ຢູ່ສະຫວັນນະເຂດ ລາຄາສິນຄ້າຍັງຢູ່ໃນເກນປົກກະຕິ

145

ໃນວັນທີ 13 ເມສາ 2020 ຄະນະສະເພາະກິດຕິດຕາມຜົນກະທົບ ທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງສະຫວັນນະເຂດ, ໂດຍການນຳພາຂອງທ່ານ ວາລິຍະ ສີຈັນທອງທິບຫົວໜ້າພະແນກແຜນການ-ການລົງທຶນແຂວງ ທັງເປັນຮອງປະທານສະເພາະກິດ, ທ່ານ ປອ ວັນແສງ ແກ້ວບຸນພັນ ຮອງຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ຮອງປະທານ, ພ້ອມດ້ວຍຄະນະສະເພາະກິດ ຈາກພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ຮ່ວມລົງຕິດຕາມໃນຄັ້ງນີ້.


ໃນການລົງຕິດຕາມຄັ້ງນີ້ ແມ່ນໄດ້ໄປສອບຖາມ ແລະຕິດຕາມລາຄາສິນຄ້າຢູ່ຕະຫຼາດສະຫວັນໄຊ ໂດຍສະເພາະ ລາຄາສິນຄ້າຫຼັກ ໃນການອຸປະໂພກ-ບໍລິໂພກ ເຊັ່ນ: ເຂົ້າສານ, ຊີ້ນງົວ, ໝູ, ໄຂ່. ເຊິ່ງຜ່ານການລົງເບິ່ງຕົວຈິງ ກໍ່ເຫັນວ່າ ປະຈຸບັນລາຄາສິນຄ້າດັ່ງກ່າວ ຍັງຢູ່ໃນເກນປົກກະຕິ, ປະຊາຊົນສາມາດຈັບຈ່າຍໃຊ້ສອຍໄດ້.

ພ້ອມນັ້ນ ກໍ່ຍັງໄດ້ມີການສອບຖາມແມ່ຄ້າຫຼາຍຄົນ ເພື່ອຫາສາເຫດໃນການທີ່ເຮັດໃຫ້ລາຄາສິນຄ້າ ແພງຂຶ້ນເລັກນ້ອຍ ຍ້ອນວ່າ: ປະຈຸບັນ ບໍ່ແມ່ນສິນຄ້າໃນທ້ອງຕະຫຼາດແພງຂຶ້ນ, ຍ້ອນຟາມລ້ຽງສັດຕ່າງໆ ໄດ້ຂຶ້ນລາຄາ ເຮັດໃຫ້ແມ່ຄ້າພວກເຮົາ ຈຳຕ້ອງໄດ້ຂາຍລາຄານີ້. ດັ່ງນັ້ນ ຈຶ່ງຝາກນຳພາກສ່ວນທີ່ກ່ຽວຂ້ອງ ຄວນຄວບຄຸມລາຄາຢູ່ຕົ້ນທາງ (ຟາມ) ແລະບໍ່ຄວນສົ່ງສັດລ້ຽງອອກຕ່າງແຂວງ ຫຼືຕ່າງປະເທດ ເພື່ອໃຫ້ສິນຄ້າບໍລິໂພກຢູ່ບ້ານເຮົາ ໄດ້ພຽງພໍກັບຄວາມຕ້ອງການ.


ຈາກນັ້ນ ຄະນະກຳມະການສະເພາະກິດ ຍັງໄດ້ເຮັດບົດບັນທຶກກັບຜູ້ປະກອບການ ບໍ່ໃຫ້ມີການຂາຍເກີນລາຄາທີ່ກຳນົດ, ບໍ່ໃຫ້ມີການກັກຕຸນລາຄາສິນຄ້າ ແລະບໍ່ໃຫ້ສວຍໂອກາດຂຶ້ນລາຄາຕາມໃຈຊອບ, ຖ້າຜູ້ໃດຝ່າຝືນ ຈະໄດ້ມີການກ່າວເຕື່ອນ, ສຶກສາອົບຮົມ ແລະປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ເວລາຕໍ່ມາ ທາງຄະນະກຳມະການສະເພາະກິດ ຍັງໄດ້ໄປຕິດຕາມລາຄາສິນຄ້າ ຢູ່ຕາມຕະຫຼາດໃນທົ່ວແຂວງ ເປັນຕົ້ນ: ຕະຫຼາດສາມັກຄີໄຊ, ຕະຫຼາດຫຼັກ 8 ແລະຮ້ານຄ້າຕ່າງໆ ຕື່ມອີກ.

ທີ່ມາ:ສະຫວັນພັດທະນາ ຂ່າວ / Savanhphathana News