ສຸຂະພາບດີ ສູ້ໂລກໄພ ດ້ວຍສະໜຸນໄພທີ່ຫາໄດ້ງ່າຍໆ

235

ໃນຊ່ວງນີ້ເປັນຊ່ວງທີ່ມະນຸດເຮົາຕ້ອງພົບກັບສະພາບແວດລ້ອມທີ່ເປັນມົນລະພິດ ບໍ່ວ່າຈະເປັນຝຸ່ນ PM2.5 ເຊື້ອພະຍາດສາຍພັນໃໝ່ທີ່ກຳລັງຄຸກຄາມ ພ້ອມທັ້ງອາກາດທີ່ບໍ່ແນ່ບໍ່ນອນ ເຮັດໃຫ້ ຮ່າງກາຍເຮົາປ່ຽນແປງ ສົ່ງຜົນກະທົບຕໍ່ຄວາມສົມດຸນພາຍໃນຮ່າງກາຍ ກໍ່ໃຫ້ເກີດອາການເຈັບປ່ວຍໄດ້ງ່າຍ ໂດຍສະເພາະໂລກລະບົບທາງເດີນຫາຍໃຈ ຜູ້ທີ່ມີໂລກປະຈຳໂຕ ຫຼື ຮ່າງກາຍບໍ່ສາມາດປັບໂຕຕາມສະພາບອາກາດໄດ້ທັນກໍຈະເຮັດໃຫ້ມີອາການເປັນຫວັດ, ນ້ຳມູກໄຫຼ, ພູມແພ້ອາກາດ ຖ້າຫາກຕິດເຊື້ອແບດທີເຣຍຊ້ຳກໍ່ຈະເຮັດໃຫ້ອາການຂອງພະຍາດຮຸນແຮງຫຼາຍຂຶ້ນພ້ອມທັ້ງສົ່ງຜົນເຮັດໃຫ້ເລືອດລົມໄຫຼວຽນບໍ່ສະດວກ ເກີດອາການໄອ, ຈາມ, ຂັດດັງ, ປວດເມື່ອຍຕາມຮ່າງກາຍ ສົ່ງຜົນເຮັດໃຫ້ທາດໄຟໃນຮ່າງກາຍເສຍສົມດຸນ.

ສະນັ້ນ ແອັດມິນຈະມາແນະນຳສະໝຸນໄພທີ່ຫາໄດ້ງ່າຍພ້ອມທັ້ງຊ່ວຍໃຫ້ສຸຂະພາບຂອງທ່ານສູ້ກັບໂລກຕ່າງໆ ສະໝຸນໄພທີ່ຈະມາເວົ້ານັ້ນແມ່ນສະໝຸນໄພທີ່ມີລົດຊາດສົ້ມ ຂົມ ແລະເຜັດຮ້ອນ ແຕ່ດີຕໍ່ສຸຂະພາບຂອງເຮົາເພາະສະໝຸນໄພທີ່ມີລົດຊາດແນວນີ້ເປັນລົດຊາດທີ່ດີຕໍ່ຮ່າງກາຍຄົນເຮົາຫຼາຍ.

ສະໝຸນໄພທີ່ມີລົດຊາດສົ້ມ ຂົມ ແລະເຜັດຮ້ອນ ກໍຈະມີ ຂິງ, ຂ່າ, ຂີ້ມິ້ນ, ຫົວສີໃຄ, ໝາກຂີ້ຫູດ, ໝາກນາວ, ຫອມບົວແດງ, ກະທຽມ, ໝາກແຄ້ງ, ໝາກແຄ້ງຂົມ, ຂີ້ເຫຼັກເປັນຕົ້ນ.

ເຊິ່ງສະໝຸນໄພແຕ່ລະລົດຊາດຈະມີສ່ວນຊ່ວຍອາການເຈັບປ່ວຍດັ່ງນີ້

ສະໝຸນໄພທີ່ມີລົດຊາດສົ້ມ ຈະຊ່ວຍກຳຈັດ(ຂີ້ສະເຫຼດ/ຂີ້ກະເທິ) ບັນເທົາອາການໄອ ເຮັດໃຫ້ຄໍຊຸ່ມ ໄດ້ແກ່ ໝາກເລັ່ນ, ໝາກນາວ, ໝາກຂີ້ຫູດ, ໝາກຂາມ ແລະຜັກຕິ້ວ

ສະໝຸນໄພທີ່ມີລົດຊາດຂົມ ຈະຊ່ວຍຫຼຸດອາການໄຂ້ ຕ້ານການອັກເສບ ໄດ້ແກ່ ໝາກແຄ້ງ, ໝາກແຄ້ງຂົມ ແລະຂີ້ເຫຼັກ

ສະໝຸນໄພທີ່ມີລົດຊາດເຜັດຮ້ອນ ຈະຊ່ວຍເພີ່ມຄວາມອົບອຸ່ນໃນຮ່າງກາຍ ບັນເທົາອາການທ້ອງອືດ ແໜ່ນທ້ອງ ຕົດ ຊ່ວຍໃຫ້ເລືອດລົມໄຫຼວຽນສະດວກ ບັນເທົາອາການປວດເມື່ອຍກ້າມເນື້ອ ໄດ້ແກ່ ຂິງ, ຂ່າ, ຂີ້ມິ້ນ, ຫົວສີໄຄ, ຜັກນາງຕູ່ ແລະກະທຽມ

ດ້ວຍເຫດນີ້ ສະໝຸນໄພທີ່ມີລົດຊາດສົ້ມ ຂົມ ແລະເຜັດຮ້ອນ ຈຶ່ງຊ່ວຍເສີມເກາະປ້ອງກັນອາການເຈັບປ່ວຍໄດ້ດີ ແລະ ເມນູອາຫານທີ່ແນະນຳໃນການເຮັດກິນ ໄດ້ແກ່ ແກງສົ້ມ, ຕົ້ມຍຳ, ຊຸບຜັກ, ຜັກລ້ວກຈ້ຳແຈ່ວ, ໄກ່ຜັດຂິງ ແລະເມນູຕ່າງໆ ສ່ວນເຄື່ອງດື່ມສະໝຸນໄພກໍຈະມີ ນ້ຳຂິງ, ນ້ຳຫົວສີໃຄ, ນ້ຳກະຈຽບ ແລະນ້ຳດອກອັນຊັນໝາກນາວ.

ນອກຈາກນີ້ ການຮັກສາສຸຂະພາບຂອງຕົນເອງໃຫ້ດີແລ້ວນັ້ນ ກໍຄວນເຮັດໃຫ້ຮ່າງກາຍອົບອຸ່ນໂດຍການໃສ່ເສື້ອຜ້າໜາໆ ຫຼີກລ້ຽງການຢູ່ໃນສະຖານທີ່ ທີ່ໜາວເຢັນ ແລະຄົນແອອັດ ກິນອາຫານໃຫ້ຄົບ 5 ໝູ່ ດື່ມນ້ຳໃຫ້ພຽງພໍຢ່າງນ້ອຍມື້ລະ 8 ຈອກ ນອນພັກຜ່ອນມື້ລະ 6-8 ຊົ່ວໂມງ ແລະອອກກຳລັງກາຍຢ່າງສະໝ່ຳສະເໝີ ພຽງເທົ່ານີ້ກໍຈະເຮັດໃຫ້ທຸກຄົນມີສຸຂະພາບທີ່ແຂງແຮງ ແລະຫຼີກລ້ຽງຈາກໂລກຕ່າງໆໄດ້.