ຂ່າວດີ! ລາວປິ່ນປົວຫາຍດີແລ້ວ 1 ຄົນ ລໍຖ້າກວດຄືນແລ້ວກັບເຮືອນໄດ້

348

ເປັນຂ່າວດີ ທີ່ໃນວັນທີ 13 ເມສາ 2020 ລາວເຮົາກວດບໍ່ພົບຜູ້ຕິດເຊື້ອໃໝ່ ຕົວເລກຜູ້ຕິດເຊື້ອຍັງຢູ່ທີ່ 19 ຄົນເທົ່າເດີມ, ທີ່ສຳຄັນ 1 ໃນ 19 ຄົນທີ່ຕິດເຊື້ອ ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ຫຼັງກວດຄືນຄັ້ງທີ 1 ຜົນກວດເປັນລົບ ຕອນນີ້ລໍຖ້າກວດເລືອດຄືນຫາກຜົນກວດຍັງເປັນລົບ ກໍ່ຈະສາມາດອອກໂຮງໝໍ ກັບຄືນບ້ານເຮືອນໄດ້.

ໃນວັນທີ 13 ເມສາ 2020 ໄ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ມາຮອດປັດຈຸບັນ ໃນ ສປປ ລາວ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ມີ 2.142 ແຫ່ງ, ຈຳນວນຄົນທີ່ຕິດຕາມ ຢູ່ສູນຈຳກັດບໍລິເວນ ມີ 68.534 ຄົນ, ຈຳນວນທີ່ຈຳກັດບໍລິເວນ ຢູ່ເຮືອນຂອງຕົນເອງ ມີ 44.870 ຄົນ, ສະເພາະ ໃນວັນທີ 12 ເມສາ 2020 ບໍ່ພົບຄົນທີ່ມີອາການສົງໄສ, ຜົນກວດທັງໝົດ 35 ຄົນ ແມ່ນບໍ່ພົບເຊື້ອ, ນັບແຕ່ເດືອນມັງກອນ ຮອດ ວັນທີ 12 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1.186 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (ມື້ນີ້ ຜົນກວດບໍ່ພົບເຊື້ອ) ແລະ ທັງໝົດ 19 ຄົນ ແມ່ນນອນປິ່ນປົວ – ຕິດຕາມ ຢູ່ໂຮງໝໍ.


ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນ ມີ 1 ໃນ 19 ກໍລະນີຜູ້ຕິດເຊື້ອ ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວ ເຊິ່ງຜົນກວດຄືນຄັ້ງທີ 1 ແມ່ນເປັນຜົນລົບ ແຕ່ຍັງລໍຖ້າກວດຄືນໃຫ້ແນ່ໃຈອີກຄັ້ງວ່າຜູ້ກ່ຽວຫາຍດີເປັນປົກກະຕິແລ້ວ ອີກບໍ່ດົນກໍ່ຈະສາມາດກັບຄືນເມືອເຮືອນຫາອ້ອມກອດຄົນໃນຄອບຄົວ ແລະ ຍາດພີ່ນ້ອງໄດ້, ສ່ວນອີກ 18 ກໍລະນີ ທີ່ຢູ່ຫຼວງພະບາງ 3 ຄົນ ແລະ ຢູ່ນະຄອນຫຼວງວຽງຈັນ 15 ກໍລະນີນີ້ແມ່ນມີອາການເບົາບາງ.