ຕາມນີ້! ຍທຂ ອອກແຈ້ງການແນະນໍາວິທີແກ້ໄຂການຂົນສົ່ງສິນຄ້າ ໃນທົ່ວປະເທດ

288

ເນື່ອງຈາກປັດຈຸບັນປະເທດລາວເຮົາພວມປະເຊີນກັບວິກິດໂຄວິດ-19 ລະບາດອັນສົ່ງຜົນກະທົບຫຼາຍດ້ານຕໍ່ການດຳລົງຊີວິດຂອງປະຊາຊົນ ເຊິ່ງໜຶ່ງໃນນັ້ນແມ່ນຄວາມຕ້ອງການບໍລິໂພກສິນຄ້າມີຈຳນວນເທົ່າປົກກະຕິ ແຕ່ການຂົນສົ່ງມີຈໍາກັດ ແລະ ບໍ່ທັນພຽງພໍກັບຄວາມຕ້ອງການຕົວຈີງ ຕໍ່ກັບບັນຫາດັ່່ງກ່າວຫຼ້າສຸດ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ)ກໍ່ໄດ້ອອກແຈ້ງການກ່ຽວກັບ ວິທີການແກ້ໄຂ ການຂົນສົ່ງສິນຄ້າ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາການຂົນສົ່ງໃຫ້ຕົກໄປ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການຂອງກະຊວງ ຍທຂ ສະບັບເລກທີ 07852/ຍທຂ/ກຂສ, ລົງວັນທີ 16 ເມສາ 2020 ເລື່ອງ ວິທີການແກ້ໄຂ ການຂົນສົ່ງສິນຄ້າ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ບົດແນະນໍາ ຂອງ ກະຊວງ ຍທຂ ສະບັບເລກທີ 266/ຍທຂ, ລົງວັນທີ 11/04/2020 ເຫັນວ່າ ສາມາດແກ້ໄຂບັນຫາລົດຂົນສົ່ງ ສິນຄ້າ ພາຍໃນ ແລະ ເຂົ້າ-ອອກ ສປປ ລາວ ໄດ້ດີສົມຄວນ. ສາມາດປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ເຮັດໃຫ້ຜູ້ປະກອບການຂົນສົ່ງ ຂອງ ສປປ ລາວ ໄດ້ຮັບຜົນປະໂຫຍດ ຢ່າງຫຼວງຫຼາຍ, ສາມາດແກ້ໄຂບັນຫາ ລົດຂົນສົ່ງ ຂອງ ຕ່າງປະເທດ ຕີເປົ່າເຂົ້າມາຮັບເອົາສິນຄ້າ, ສ້າງໂອກາດໃນການຊຸກຍູ້ສົ່ງເສີມ, ສ້າງວຽກເຮັດງານທໍາ ແລະ ເຕົ້າໂຮມປັບປຸງ ກໍາລັງການຂົນສົ່ງພາຍໃນໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

ພາບປະກອບຂ່າວເທົ່ານັ້ນ

ເຖິງຢ່າງໃດກໍ່ຕາມ, ໃນສະພາບປັດຈຸບັນ ເຫັນວ່າ ກໍາລັງລົດຂົນສົ່ງ ແລະ ລົດຂົນສົ່ງວິຊາສະເພາະຈໍານວນຫນຶ່ງ ຂອງ ສປປ ລາວ ຍັງຈໍາກັດ ແລະ ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຈຶ່ງເຮັດ ໃຫ້ມີຜູ້ປະກອບການຂົນສົ່ງ ສະເຫນີວິທີການແກ້ໄຂ ໃນການເຂົ້ານໍາໃຊ້ ລົດຂົນສົ່ງ ຂອງຕ່າງປະເທດ, ວິທີການຄ່ຽນຖ່າຍ ແລະ ການສັບປ່ຽນຫົວລາກ-ຫາງລາກ ແຕ່ຕ້ອງນໍາໃຊ້ໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບການ ແລະ ເຕັກນິກ.

ດັ່ງນັ້ນ, ເພື່ອສືບຕໍ່ອໍານວຍຄວາມສະດວກ ແກ່ບັນດາຜູ້ປະກອບການຂົນສົ່ງສິນຄ້າພາຍໃນ, ແນໃສ່ ສ້າງຄວາມເຂັ້ມແຂງແກ່ທຸລະກິດພາຍໃນ, ກົມຂົນສົ່ງ ຈຶ່ງແຈ້ງໃຫ້ບັນດາພະແນກ ຍທຂ ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ຜູ້ປະກອບການຂົນສົ່ງ ແລະ ຈັດສົ່ງສິນຄ້າ ປະຕິບັດດັ່ງນີ້:

1 ໃຫ້ພະແນກ ຍທຂ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຊຸກຍູ້ ຜູ້ປະກອບການຂົນສົ່ງ ແລະຈັດສົ່ງ ສິນຄ້າ ຂອງ ສປປ ລາວ ເພື່ອລະດົມ ແລະ ເຕົ້າໂຮມກໍາລັງການຂົນສົ່ງ ເພື່ອໃຫ້ມີຄວາມພ້ອມ ໃນການສະຫນັບສະຫນູນການຂົນສົ່ງສິນຄ້າ ເຂົ້າ-ອອກ ສປປ ລາວ ໃຫ້ພຽງພໍ ແລະ ມີປະສິດທິພາບ

2 ໃຫ້ບໍລິສັດຂົນສົ່ງສິນຄ້າ ຂອງ ສປປ ລາວ ສາມາດນໍາໃຊ້ ລົດຂົນສົ່ງຂອງຕ່າງປະເທດ ໂດຍການເຊົ່າເຂົ້າມາ ເພື່ອແກ້ໄຂໃນຊ່ວງວິກິດນີ້ ເພື່ອການຂົນສົ່ງສິນຄ້າ ແຕ່ໃຫ້ນໍາໃຊ້ ຄົນຂັບລົດຄົນລາວ ເທົ່ານັ້ນ ແລະ ໃຫ້ມີການຄ້ໍາປະກັນກັບກົມພາສີ ໃນການນໍາເຂົ້າຊົ່ວຄາວ ຂອງລົດບັນທຸກ, ຫາງລາກ ແລະ ຕູ້ຄັອນເທັນເນີ ເພື່ອສາມາດຕິດຕາມ ກວດກາໄດ້

3 ການນໍາເຂົ້າລົດຂົນສົ່ງສິນຄ້າ ໃນໄລຍະຮີບດ່ວນນີ້ ແມ່ນສາມາດເຮັດຫນັງສືຄໍ້າປະກັນກັບກົມພາສີກ່ອນ ຈຶ່ງດໍາເນີນເອກະສານຕາມຂັ້ນຕອນນໍາເຂົ້າ ຢ່າງຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການຂອງ ສປປ ລາວ ເພື່ອລົບລ້າງສັນຍາຄໍ້າປະກັນຕາມພາຍຫຼັງ

4 ໃຫ້ຍົກຖ່າຍຕູ້ຄັອນເທັນເນີ ຫລື ການສັບປ່ຽນຫົວລາກ – ຫາງລາກ (Trailer Swapping) ເພື່ອມາສົ່ງ ແລະ ຮັບເອົາສິນຄ້າ ຢູ່ໃນ ສປປ ລາວ

5 ບໍລິສັດ ທີ່ຈະມາດໍາເນີນການຂົນສົ່ງ, ຈັດສົ່ງ, ຍົກຖ່າຍ, ສັບປ່ຽນຫົວລາກ-ຫາງລາກ ເຊົ່າລົດຕ່າງປະເທດ ມາຂົນສົ່ງສິນຄ້າ ລະຫວ່າງປະເທດ ແລະ ຜ່ານແດນ ຕ້ອງແມ່ນບໍລິສັດ ທີ່ຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດໃນການຂົນສົ່ງ ແລະ ຈັດສົ່ງສິນຄ້າຢູ່ ສປປ ລາວ ເທົ່ານັ້ນ.