ທ່ານບິວ ເກດ ມອບເງິນເພິ່ມອີກ 150 ລ້ານໂດລາ ຊ່ວຍເຫຼືອອົງການອະນາໄມໂລກ

94

ທ່ານບິວ ເກດ ປະກາດມອບເງິນຊ່ວຍເຫຼືອອົງການອະນາໄມໂລກ ເພິ່ມເປັນ 250 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນາຢາ ແລະ ວັກຊີນປ້ອງກັນເຊື້ອໂຄວິດ-19 ຫຼັງຈາກລັດຖະບານອາເມຣິກາ ຕັດງົບປະມານສະໜັບສະໜູນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 16 ເມສາ ວ່າ ທ່ານດຣ.ເທດຣອສ ແອັດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ ກ່າວເມື່ອວັນອັງຄານ ຜ່ານມາ ກ່ຽວກັບການທີ່ປະທານາທິບໍດີໂດນັລ ທຣຳ ໄດ້ປະກາດວ່າ ອາເມຣິກາຈະໂຈະໃຫ້ງົບປະມານສະໜັບສະໜູນອົງການອະນາໄມໂລກ ວ່າ ລັດຖະບານວໍຊິງຕັນເປັນຜູ້ສະໜັບສະໜູນອົງການອະນາໄມໂລກມາເປັນເວລາດົນນານ ແລະ ທຸກຝ່າຍກໍ່ຫວັງຢ່າງຍິ່ງວ່າຈະເປັນແບບນີ້ຕະຫຼອດໄປ.

ຢ່າງໃດກໍ່ຕາມ, ທ່ານດຣ.ເທດຣອສ ໄດ້ກ່າວເຖິງສະຖານະການທີ່ເກີດຂຶ້ນປັດຈຸບັນ ວ່າ ອົງການອະນາໄມໂລກກຳລັງຄາດການສະຖານະການວ່າ ຈະເກີດຜົນກະທົບຫຼາຍປານໃດ ແລະ ຈະປຶກສາຫາລືກັບບັນດາປະເທດສະມາຊິກ ພ້ອມທັງໜ່ວຍງານຄູ່ຮ່ວມມືທັງພາກລັດ ແລະ ເອກະຊົນ ເພື່ອຊອກຫາຊ່ອງທາງຊ່ວຍເຫຼືອງົບປະມານທີ່ຖືກຕັດໄປ ແລະ ເພື່ອຮັບປະກັນວ່າການດຳເນີນວຽກງານຈະສືບຕໍ່ໂດຍບໍ່ມີບັນຫາ.

ຂະນະທີ່ ທ່ານບິລວ ເກດ ໄດ້ກ່າວເຖິງການທີ່ລັດຖະບານອາເມຣິກາໂຈະງົບປະມານສະໜັບສະໜູນໃຫ້ແກ້ອົງການອະນາໂລກ ວ່າ “ເປັນສິ່ງທີ່ບໍ່ມີເຫດຜົນຫຼາຍ” ລະຫວ່າງສະຖານະການວິກິດການແຜ່ລະບາດຂອງໂຄວິດ-19 ອະນາໄມໂລກເປັນອົງການກາງທີ່ສາມາດເປັນຜູ້ນຳພາໃນການບໍລິຫານຈັດການສະຖານະການ.

ທັງນີ້ ມູນນິທິບິວ ແອນ ເມລິນດາ ເກດໄດ້ປະກາດເພິ່ມງົບປະມານສະໜັບສະໜູນ ການດຳເນີນວຽກງານຂອງອົງການອະນາໄມໂລກ ອີກ 150 ລ້ານໂດລາ (ປະມານ 1,3 ພັນຕື້ກີບ) ລວມເປັນ 250 ລ້ານໂດລາ (ປະມານ 2,2 ພັນຕື້ກີບ) ເພື່ອສະໜັບສະໜູນໂຄງການພັດທະນາວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ການເພິ່ມຄວາມຊ່ວຍເຫຼືອດ້ານສາທາລະນະສຸກໃຫ້ແກ່ບັນດາປະເທດໃຫ້ທະວີບອາຟຣິກາດ້ວຍ.