຽກຜ່ານຮູບແບບທາງໄກ ເຊັ່ນ: ປຶກສາຫາລືກັນທາງໂທລະສັບ, ສົ່ງວຽກທາງຜິເມວ“ວອດແອບລາບ ແລະ ອື່ນໆ ແລະ ການປະຊຸມທາງໄກ ນັບແຕ່ວັນທີ 22 ເມສາ ເຖິງ ວັນທີ 03 ພຶດສະພາ 2020; ສະຖານ ການສຶກສາ ແລະ ກິລາທຸກແຫ່ງຕ້ອງໄດ້ເຮັດການອະນາໄມ ກວດກາບຸກຄະລາກອນຜູ້ທີ່ມາປະຈໍາການດ້ວຍ ການກວດອຸນນະພູມ, ຈັດຫາເຈົວລ້າງມື, ຜ້າປິດຝາກໃຫ້ພະນັກງານຜູ້ທີ່ມາປະຈໍາການຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ.

4 ໃຫ້ສະຖານການສຶກສາທຸກແຫ່ງທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ເຮັດການປະເມີນຜົນການຮຽນ-ການສອນທາງໄກໃນໄລຍະຜ່ານມາ ແລະ uຕໍ່ປັບປຸງຮູບແບບການຈັດການຮຽນ-ການສະສົມທາງ ໄກໃຫ້ມີປະສິດທິພາບກວ່າເກົ່າ; ພ້ອມນີ້ ກໍ່ໃຫ້ເຮັດການປະເມີນຜົນກະທົບ ແລະ ການກຽມຄວາມພ້ອມໃນ ການເປີດຮຽນຄືນ ແລ້ວສົ່ງບົດລາຍງານໃຫ້ຫ້ອງການກະຊວງສຶກສາທິການ ແລະ ກິລາ ຜ່ານສາຍຕັ້ງຂອງຕົ້ນ; ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ປະສານສົມທົບກັບຕະນະສະເພາະກິດຂັ້ນ ແຂວງເພື່ອເຮັດການພົ່ນຢາຂ້າເຊື້ອສະຖານການສຶກສາທີ່ຖືກນໍາໃຊ້ເປັນສູນຈໍາກັດບໍລິເວນ ແລະ ໃຫ້ສືບຕໍ່ຈໍາ ກັດບໍລິເວນນັກສຶກສາລາວຈໍານວນ 149 ຕົ້ນທີ່ກັບມາຈາກ ສສ ຫວຽດນາມ ໃຫ້ຄົບ 14 ວັນ ແລະລາຍງານໃຫ້ກະຊວງຊານ.

ພາບປະກອບ

5 ໃນໄລຍະພັກການຮຽນ-ການສອນ ມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມສາມັນສຶກສາ ແລະ ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ກິລາ ສືບຕໍ່ເຜີຍແຜ່ການຮຽນການ ສອນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາສຶກສາ ຜ່ານໂທລະພາບແຫ່ງຊາດ-ສະຖານີວິທະຍຸ, ໂທລະ ພາບຜ່ານດາວທຽມ, ເຜີຍແຜ່ແຫຼ່ງການຮຽນຮູ້ຜ່ານເວັບໄຊ, ເວັບເພສຂອງ ສວສ ແລະ ເຟສບຸກເພສຂອງສູນ ໂຄສະນາຂ່າວສານການສຶກສາ ແລະ ກີລາ, ສໍາລັບສະຖານການສຶກສາອື່ນໆແມ່ນໃຫ້ຈັດການຮຽນ-ການສອນ ທາງໄກຜ່ານຮູບແບບທີ່ເຫມາະສົມກັບກຸ່ມເປົ້າຫມາຍຂອງຕົ້ນ.

6 ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ເຝົ້າລະວັງ ແລະ ຕິດຕາມກວດກາສຸຂະພາບຂອງພະນັກງານ ຄູ-ອາຈານ ທີ່ສັງກັດໃນກົມກອງຕົນ ແລະ/ຫລື ຜູ້ທີ່ມີປະຫວັດສໍາພັດກັບຜູ້ທີ່ຢັ້ງຢືນວ່າຕິດເຊື້ອ ພະຍາດໂດວິດ-19 ທັງພາຍໃນ ສປປ ລາວ ຫຼື ນໍາເຂົ້າ ຈາກຕ່າງປະເທດ ໂດຍປະສານຂໍ້ມູນຢ່າງໃກ້ຊິດກັບ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃຫມ່ ໂດວິດ-19 ຂອງກະຊວງສຶກສາທິການ ແລະ ກິລາ ຜ່ານເບີ 021 254702 ຫຼື ເຟີສາຍດ່ວນຄະນະສະເພາະກິດແຫ່ງຊາດ 156 ແລະ 166.

7 ຫ້າມບໍ່ໃຫ້ພະນັກງານ, ບຸກຄະລາກອນສຶກສາ ແລະ ກິລາ, ດູສາຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່-ຜູ້ປົກຄອງນັກຮຽນ-ນັກສຶກສາ ອອກຈາກເຮືອນ, ທີ່ພັກຂອງຕົນ ຕັ້ງແຕ່ເວລາ 00:00ໂມງ ຂອງວັນທີ 22 ເມສາ ເຖິງ ວັນທີ 03 ພຶດສະພາ 2020 ຍົກເວັ້ນໃຫ້ຕາງຫນ້າສະມາຊິກຂອງພະນັກງານ-ຄູ-ອາຈານ, ນັກຮຽນ-ນັກສຶກສາ ອອກໄປເຮັດກິດຈະກໍາຕາມຂໍ້ 10 ຂອງ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020; ມອບໃຫ້ແຕ່ລະພາກສ່ວນເຮັດຫນັງສືຢັ້ງຢືນເປັນລາຍລັກອັກສອນໃຫ້ແກ່ພະນັກງານ -ອາຈານ ຜູ້ທີ່ຈະມາປະຈໍາການ ເພື່ອເປັນການຢັ້ງຢືນໃຫ້ແກ່ເຈົ້າຫນ້າທີ່ໃນເວລາກວດກາ.

ພາບປະກອບ

8 ຫ້າມບໍ່ໃຫ້ເຄື່ອນໄຫວທຸລະກິດກິລາ-ກາຍຍະກໍາທຸກຮູບແບບ ເຊັ່ນ: ສະຫນາມກ໋ອບ, ສູນອອກກໍາລັງກາຍ, ສະນຸກເກີ, ສັງວຽນໄກ່, ເດີ່ນກິລາກາງແຈ້ງ-ໃນຮົ່ມ, ການໃຫ້ບໍລິການ ແລະ ຝຶກຊ້ອມນັກກິລາຂອງແຕ່ລະສະຫະພັນກິລາ ແລະ ອື່ນໆ;

9 ໃຫ້ພະນັກງານ, ບຸກຄະລາກອນທາງການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທຸກພາກສ່ວນເປັນເຈົ້າການຜັນຂະຫLາຍ ແລະ ປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີສະບັບເລກທີ 06/ນຍ, ລົງວັນ ທີ 29 ມີນາ 2020, ແຈ້ງການຂອງຫ້ອງວ່າການສໍານັກງານນ[ກລັດຖະມົນຕີ, ແຈ້ງການຂອງຄະນະສະເພາະ ກິດ, ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ, ແຈ້ງການຂອງອົງການປົກຄອງທ້ອງຖິ່ນ ແລະ ນິຕິກໍາ ຂອງພາກສ່ວນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ພ້ອມໃຫ້ປະກອບສ່ວນຕາມການຮ້ອງຂໍຂອງພາກສ່ວນ ກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ, ຖ້າມີຄວາມຈໍາເປັນໃຫ້ຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກສຶກສາທິການ ແລະ ກິລາ ແລະ ສະຖານການສຶກສາ ອອກນິຕິກໍາລະອຽດຕາມບົດບາດ ແລະ ຫນ້າທີ່ຂອງຕົນຕື່ມ.

ພາບປະກອບ

10 ໃຫ້ບັນດາຫ້ອງການ, ກົມ, ສະຖາບັນ, ສູນ ແລະ ພະແນກສຶກສາທິການ ແລະ ກິລາແຂວງ,ນະຄອນຫຼວງລາຍງານການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ຫ້ອງການກະຊວງຮັບຊາບທຸກອາທິດ; 11 ສໍາລັບແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ທີ່ກ່ຽວຂ້ອງກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອຕຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂດວິດ-19 ທີ່ອອກຜ່ານມາ ແມ່ນຍັງມີຜົນບັງຄັບໃຊ້ຈົນເຖິງວັນທີ 03 ພຶດສະພາ 2020.